ເງິນທີ່ໄດ້ຈາກການແຂ່ງຂັນກ໊ອຟ ການກຸສົນຂອງບໍລິສັດເທີນຫີນບູນ ໄດ້ນຳໄປຊ່ວຍເຫລືອສັງຄົມແລ້ວ
ພິທີມອບ-ຮັບເງິນຊ່ວຍເຫລືອຫລາຍກວ່າ 80 ລ້ານກີບ ທີ່ໄດ້ຈາກການແຂ່ງຂັນກ໊ອຟການກຸສົນ ທີ່ຈັດຂຶ້ນໂດຍບໍລິສັດ ເທີນຫີນບູນ ໃຫ້ໂຮງຮຽນເດັກພິການຕາ ທົ່ງປົ່ງ ແລະ ສະຫະພັນກິລາໝາກເສິກແຫ່ງຊາດ ໄດ້ມີຂຶ້ນໃນວັນທີ 31 ມັງກອນນີ້ ຢູ່ໂຮງຮຽນເດັກພິການຕາດັ່ງກ່າວ ທີ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດ…