ເດັກນ້ອຍອາຍຸຕ່ຳກວ່າ 12 ປີລົງມາ ແມ່ນຍັງບໍ່ອະນຸຍາດໃຫ້ບໍລິການສັກວັກຊີນປ້ອງກັນໂຄວິດໄດ້ເທື່ອ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານວັນທີ 1 ກຸມພາ 2022 ວ່າ: ປັດຈຸບັນລັດຖະບານລາວ ກໍຄືກະຊວງສາທາລະນະສຸກຍັງບໍ່ອະນຸຍາດໃຫ້ບໍລິການສັກວັກຊີນກຸ່ມເດັກທີ່ມີອາຍຸຕ່ຳກວ່າ 12 ປີລົງມາເທື່ອ ແລະ ໃຫ້ບໍລິການສັກວັກຊີນແຕ່ກຸ່ມອາຍຸ 12-17 ປີ ແລະ…

ການສຶກສາຊີ້ ເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ແພ່ລະບາດໄດ້ງ່າຍກວ່າ ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ ມີໂອກາດແພ່ກະຈາຍເຊື້ອໄດ້ຫລາຍກວ່າ

ວັນທີ 31 ມັງກອນ 2022, ການສຶກສາໃນເດນມາກ ໂດຍທີມນັກວິທະຍາສາດມະຫາວິທະຍາໄລໂຄເປນເຮເກນ ແລະ ກະຊວງສາທາລະນະສຸກເດນມາກ ເຜີຍວ່າ: ເຊື້ອໄວຣັສໂຄໂຣນາກາຍພັນໂອມິຄຣອນສາຍພັນຍ່ອຍ BA.2 ສາມາດແພ່ລະບາດໄດ້ງ່າຍກວ່າເຊື້ອໂອມິຄຣອນສາຍພັນດັ້ງເດີມ (BA.1) ທີ່ແພ່ລະບາດເປັນເຊື້ອຫລັກຢູ່ໃນປັດຈຸບັນນີ້. ອີກທັງຜູ້ທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດແລ້ວກໍບໍ່ໄດ້ມີທ່າອ່ຽງແພ່ກະຈາຍເຊື້ອໄດ້ງ່າຍເທົ່າກັບຜູ້ທີ່ຍັງບໍ່ເຄີຍເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ ລວມທັງຜູ້ທີ່ເຂົ້າຮັບການສັກວັກຊີນເຂັມກະຕຸ້ນແລ້ວກໍບໍ່ໄດ້ມີທ່າອ່ຽງແພ່ກະຈາຍເຊື້ອໄດ້ງ່າຍເທົ່າກັບຜູ້ທີ່ສັກວັກຊີນປ້ອງກັນໂຄວິດຄົບໂດສແລ້ວ ເຊິ່ງເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ແພ່ລະບາດຢ່າງວ່ອງໄວໃນເດນມາກ ໂດຍຜູ້ຕິດເຊື້ອສ່ວນຫລາຍມາຈາກທຸກກຸ່ມຄົນ…

ປະທານອົງການກາແດງແຫ່ງຊາດລາວ ຊຸກຍູ້ວຽກງານກາແດງ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ແຂວງສະຫວັນນະເຂດ

ວັນທີ 30 ມັງກອນ ຫາ ວັນທີ 1 ກຸມພາ 2022 ນີ້, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢຽ້ມຢາມແລະຊຸກຍູ້ວຽກງານກາແດງທີ່ແຂວງສະຫວັນນະເຂດ. ໂດຍພົບ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອປຶກສາຫາລືວຽກງານກາແດງແລະລາຍງານການເຄື່ອນໄຫວວຽກງານກາແດງໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບພ້ອມທັງຂໍທິດທາງໃນການໃນການເຄື່ອນໄຫວພັດທະນາໃນຕໍ່ຫນ້າເພື່ອແນ່ໃສ່ເຮັດໃຫ້ວຽກງານກາແດງພັດທະນາເປັນກ້າວໆແລະບັນຫາສຳຄັນແມ່ນຊ່ວຍເຫລືອແລະການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19…

ໄນກີ ປະກາດຕັດຄວາມສຳພັນກັບ ກຣີນວູດ ຫລັງມີຄະດີອັນໂຫດຮ້າຍ

ແບຣນສິນຄ້າຊື່ດັງ (NIKE)  ຕັດສິນໃຈຢຸດຄວາມສຳພັນກັບນັກເຕະພຶດຕິກຳຈອມໂຫດຂອງທີມແມນເຊສເຕີ ຢູໄນເຕັດ ຮຽບຮ້ອຍແລ້ວ ຫລັງຕົກເປັນຜູ້ຕ້ອງຫາໃນຄະດີທຳຮ້າຍຮ່າງກາຍແຟນສາວ. ເມສັນ ກຮີນວູດ ຕົກເປັນຂ່າວດັງທົ່ວເກາະອັງກິດອີກເທື່ອຫນຶ່ງ ຫລັງຖືກ ແຮຣຽດ ຣ໊ອບສັນ ແຟນສາວນາງແບບຊື່ດັງ ອອກມາເປີດເຜີຍພາບ ແລະ ວີດີໂອ ຫລັງຖືກທຳຮ້າຍຮ່າງກາຍ ເຮັດໃຫ້ນັກເຕະດັງອາຍຸ 20 ປີ…

ຂະແໜງການເງິນຢູ່ແຂວງສາລະວັນ ຍັງພົບບັນຫາໜີ້ສິນສາທາລະນະ, ບັນຫາການລະເມີດວິໄນ ແຜນການ-ການເງິນ, ບັນຫາການຂຸດຄົ້ນທຸກແຫຼ່ງລາຍຮັບບົ່ມຊ້ອນ

ໃນວັນທີ 28 ມັງກອນ 2022 ຜ່ານມານີ້, ແຂວງສາລະວັນ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດຕິດພັນກັບຂະແໜງການເງິນ, ຈັດຂື້ນຢູທີ່ຫ້ອງປະຊຸມສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ,…

ອັນເຊລັອດຕິ ງົງ, ຢູຟາສັ່ງໃຫ້ກັບໄປສອບຕໍ່ໃບອະນຸຍາດຜູ້ຈັດການທີມ

ຄາໂລ ອັນເຊລັອດຕິ ຍອດຜູ້ຈັດການທີມຂອງສະໂມສອນ ເຣອັນ ມາດຣິດ ອອກອາການມຶນງົງ, ຫລັງຖືກ ຢູຟາ ສັ່ງໃຫ້ເຂົ້າສອບເພື່ອຕໍ່ໃບອະນຸຍາດປະກອບວິຊາຊີບຜູ້ຈັດການທີມ ບໍ່ດັ່ງນັ້ນຈະບໍ່ໄດ້ກັບມາຄຸມທີມຂ້າງສະຫນາມອີກ. ຄາໂລ ອັນເຊລັັອດຕິ ຍອດຜູ້ຈັດການທີມຊາວອິຕີລາຂອງ ເຣອັນ ມາດຣິດ ທີມຜູ້ນຳຂອງ ລາ ລີກາ ສະເປນ ມີເລື່ອງໃຫ້ປວດຫົວອີກຄັ້ງຫນຶ່ງ…

ເຂົ້າ 2 ອອກ 4, ສະເປີ ໄດ້ນັກເຕະໃຫມ່-ລະບາຍນັກເຕະນອກແຜນສົມໃຈ

ສະເປີໄດ້ 2 ຜູ້ຫລິ້ນໃຫມ່ມາເສີມທີມ ພ້ອມປ່ອຍ 4 ນັກເຕະທີ່ບໍ່ຢູ່ໃນແຜນການເຮັດທີມຂອງ ອັນໂຕນີໂອ ຄອນເຕ ກ່ອນປິດຕະຫລາດນັກເຕະເດືອນມັງກອນ. ຂະນະດຽວກັນ ສະເປີ ກໍປ່ອຍຜູ້ຫລິ້ນ 4 ຄົນທີ່ບໍ່ຢູ່ໃນແຜນການເຮັດທີມຂອງ ອັນໂຕນີໂອ ຄອນເຕ ຜູ້ຈັດການທີມຊາວອີຕາລີ ເລີ່ມຈາກ ຕອງກີ ເອັນດອມເບລ…

ແຂວງເຊກອງ ວາງຄາດໝາຍໃຫ້ GDP ປີ 2022 ເພີ່ມຂຶ້ນໃນລະດັບ 4% ຂຶ້ນໄປ

ທ່ານ ຄຳປະກອນ ອຸເທນທະປັນຍາ ຮອງຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງເຊກອງ ໃນກອງປະຊຸມສະຫລຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ວ່າ: ໃນປີ 2022 ໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນ ພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 4%…

ເກີດອຸບັດຕິເຫດຢູ່ແຂວງບໍ່ແກ້ວ ເສຍຊີວິດ 1 ຄົນ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ລາຍງານວ່າ: ພາຍຫລັງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດໃນເວລາ 17:11 ນາທີຂອງວັນທີ 31 ມັງກອນ 2022 ວ່າມີອຸບັດຕິເຫດລົດຕູ້ຄອນເທັນເນີ+ລົດເຄນ ຢູ່ດອຍນ້ຳເລັ່ງ ເມືອງຫ້ວຍຊາຍ. ຂະນະໄປເຖິງຈຸດເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ​ຊາບຊື່ ແມ່ນທ້າວ ສົມບັດ ອາຍຸ 40 ປີ. (ສັນຊາດລາວ)…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!