ຜູ້ຮັບເໝົາກໍ່ສ້າງທາງຕານມີໄຊ-ໜອງບຶກຊີ້ແຈງກໍລະນີຊັກຊ້າ
ທ່ານ ບຸນມາຄອງ ສຸລິຍະໄທ ຫົວໜ້າພາກສະໜາມໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ສີ່ແຍກໄຟອໍານາດຕານມີໄຊຫາສາມແຍກໜອງບຶກ, ເມືອງໄຊທານີ ໄດ້ຊີ້ແຈງຕໍ່ນັກຂ່າວພວກເຮົາໃນວັນທີ 30 ພຶດສະພານີ້ຕໍ່ກໍລະນີການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມລ້າຊ້າ ແລະ ພາໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກວ່າ: ພາຍຫລັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2016 ມາຮອດປັດຈຸບັນມີຄວາມຄືບໜ້າພຽງ 10 ກວ່າສ່ວນຮ້ອຍເທົ່ານັ້ນເຫັນວ່າລ້າຊ້າກວ່າແຜນການວາງໄວ້, ສາເຫດຕົ້ນຕໍເກີດຈາກຄວາມຫຍຸ້ງຍາກຫລາຍດ້ານໃນການຍົກຍ້າຍສິ່ງກີດຂວາງຈໍານວນໜຶ່ງ ເຊັ່ນ: ຍົກຍ້າຍເຮືອນປະຊາຊົນທີ່ຖືກແລວທາງ, ທໍ່ນໍ້າປະປາ,…