ມະຫາກາບ ເຈ້ທິບ ເບິ່ງຄືຈະເປັນຕອນຈົບ ແຕ່ຄວາມຈິງຫາກໍດຳເນີນເລື່ອງ

ວັນທີ 29 ກໍລະກົດ 2022ນີ້ , ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າເມືອງຂອງໄທ ໄດ້ບຸກເຂົ້າຈັບຕົວ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ ທີ່ຄົນຮູ້ຈັກໃນນາມເຈົ້າແມ່ຂາຍອອນລາຍ ຫລື ເຈ້ທິບ ທຸລະລະກິດຂາຍເພັດ ແລະ ຮັບຝາກເງິນໂດຍໃຫ້ອັດຕາດອກເບ້ຍສູງເຖິງ 30% ເມື່ອມີຄົນຫລົງນຳເງິນມາຝາກຈຳນວນມະຫາສານ…

ແຈ້ງເຖິງຜູ້ຖືກເສຍຫາຍ ປະເພດລົດຈັກ ຈໍານວນ 71 ຄັນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງການມາຍັງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ຊາບວ່າ ທາງກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ກັກລົດຈັກ ເຊິ່ງໄດ້ມາຈາກການກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໄດ້ມາຈາກການດຳເນີນຄະດີອາຍາ ແລະ ໄດ້ຈາກການປະຕິບັດໜ້າທີ່ອື່ນໆ ຂອງເຈົ້າໜ້າທີ່ ຈຳນວນ…

ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຖະແຫລງການເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2022 (30 ກໍລະກົດ 2022)

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຖະແຫລງການເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2022 (30 ກໍລະກົດ 2022) ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ…

ສານປະຊາຊົນແຂວງອຸດົມໄຊ ຕັດສິນໂທດປະຫານຊີວິດຜູ້ຂົນສົ່ງ, ຄອບຄອງຢາບ້າ ແລະ ສານເຄມີ

ຂ່າວ ປກສ ແຂວງອຸດົມໄຊ ລາຍງານວັນທີ 27 ກໍລະກົດ 2022 ຜ່ານມານີ້ ສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບ ຕາມປະເດັນຄຳຕັດສິນ ເລກທີ 081/ຂຕ.ອ ລົງວັນທີ 21 ກໍລະກົດ 2022 ຕໍ່ ທ້າວ ສົມລີ…

ຟີລິບປິນພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ມີປະຫວັດເດີນທາງໄປພື້ນທີ່ລະບາດ ຜູ້ສຳຜັດໃກ້ຊິດຍັງບໍ່ພົບຕິດເຊື້ອ

ຟີລິບປິນຢືນຢັນພົບຜູ້ຕິດເຊື້ອໝາກສຸກລີງ (Monkeypox) ຄົນທຳອິດ ເປັນພົນລະເມືອງທີ່ເດີນທາງກັບມາຈາກຕ່າງປະເທດ. ກະຊວງສາທາລະນະສຸກຟີລິບປິນເປີດເຜີຍວ່າ: ພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄັ້ງທຳອິດໃນປະເທດ ໂດຍຜູ້ຕິດເຊື້ອເປັນຊາຍອາຍຸ 31 ປີ ເດີນທາງກັບມາຈາກຕ່າງປະເທດໃນວັນທີ 19 ກໍລະກົດຜ່ານມາ ແລະ ມີຜົນການກວດຢືນຢັນວ່າຕິດເຊື້ອໃນວັນທີ 28 ກໍລະກົດ. ທ່ານ ເບເວີລີ ໂຮ ຮອງໂຄສົກກະຊວງສາທາລະນະສຸກຟີລິບປິນ…

ລັດນິວຢອກ-ເມືອງຊານຟຣານຊິສໂກ ປະກາດສະຖານະການສຸກເສີນ “ໝາກສຸກລີງ” ຫລັງພົບຜູ້ຕິດເຊື້ອສູງສຸດໃນອາເມລິກາ

ລັດນິວຢອກ ແລະ ເມືອງຊານຟຣານຊິສໂກຂອງອາເມລິກາ ປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກ ເພື່ອຮັບມືການລະບາດຫລັງເປັນພື້ນທີ່ພົບຜູ້ຕິດເຊື້ອສູງສຸດໃນປະເທດ. ການຕັດສິນໃຈປະກາດສະຖານະການສຸກເສີນພະຍາດໝາກສຸກລີງໃນລັດນິວຢອກ ແລະ ເມືອງຊານຟຣານຊິສໂກ ມີຂຶ້ນຫລັງຈາກທັງສອງພື້ນທີ່ຖືກລະບຸວ່າເປັນພື້ນທີ່ທີ່ພົບຜູ້ຕິດເຊື້ອໝາກສຸກລີງສູງສຸດໃນອາເມລິກາ ໂດຍຫລາຍກວ່າ 1 ໃນ 4 ຂອງຜູ້ຕິດເຊື້ອທົ່ວປະເທດທີ່ໄດ້ຮັບການຢືນຢັນແລ້ວໃນປັດຈຸບັນຈຳນວນ 4.907 ຄົນ ຢູ່ໃນສອງພື້ນທີ່ດັ່ງກ່າວ. ລອນດອນ ບຣີດ ເຈົ້າຄອງເມືອງຊານຟຣານຊິສໂກ…

ຄລອບ ຢືນຢັນ ຟີມີໂນ ຍັງມີຄວາມສຳຄັນຫລາຍ ບໍ່ຄິດປ່ອຍອອກຈາກທີມ

ເຈີເກັນ ຄລອບ ຢືນຢັນບໍ່ມີຄວາມຄິດຈະປ່ອຍ ໂຣແບໂຕ ຟີມີໂນ ກອງຫນ້າທີມຊາດ ບຣາຊິລ ໃຫ້ຍ້າຍອອກຈາກລີເວີພູລ ຕາມກະແສຂ່າວລື ເພາະນັກເຕະມີຄວາມສຳຄັນກັບທີມຢ່າງຫລາຍ. ຟີມີໂນ ອາຍຸ 30 ປີ ຖືກຫລຸດບົດບາດກັບລີເວີພູລລົງໄປຢ່າງຈະແຈ້ງໃນໄລຍະຫລັງ ແລະຕອນນີ້ມີຂ່າວວ່າ ຢູເວນຕຸສ ທີມດັງແຫ່ງລີກ ເຊເຣຍ ອາ…

ແມນຢູ ທາບທາມ ເຊສໂກ  ມີຄູ່ແຂ່ງ 3 ທີມທີ່ພ້ອມຍາດນັກເຕະ

ເດລີ ເມລ ສື່ຊື່ດັງຂອງອັງກິດລາຍງານວ່າ ແມນເຊສເຕີ ຢູໄນເຕັດ ທີມດັງພຣີເມຍລີກ ອັງກິດ ໄດ້ຕິດຕໍ່ກັບໂຕແທນສ່ວນຕົວຂອງ ເບນຈາມິນ ເຊສໂກ ແລ້ວ ເພື່ອຫວັງຄວ້າຕົວກອງຫນ້າທີມຊາດສະໂລວີເນຍ ມາເສີມທີມ ຫລັງຈາກ ຄຣິສຕຽນໂນ ໂຣນັລໂດ ອາດຍ້າຍທີມໃນຕະຫລາດນັກເຕະລະດູການນີ້ ເນື່ອງຈາກລາວຍັງຢາກຫລິ້ນໃນຢູຟາ ແຊ໊ມປຽນລີກ ຂະນະທີ່…

ຢູເວນຕຸສ ພ້ອມລ່າ ເມມຟິສ ເດິປາຍ ເສີມຄົມແດນໜ້າ

ຢູເວນຕຸສ ສະໂມສອນດັງລີກອິຕາລີ ຕົກເປັນຂ່າວໃຫ້ຄວາມສົນໃຈ ເມມຟິສ ເດິປາຍ ກອງໜ້າຂອງ ບາເຊໂລນາ ມາເສີມທີມ ແລະ ເພີ່ມຕົວເລືອກໃນແດນຫນ້າຂອງພວກເຂົາ. ລາຍງານລະບຸວ່າ : ຢູເວນຕຸສ ສະໂມສອນດັງລີກອິຕາລີ ຕ້ອງການທີ່ຈະຄວ້າ ເມມຟິສ ເດິປາຍ ນັກເຕະຊາວເນເທີແລນ ຂອງບາ ເຊໂລນາ…

ຫາກິນເທິງຄວາມຢາກ ໂລບມາກໂລພາຂອງຄົນອື່ນ ແຕ່ບໍ່ໜີພົ້ນກົດແຫ່ງກຳ

ບໍ່ວ່າວົງການໃດທັງໃນລາວ ແລະ ຕ່າງປະເທດ ລ້ວນແຕ່ຢູ່ໃນຂອບ ຢູ່ໃນກົດກະຕິກາ ວ່າແຈ້ງໆຄືຢູ່ໃນຕົວບົດກົດໝາຍບ້ານເມືອງ, ແຕ່ອາດຈະດ້ວຍຄວາມໂລບມາກໂລພາ ຫລື ຄວາມບໍ່ສັດຊື່ບໍລິສຸດທັງຕໍ່ຕົນເອງ ແລະ ສັງຄົມ ຈຶ່ງເຮັດໃຫ້ກິເລດຕັນຫາຄວາມຢາກຄອບງຳ ເມື່ອຜູ້ໃດໜຶ່ງ ກຸ່ມຄົນໃດໜຶ່ງປະພຶດນອກ ກົດກະຕິກາ ຫລື ລະບຽບການ, ກົດໝາຍບ້ານເມືອງ ລ້ວນແຕ່ເກີດຄວາມຜິດພາດ ສົ່ງຜົນສະທ້ອນທີ່ບໍ່ດີ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!