ເຄັດລັບ 5 ປະການທີ່ຊ່ວຍໃຫ້ໃຊ້ເວລາຢ່າງສະຫຼາດ
ຫາກຄິດວ່າຄໍາເວົ້າຂ້າງເທິງເປັນຄໍາເວົ້າທີ່ເກີນຈິງ ໃຫ້ລອງຖາມນັກກິລາທີ່ຄະແນນກໍາລັງຕາມຫຼັງຊ່ວງ 2 ນາທີສຸດທ້າຍຂອງເກມ, ຖາມເຈົ້າໜ້າທີ່ຄວບຄຸການຈະລາຈອນທາງອາກາດທີ່ຕ້ອງເຮັດໜ້າທີ່ຈັດລໍາດັບເຮືອບິນຂຶ້ນ-ລົງສະໜາມບິນໃຫຍ່, ຖາມຜູ້ລາຍງານຂ່າວທີ່ຫາຮູ້ວ່າຕ້ອງຮີບມາລາຍງານຂ່າວດ່ວນ ຫຼືຄົນທີ່ເປັນມະເຮັງທີ່ຫາກໍຮູ້ວ່າຕົນເອງຈະຢູ່ໄດ້ອີກພຽງ 2 ເດືອນ ແລ້ວຈະໄດ້ຄໍາຕອບ. ການບໍລິຫານເວລາ ຟັງແລ້ວຄືຈະເປັນສິ່ງທີ່ຄ່ອນຂ້າງຂັດແຍ່ງ ເພາະເວລາເປັນສິ່ງທີ່ຢູ່ເໜືອການຄວບຄຸມຂອງມະນຸດ ແມ້ແຕ່ເຂັມເທິງໜ້າປັດໂມງກໍຖືກອອກແບບມາໃຫ້ເດີນໄປທາງໜ້າບໍ່ຖອຍຫຼັງກັບ, ດັ່ງນັ້ນ, ການຮຽງລໍາດັບຄວາມສໍາຄັນຂອງເຮົາປຽບຄືກະເປົາເດີນທາງ ເຖິງວ່າຈະມີຂະໜາດເທົ່າກັນ ແຕ່ບາງຄົນກັບໃສ່ເຄື່ອງນຸ່ງລົງໄປໄດ້ຫຼາຍກວ່າ ແລະ ດ້ວຍຄວາມຈິງທີ່ວ່າ…