ທາງລົດໄຟຄວາມໄວສູງ ລາວ-ຈີນ ຂໍຢ່າໃຫ້ເປັນຄືທາງດ່ວນ
ໂດຍ: ທິດກໍ່າ ໃນອາທິດຜ່ານ ເພຈສື່ອອນລາຍ (ແອໂຣລາວ Aero Laos) ໄດ້ໃຫ້ຮູ້ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ຍັງພົບບັນຫາຄວາມຫຍຸ້ງຍາກດ້ານຄວາມປອດໄພໃນໄລຍະການກໍ່ສ້າງ ຍ້ອນກຸ່ມຄົນບໍ່ດີໄປລັກຫັນເອົາຫົວນ໊ອດລາງລົດໄຟ ແລະ ລັກເຮັດທາງລັດຂ້າມຕາມລຳພັງໃຈ. ນອກຈາກນັ້ນ ຍັງມີສັດລ້ຽງຂອງປະຊາຊົນເຂົ້າມາໃນຂອບເຂດເສັ້ນທາງລົດໄຟເລື້ອຍໆ. ປາກົດການທີ່ອັນຕະລາຍດັ່ງກ່າວຖືວ່າເປັນບັນຫາພື້ນຖານຕໍ່ຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງຊາດ ກໍຄືຂອງລວມໝູ່ຢ່າງໃຫຍ່ຫລວງ….