ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ

- a320 sl - ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ
- kitchen vibe - ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ

ລັດຖະບານຝຣັ່ງສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ: ການ​ບັນລຸ​ຂໍ້​ຕົກລົງ​ຂັ້ນສຸດ​ທ້າຍ​ສຳລັບ​ການ​ສັ່ງ​ຊື້​ເຮືອບິນ​ແອ​ບັສ A320 ຈຳນວນ 184 ລຳ​ໂດຍ​ທາງ​ການ​ຈີນ ອາດ​ຈະ​ມີ​ມູນ​ຄ່າ​ສູງ​ກວ່າ 18.000 ລ້ານ​ໂດ​ລາ​ສະຫະລັດ ອາດ​ຈະ​ສຳ​ເລັດ​​ໃນ​ອະນາຄົດ​ອັນ​ໃກ້​ນີ້.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ປັກ​ກິ່ງ ສປ ຈີນ ​ໃນ​ວັນ​ທີ 10 ມັງກອນ​ວ່າ: ລັດຖະບານ​ຝຣັ່ງປະກາດ​ກ່ຽວ​ກັບ​ການ​ໄດ້​ຮັບ​ໃບ​ສັ່ງ​ຊື້​ເຮືອບິນ​ໂດຍສານ​ແອ​ບັສ A320 ຈາກ​ລັດຖະບານ​ປັກ​ກິ່ງ ຈຳນວນ 184 ລຳ ສຳລັບ​ໃຊ້​ງານ​ໃນ​ສາຍ​ການບິນ​ທ້ອງ​ຖິ່ນ​ຂອງ​ຈີນ 13 ​ແຫ່ງ ​ໂດຍ​​ເບື້ອງຕົ້ນຄາດ​ວ່າ​ແອ​ບັສ ​ເຊິ່ງມີ​ສຳນັກງານ​ໃຫຍ່​ຢູ່​ເມືອງ​ຕູ​ລູສ ທາງ​ຕອນ​ໃຕ້​ຂອງຝຣັ່ງ ຈະ​ສົ່ງ​ມອບ​ສິນຄ້າ​ຕາມ​ລາຍການ​ສັ່ງ​ຊື້​ໄດ້​ລະຫວ່າງ​ປີ 2019-2020.

ຂະນະ​ທີ່​ປະທານາທິບໍດີ ​ເອມມາ​ນູ​ເອລ ມາຄຣົງ ​ເຊິ່ງສຳ​ເລັດ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 10 ມັງກອນ ກ່າວ​ເຖິງ​ເລື່ອງ​ນີ້​ພຽງ​ວ່າ: ທັງ​ສອງ​ຝ່າຍ​ອາດ​ຈະ​ສະຫລຸບ​ຂໍ້​ຕົກລົງ​ດັ່ງກ່າວ​ຮ່ວມ​ກັນ​ໄດ້​ພາຍ​ໃນ​ອະນາຄົດ ​ແລະ ຫວັງ​ວ່າ​ຈີນ​ຈະ​ໃຫ້​ຄວາມ​ສົນ​ໃຈ​ເຮືອບິນຮຸ່ນ A350 ​ແລະ ຊູ​ເປີ​ຈຳ​ໂບ້ A380 ນຳ​ອີກ. ພ້ອມ​ທັງ​ເປີດ​ເຜີຍ​ອີກ​ວ່າ: ປະທານ​ປະ​ເທດ ສີ ຈິ້ນຜິ​ງ ​ໄດ້​ໃຫ້​ຄຳ​ໝັ້ນກ່ຽວ​ກັບ “ຄວາມ​ເທົ່າ​ທຽມ​​ໃນ​ຈີນ ລະຫວ່າງ​ສ່ວນ​ແບ່ງ​ຂອງ​ແອ​ບັສ ​ແລະ ​ໂບອິ້ງ ​ເຊິ່ງ​ເປັນ​ຜູ້​ຜະລິດ​ເຮືອບິນ​ສັນຊາດ​ອາ​ເມ​ລິ​ກາ”.

ທັງ​ນີ້ ມີ​ລາຍ​ງານ​ວ່າ: ທ່ານ ມາຄຣົງ ​ແລະ ທ່ານ ສີ ຈິ້ນຜິ​ງ ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ການ​ລົງ​ນາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ທາງ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຫລາຍ​ສະບັບ ທີ່​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ມູນ​ຄ່າ​ອອກ​ມາ​ຢ່າງ​ຈະ​ແຈ້ງ, ​ແຕ່​ແຫ​ລ່ງຂ່າວ​ເປີດ​ເຜີຍ​ວ່າ: ​ໃນ​ສ່ວນ​ຂອງ​ຄຳ​ສັ່ງ​ຊື້​ເຮືອບິນ​ແອ​ບັສ A320 ຈຳນວນ 184 ລຳ ອາດ​ຈະ​ມີ​ປະມານ 18.000 ລ້ານ​ໂດ​ລາ​ສະຫະລັດ. ນອກຈາກ​ນີ້ ​ແອ​ບັສ ອອກ​ຖະ​ແຫລ​ງການ​ອີກ​ສະບັບ​ໜຶ່ງ ກ່ຽວ​ກັບ​ການ​ກຽມ​ເພີ່ມ​ສາຍ​ງານ​ການ​ຜະລິດ​ເຮືອບິນ A320 ​ໃນ​ຈີນ​ນຳ​ອີກ.

- 3 - ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ
- 5 - ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ
- 4 - ຝຣັ່ງເຜີຍຈີນສັ່ງເຮືອບິນແອບັສ 184 ລຳ