UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ

ສະຫະ​ປະຊາ​ຊາດ​ຊີ້​ເຢ​ເມນ​ໃກ້​ລົ້ມສະຫລາຍ​ໃນ​ທຸກ​ດ້ານ ທັງ​ສົງຄາມ​ກາງ​ເມືອງ​ບໍ່​ມີ​ທ່າ​ທີ​ຈະ​ຢຸດ, ປະຊາຊົນ​ຂາດ​ເຂີນ​ອາຫານ, ​ເກີດ​ພະຍາດ​ລະບາດ, ສ່ວນ​ປະ​ເທດ​ມະຫາ​ອຳນາດ​ເມີນ​ເສີຍ​ບໍ່​ຊ່ວຍ​ເຫລືອ​ຈິງ​ຈັງ. ທ່ານ ສ​ະ​ເຕີ​ເຟນ ​ໂອ​ບຽນ ຮອງ​ເລຂາທິການ ​ແລະ ຜູ້​ປະສານ​ງານ​ດ້ານ​ການ​ຊ່ວຍ​ເຫລືອ​ທາງ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ວ່າ: ປະ​ເທດ​ເຢ​ເມນ​ພວມ​ປະສົບ​ວິ​ກິດ​ການ​ຮອບດ້ານ ທັງ​ທາງ​ສັງ​ຄົມ ​ແລະ ​ເສດຖະກິດ ​ເຊິ່ງສ່ຽງ​ຕໍ່​ການລົ້ມສະຫລາຍ​ຂອງ​ສະ​ຖາ​ບັນ​ສຳຄັນ​ຕ່າງໆ​ຂອງ​ປະ​ເທດ.     ທ່ານ…

ເຫດລະເບີດກາງນະຄອນຫລວງກາບູນ ຕາຍເກືອບຮ້ອຍຄົນ

​ ເກີດ​ເຫດ​ລະ​ເບີດ​ຄັ້ງ​ໃຫຍ່​​ໃຈກາງ​ນະຄອນຫລວງ​ກາ​ບູນ ຂອງ​ອັບ​ກາ​ນິດ​ສະຖານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 80 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ​ຢ່າງ​ໜ້ອຍ 350 ຄົນ, ​ເຈົ້າໜ້າ​ທີ່​ຄາດ​ວ່າ​ຈະ​ມີ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ເພີ່ມ​ຂຶ້ນອີກ. ມີ​ລາຍ​ງານ​ເບື້ອງຕົ້ນວ່າ: ​ເຫດ​ລະ​ເບີດ​ເກີດ​ຂຶ້ນ​ໃນ​ບໍລິ​ເວນ​ສະໜາມ​ຊານ​ບັກ ​ໃກ້​ເຂດ​ສະຖານທູດ​ຕ່າງປະ​ເທດ ​ແລະ ທຳນຽບປະທານາທິບໍດີ ​ໂດຍ​ຄົນ​ຮ້າຍ​ວາງ​ລະ​ເບີດ​ໄວ້​ໃນ​ລົດຍົນ ​ເຊິ່ງ​ແຮງ​ລະ​ເບີດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ອາຄານ​ບ້ານ​ເຮືອນ​ເປັນ​ບໍລິ​ເວນ​ກວ້າງ…

ອາເມລິກາທົດລອງລະບົບປ້ອງກັນລູກສອນໄຟຂ້າມທະວີບ

  ສຳນັກງານ​ປ້ອງ​ກັນ​ລູກ​ສອນ​ໄຟ (MDA) ຂອງ​ອາ​ເມ​ລິ​ກາ ຖະ​ແຫລ​ງວ່າ​ປະສົບ​ຜົນສຳ​ເລັດ​ໃນ​ການ​ທົດ​ລອງ​ໃຊ້​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຈາກ​ພາກພື້ນດິນ (GMD) ​ກວດ​ຈັບ ​ແລະ ທຳລາຍ​ລູກ​ສອນ​ໄຟ​ໄລຍະ​ໄກ​ຂ້າມ​ທະວີບ. ການ​ທົດ​ລອງ​ດັ່ງກ່າວ ​ເປັນ​ການ​ຍິງ​ທົດ​ລອງ​ຢ່າງ​ຮີບ​ດ່ວນ​ໃນ​ສະຖານະ​ການ​ຈຳລອງ​ເທື່ອ​ທຳ​ອິດ​ຂອງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ GMD ​ໂດຍ​ລະບົບ​ດັ່ງກ່າວ​ເຊິ່ງຕັ້ງຢູ່​ຖານ​ທັບ​ອາກາດ​ແວນ​ເດນ​ເບິ​ກ ​ໃນ​ລັດ​ກາ​ລິ​ຟໍ​ເນຍ ສາມາດ​ຍິງ​ທຳລາຍ​ລູກ​ສອນ​ໄຟ​ຈຳລອງ​ທີ່​ຍິງ​ມາ​ຈາກ​ເກາະ​ມາຣ​​ແຊ​ລ ​ໃນ​ມະຫາ​ສະໝຸດ​ປາຊີ​ຟິກ​ໄດ້ ​ໂດຍ​ເຂົ້າສະ ກັດ ​ແລະ ​ເຮັດ​ໃຫ້​ລູກ​ສອນ​ໄຟ​ຈຳລອງ​ເກີດ​ລະ​ເບີດ​ຂຶ້ນ​ເໜືອ​ທະ​​ເລ….

ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ

     ທ່ານເຄີຍເປັນແບບນີ້ຫລືບໍ່ ເຂົ້ານອນໄວ, ຕື່ນເຊົ້າ ຫລື ສວາຍປານໃດກໍຮູ້ສຶກບໍ່ສົດຊື່ນແຈ່ມໃສ, ສະໝອງບໍ່ຄ່ອຍຢາກເຮັດວຽກ. ມື້ນີ້ພວກເຮົາມີເຄັດລັບການປຸກສະໝອງໃຫ້ຕື່ນ, ຕື່ມພະລັງໃຫ້ເຊົ້າມື້ໃໝ່ນັ້ນສົດຊື່ນແຈ່ມໃສ ແລະ ຫ້າວຫັນຂຶ້ນມາແນະນຳທ່ານ. ດື່ມນຳ້ : ການດື່່ມນຳ້ 1 ຈອກທັນທີຫລັງຕື່ນນອນ ຈະຊ່ວຍເຮັດໃຫ້ຂະບວນການເຜົາຜານໃນຮ່າງກາຍເຮັດວຽກດີຂຶ້ນ ແລະ ຍັງເຮັດໃຫ້ສະໝອງສົດຊື່ນຂຶ້ນນຳ. ຢ່າຫລັບຕໍ່…

     8 ລັກສະນະນິໄສທີ່ຄວນມີເພື່ອຈິດໃຈທີ່ເຂັ້ມແຂງກ້າວສູ່ຄວາມສຳເລັດ

     ຄົນທີ່ມີຈິດໃຈເຂັ້ມແຂງນັ້ນ ຈະໝັ່ນສະແຫວງຫາວິທີມາເພີ່ມຄວາມໝັ້ນຄົງ ແລະ ຄວາມແຂງແກ່ນໃຫ້ກັບໂຕເອງຢູ່ສະເໝີ. ຫາກທ່ານຢາກເປັນຄົນທີ່ປະສົບຄວາມສຳເລັດ  ທ່ານຕ້ອງໝັ້ນໃຈ, ພະຍາຍາມ ແລະ ມີວິໄນ ນອກຈາກຕ້ອງອົດທົນແລ້ວ ທ່ານຍັງຕ້ອງດຸໝັ່ນ ແລະ ພ້ອມທີ່ຈະຮັບມືກັບບັນຫາອຸປະສັກຕ່າງໆນຳ ແລະ ຕໍ່ໄປນີ້ແມ່ນ 8 ວິທີທີ່ຈະສ້າງຄວາມແຂງແກ່ນໃຫ້ກັບຈິດໃນຂອງທ່ານໃນທຸກໆມື້. ກະຕືືລືລົ້ນທີ່ຈະຮຽນຮູ້ :…

ການຄຸ້ມຄອງນໍ້າທີ່ດີ ຈະພາເຮົາມີຊັບທີ່ກິນບໍ່ໝົດ

ໂດຍ: ມຶກບໍ່ແຫ້ງ ເຖິງວ່າ ສປປລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ເຮົາມີແຫຼ່ງນໍ້າຈືດຢ່າງອຸດົມສົມ ບູນທີ່ສຸດ, ພວກເຮົາມີສາຍລຳທານຕັ້ງແຕ່ເໜືອຮອດໃຕ້ ເຊິ່ງເປັນພື້ນຖານແກ່ການດຳລົງຊີວິດຂອງປະຊາຊົນບັນ ດາເຜົ່າ ແລະເປັນທ່າແຮງແກ່ການພັດທະນາຂອງປະເທດຊາດ ແຕ່ຄຳຖາມທີ່ພວກເຮົາຄວນພະຍາຍາມຕອບໃຫ້ ໄດ້ຄື: ສາມາດຄຸ້ມຄອງຊັບພະຍາກອນນໍ້າທີ່ລໍ້າຄ່ານີ້ໄດ້ດີສໍ່າໃດ? ເມື່ອເວົ້າເຖິງ “ຄຸນ” ຂອງນໍ້າແລ້ວ ບໍ່ມີຊັບພະຍາກອນອັນໃດປຽບປານໄດ້, ເປັນແຫຼ່ງນໍ້າໃຊ້-ນໍ້າກິນ, ເປັນ…

ສານອວຍພອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2017 ) ຂອງທ່ານ ຮອງນາຍົກລັດ ຖະມົນຕີ  ສອນໄຊ ສີພັນດອນ

  ໃນບັນຍາກາດທີ່ບັນດາປະຊາຊາດ ສະເຫລີມສະຫລອງວັນເດັກນ້ອຍສາກົນເພື່ອສັນລະເສີນ ແລະ ປົກປ້ອງເດັກໃນທົ່ວໂລກ, ພວກເຮົາກໍພ້ອມກັນສະເຫລີມສະຫລອງວັນດັ່ງກ່າວ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຕ້ານການໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ໃຫ້ເປັນຂະບວນການອັນຟົດຟື້ນ ແລະ ໃນປີນີ້ກໍດັ່ງທຸກໆປີຜ່ານມາ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຮ່ວມກັບຂະແຫນງການທີ່ກ່ຽວຂ້ອງ ແລະ…

ນະຄອນຫຼວງເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະຄອບຄົວຕົວແບບ ຄັ້ງທີ IV ປະຈໍາປີ 2017

          ພະແນກອຸດສາຫະກໍາ ແລະການຄ້າ ຮ່ວມກັບສະພາການຄ້າ-ອຸດສາຫະກໍາ ນະຄອນຫຼວງວຽງຈັນ ແລະສູນການຄ້າລາວ-ໄອເຕັກ ໄດ້ເປີດງານວາງສະແດງ-ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ IV ປະຈໍາປີ 2017 ໃນວັນທີ 29 ພຶດສະພາ ນີ້. ທີ່ສູນການຄ້າ ລາວ-ໄອເຕັກ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!