ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ

- 14883694 1378960772135591 3230225877626905181 o - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ
- kitchen vibe - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ

​ແຫ​ລ່ງຂ່າວ ຂປລ ລາຍ​ງານ​ວ່າ: ອຳນາດ​ການ​ປົກຄອງ​ແຂວງ​ວຽງ​ຈັນ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ: ຕ້ອງ​ຢຸດຕິ ​ແລະ ບໍ່​ອະນຸຍາດ​ໃຫ້​ນັກ​ລົງທຶນ​ເຂົ້າມາ​ປູກ​ກ້ວຍ​ຫອມ​ຢ່າງ​ຖາວອນ​ຢູ່​ແຂວງ​ຂອງ​ຕົນ ນັບ​ແຕ່​ທ້າຍ​ເດືອນ​ກັນຍາ 2017 ນີ້​ເປັນຕົ້ນ​ໄປ ​ເນື່ອງ​ຈາກ​ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ​ຢ່າງ​ຮ້າຍ​ແຮງ. ການ​ເຂົ້າມາ​ລົງທຶນ​ປູກ​ກ້ວຍ​ໃນຜ່ານ​ມາ​ສ່ວນ​ຫລາຍ​ແມ່ນ​ນັກ​ລົງທຶນ​ຈີນ​ໄດ້​ເຂົ້າມາ​ປູກ​ຢູ່​ເມືອງ​ຫີນ​ເຫີບ, ​ເມືອງ​ວັງ​ວຽງ ​ແລະ ​ເມືອງ​ເຟືອງ ມີ​ເນື້ອທີ່​ກວ່າ 400 ​ເຮັກຕາ ຕ້ອງ​ໃຫ້​ຮີບ​ຮ້ອນ​ເກັບ​ກູ້​ຜົນ​ຜະລິດ​ຂອງ​ຕົນ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລະ ​ໃຫ້​ຢຸດ​ເຊົາ ​ເນື່ອງ​ຈາກ​ນຳ​ໃຊ້​ສານ​ເຄມີ​ຮ້າຍ​ແຮງ ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ​ເປັນ​ບໍ່​ໜ້ອຍ. ດັ່ງນັ້ນ ຖ້າ​ໃນ​ກໍລະນີ​ຍັງ​ບໍ່​ທັນ​ໝົດ​ອາຍຸ​ສຳ​ປະທານ​ທີ່​ດິນ​ກໍ​ຕ້ອງ​ໃຫ້​ຫັນ​ໄປ​ປູກ​ພືດ​ເປັນ​ສິນຄ້າ​ອື່ນໆ​ທົດ​ແທນ, ຖ້າ​ບໍ່​ປະຕິບັດ​ຕາມ​ຈະ​ມີ​ມາດ​ຕະການ​ທີ່​ເຂັ້ມງວດ​ ​ໂດຍ​ອີງ​​ໃສ່​ລະບຽບ​ກົດໝາຍ.

ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່​າ​ໄມ້​ແຂວງ​ວຽງ​ຈັນ ​ເປີດ​ເຜີຍ​ວ່າ: ການ​ປູກ​ກ້ວຍ​ຢູ່ 3 ​ເມືອງ​ດັ່ງກ່າວ​ໄດ້​ເລີ່​ມມາ​ແຕ່​ປີ 2013 ລວມມີ 7 ຫົວໜ່ວຍ ມີ​ເນື້ອທີ່​ທັງ​ໝົດ 412 ​ເຮັກຕາ, ​ໃນ​ນັ້ນ​ໄດ້​ມີ​ການ​ສຳ​ປະທານ​ດິນ​ປະຊາຊົນ 319 ​ເຮັກຕາ ​ແລະ ດິນ​ລັດ 103 ​ເຮັກຕາ ​ແຕ່​ໄດ້​ຮັບ​ການ​ອະນຸມັດ​ທີ່​ຖືກຕ້ອງ​ມີ 6 ຫົວໜ່ວຍ​ເທົ່າ​ນັ້ນ

- Visit Laos Visit SALANA BOUTIQUE HOTEL - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ

ປັດຈຸບັນ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ສືບ​ຕໍ່​ດຳ​ເນີ​ນການ​ກວດກາ-ຄຸ້ມ​ຄອງ​ການ​ເກັບ​ກູ້​ຜົນ​ຜະລິດ​ຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ຢຸດ​ເຊົາ​ທັນທີ, ຖ້າ​ຫາກ​ຜູ້​ລົງທຶນ​ຍັງ​ມີ​ປະສົງ​ຢາກ​ດຳ​ເນີນ​ກິດຈະການ​ຕໍ່ ​ໂດຍ​ສະ​ເພາະ​ທີ່​ດິນ​ສຳ​ປະທານ​ຍັງ​ບໍ່​ທັນ​ໝົດ​ອາຍຸ ກໍ​ໃຫ້​ຫັນ​ໄປ​ປູກ​ພືດ​ອື່ນ​ທີ່​ບໍ່​ສ້າງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ແລະ ຈະ​ມີ​ມາດ​ຕະການ​ເດັດຂາດ​ຕໍ່​ການ​ນຳ​ເຂົ້າສານ​ເຄມີ​ທີ່​ຕ້ອງ​ຫ້າມ ຄື​ຢາຂ້າ​ຫຍ້າ, ຢາ​ປາບ​ສັດຕູ​ພືດ, ຝຸ່ນ​ເຄມີ ​ແລະ ສານ​ເລັ່ງການຈະ​ເລີ​ນ​ເຕີບ​ໃຫຍ່​ຂອງ​ພືດ ​ແລະ ສັດ ທີ່​ບໍ່​ມີ​ການ​ກວດກາ​ຢັ້ງຢືນ​ຈາກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໂດຍ​ເດັດຂາດ.

- 4 - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ
- 5 - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ
- 3 - ແຂວງ​ວຽງ​ຈັນ​ປະກາດ​ຢຸດຕິ​ການ​ປູກ​ກ້ວຍ​ຢ່າງ​ຖາວອນ