ສາເຫດໜຶ່ງຂອງການແພ່ລະບາດຄືການບໍ່ປະຕິບັດຕາມມາດຕະການຂອງລັດ
ການແພ່ລະບາດຂອງເຊື້ອໂຄວິດ-19 ໃນຮອບນີ້ເລີ່ມແຕ່ວັນທີ 11 ເມສາ 2021 ກໍລະນີ ທີ 50 ທີ່ນັກທຸລະກິດໄທ ນັບວ່າເປັນການເລີ່ມຕົ້ນ ສ້າງຄວາມກັງວົນແກ່ຄະນະສະເພາະກິດ ແລະ ປະຊາຊົນເປັນທີ່ສຸດ ເນື່ອງຈາກເປັນໄລຍະດັ່ງກ່າວພວມຈະເຂົ້າສູ່ເທສະການສະຫລອງປີໃໝ່ລາວ ແລະ ຍັງປາກົດເຫັນມີການລະເມີດລັກຂ້າມຊາຍແດນແບບຜິດກົດໝາຍພ້ອມທັງມີຜູ້ຕິດເຊື້ອໃໝ່ຕໍ່ເນື່ອງ ທາງພາກລັດກໍຄືຄະນະສະເພາະກິດໄດ້ສັ່ງດ່ວນໃຫ້ປິດສະຖານບັນເທີງ, ຮ້ານຄາຣາໂອເກະ, ຮ້ານອິນເຕີເນັດຄາເຟ່, ພ້ອມທັງໃຫ້ງົດການສັງສັນປີໃໝ່ລາວ,…