ສະ​ຖາ​ບັນ​ສື່​ມວນ​ຊົນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວໄດ້​ຮັບ​ອຸປະກອນ​ຝຶກ​ອົບຮົມນຳ​ທ່ຽວ​ເຄື່ອນ​ທີ່ຈາກ​ສາກົນ

ພິທີມອບ-ຮັບພາຫະນະ ​ແລະ ອຸປະກອນ​ຝຶກ​ອົບຮົມ​ວຽກງານ​ທ່ອງ​ທ່ຽວມູນຄ່າກວ່າ 80 ພັນ​ໂດ​ລາສະຫະລັດ​ໃຫ້​ສະ​ຖາ​ບັນ​ສື່​ມວນ​ຊົນ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກະຊວງຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນນີ້ລະຫວ່າງ​ທ່ານ ສົມ​ລິດ ວິຣິວົງ ຮອງ​ຫົວໜ້າກົມ​ອາຊີວະ​ສຶກສາ ​ແລະ ທ່ານ…

ໄດ້ແລ້ວຜູ້ໂຊກດີຈາກລາວຟອດປະຈໍາປີ 2017

ພິທີຈັບສະຫລາກຄືນກໍາໄລໃຫ້ລູກຄ້າປະຈໍາປີ 2017 ຂອງບໍລິສັດລາວຟອດຊີຕີ, ໄດ້ຈັດຂຶ້ນໃນວັນທີ 29 ມັງກອນນີ້ທີ່ສູນບໍລິການຈໍາໜ່າຍລົດດັ່ງກ່າວຢູ່ບ້ານຂຸນຕາ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ໂດຍມີຜູ້ບໍລິຫານ, ພະນັກງານ ແລະ ລູກຄ້າເຂົ້າຮ່ວມຈໍານວນຫລາຍ. ໂຄງການມອບໂຊກນີ້ໄດ້ເລີ່ມປະຕິບັດມາແຕ່ເດືອນກໍລະກົດຫາເດືອນທັນວາ 2017 ໂດຍລູກຄ້າຜູ້ທີ່ຊື້ລົດຟອດທຸກລຸ້ນຈະໄດ້ຮັບບັດຊິງໂຊກ 1 ໃບຕໍ່ 1 ຄັນ ແລະ…

ບໍລິສັດ ETL ກຽມພັດທະນາເຄືອຂ່າຍໃຫ້ໄດ້ມາດຕະຖານສາກົນ

ພິທີເຊັນສັນຍາຈັດຊື້ ແລະ ພັດທະນາລະບົບເຄືອຂ່າຍ FTTH, ໂທລະສັບມືຖື 2G ແລະ 4G ຂອງບໍລິສັດ ອີທີແອລ (ETL) ຈໍາກັດ ຫລື(Engineering, Procurement, Construction) ລະຫວ່າງທ່ານ ວູ ຈ້ຽງເຊີງ (Wu Jiang…

ອຸຕຸເຕືອນ 31 ມັງກອນຫາ 6 ກຸມພານີ້ອາກາດຈະໜາວ ແລະ ມີລົມແຮງຢູ່ຫລາຍທ້ອງຖິ່ນ

ກົມອຸຕຸຍິຍົມ ແລະ ອຸທົກກະສາດ ໄດ້ເຕືອນວ່າ: ມວນ​ອາກາດ​ໜາວ​ເຢັນ​ຈາກ​ປະ​ເທດ​ຈີນ​ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ອອກສຽງ​ເໜືອ​ທີ່​ມີ​ກຳລັງ​ແຮງ​ພັດ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ໃນ​ໄລຍະ​ວັນ​ທີ 31 ມັງກອນຫາ​ວັນ​ທີ 6 ກຸມພານີ້, ​ເຊິ່ງຈະ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ໜາວ​ເຢັນ​ລົງ​ຕື່ມ 3-5 ອົງສາຢູ່​ແຂວງ​ພາກ​ເໜືອ, ພ້ອມ​ມີ​ຝົນຕົກ​ກະຈາຍ ​ແລະ ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ຢູ່​ເຂດ​ພູດ​ອຍບັນດາ​ແຂວງ​ພາກ​ເໜືອ, ​ແຂວງ​ໄຊ​ສົມບູນ, ​ເມືອງ​ດາກ​ຈຶງ ​ແລະ…

ສະມາຄົມມິດຕະພາບຫວຽດນາມ-ລາວຈັດງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ເມື່ອບໍ່ດົນມານີ້, ຢູ່ສູນການຄ້າອາຊຽນມໍນະຄອນຫລວງວຽງຈັນ, ສະມາຄົມມິດຕະພາບຫວຽດນາມ-ລາວ, ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຫວຽດນາມຂຶ້ນດ້ວຍບັນຍາກາດຟົດຟື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ-ປ່າໄມ້, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈໍາລາວ,…

ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ

ປີ 2018 ນີ້, ລາວຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 25.452 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງໃຫ້ໄດ້ 20.472 ຕື້ກີບ ແລະ ພູດທອງຖິ່ນ 4.979 ຕື້ກີບ, ສ່ວນລາຍຈ່າຍທັງໝົດບໍ່ໃຫ້ເກີນ 32.809 ຕື້ກີບ. ໃນນັ້ນລາຍຈ່າຍພູດສູນກາງ 23.832 ຕື້ກີບ ແລະ…

ລາວເລີ່ມສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຢູ່ແຂວງຊຽງຂວາງ

ພິທີວາງສີລາລຶກເປີດການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ທີ່ເມືອງພູກູດແຂວງຊຽງຂວາງ, ໄດ້ມີຂຶ້ນໃນວັນທີ 25 ມັງກອນນີ້, ໂດຍມີທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວາງເວີນທຽນ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາລາວ, ທ່ານ ສົມກົດ ມັງໜໍ່ເມກ…

ການ​ຂາດ​ສານ​ອາຫານ​ແມ່ນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ

ລັດຖະບານຮັບ​ຮູ້​ວ່າການ​ຂາດ​ສານ​ອາຫານ​ແມ່ນ​ເປັນ​ອຸປະສັກ​ອັນ​ໃຫຍ່​ຫລວງ​ຕໍ່ການ​ພັດທະນາ​ປະ​ເທດ, ​ໃນ​ນັ້ນການ​ຂາດ​ວິຕາມິນ​ແຮ່​ທາດ ຫລື ຄວາມ​ອຶດຫິວ​ແບບ​ບົ່ມ​ຊ້ອນ​ເປັນຄວາມ​ທ້າ​ທາຍ​ທີ່​ກົດໜ່ວງຕໍ່ການ​ພັດທະນາ, ລວມ​ເຖິງ​ບັນຫາ​ການ​ເປັນ​ເລືອດ​ຈາງ​ໃນ​ເດັກນ້ອຍ​ລຸ່ມ 5 ປີ ​ແລະ ​ແມ່ຍິງ​ໄວ​ຈະ​ເລີ​ນພັນ. ນອກ​ນີ້ ຍັງ​ພົບ​ວ່າການ​ຂາດ​ວິຕາມິນ​ເບ1 ​ແມ່ນເປັນໜຶ່ງ​ໃນ​ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ການ​ເຈັບ​ເປັນ ​ແລະ ເສຍ​ຊີວິດ​ໃນ​ເດັກນ້ອຍ, ພ້ອມ​ທັງ​ມີ​ການ​ຂາດ​ທາດ​ແຄວ​ຊຽມ ​ແລະ ບັນດາ​ວິຕາມິນອື່ນໆທີ່​ສຳຄັນ​ຕໍ່ຮ່າງກາຍ. ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ບັນຫາ​ຕ່າງໆທີ່​ພົວພັນ​ກັບ​ການ​ຂາດ​ສານ…

ພຽງ​​ເດືອນ​ດຽວທົ່ວ​ປະ​ເທດ​ມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດຫລາຍ​ກວ່າ 100 ​ຄົນ

​ກົມ​ຕຳຫລວດ​ຈະລາຈອນ ​ໃຫ້​ຮູ້​ວ່າ: ​ພຽງ​​ໄລຍະ​ເດືອນມັງກອນນີ້, ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 595 ກໍລະນີ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດກວ່າ 100 ຄົນ, ສະ​ເລ່ຍມື້ໜຶ່ງຈະ​ມີ​ຜູ້​ເສຍ​ຊີວິດບໍ່ຫລຸດ 3 ຄົນ ​ແລະ ມີມູນ​ຄ່າ​ເສຍ​ຫາຍຫລາຍ​ສິບ​ຕື້ກີບ, ​ແຂວງ​ທີ່​ເກີດ​ອຸປະຕິ​ເຫດ​ຫລາຍ​ກວ່າ​ຫມູ່​ແມ່ນນະຄອນຫລວງ​ວຽງຈັນ​ເກີດ​ຂຶ້ນ 113 ກໍລະນີມີ​ຜູ້​ເສຍ​ຊີວິດ 20 ຄົນ, ​ສະຫວັນ​ນະ​ເຂດມີ…

ສົ່ງເສີມການທ່ອງທ່ຽວ: ເລື່ອງ “ລາຄາ” ກໍໜ້າປັບປຸງ

ໃຜໆກໍເວົ້າວ່າ ເດີນທາງໄປທ່ອງທ່ຽວບ້ານເຮົານັ້ນ “ແພງ” ບໍ່ວ່າຈະເປັນອາຫານ, ທີ່ພັກເຊົາ ຫຼື ແມ່ນແຕ່ຄ່າປີ້ເຂົ້າຊົມກໍຖືວ່າມີ​ລາຄາ​ສູງ​ສົມຄວນ. ເລື່ອງດຽວກັນນີ້ກໍເກີດຂຶ້ນກັບຜູ້ຂຽນທີ່ໄດ້ສຳພັດຕົວຈິງມາໃໝ່ມາດໆ ຈາກການໄປທ່ຽວຊົມ ສວນ​ສອງ​ແຫ່ງໃນທ້າຍ ອາທິດ ທີ່ຜ່ານມາ, ດັ່ງເຮົາຮູ້ກັນວ່າ ການລິເລີ່ມການສ້າງ “ສວນ” ເພື່ອເປັນທາງເລືອກແກ່ນັກທ່ອງທ່ຽວຢູ່ ບ້ານເຮົານັ້ນ ແມ່ນແນວຄິດທີ່ດີຫຼາຍ ເຊິ່ງໃນຄວາມເປັນຈິງແລ້ວປະເທດ ໃກ້ຄຽງເຮົາເພິ່ນກໍເອົາການທ່ອງທ່ຽວ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!