10 ເຫດການດ້ານເສດຖະກິດພົ້ນເດັ່ນໃນປີ 2017

ປີ 2017 ເປັນປີທີ່ສອງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ເປັນຊ່ວງໄລຍະທີ່ສະພາບການເງິນ-ງົບປະມານຂອງປະເທດເຮົາມີຄວາມຫຍຸ້ງຍາກ ແລະ ທ້າທາຍສົມຄວນ, ເຊິ່ງລັດຖະບານໄດ້ພະຍາຍາມນໍາໃຊ້ຫລາຍມາດຕະການ, ວິທີການລວມທັງການຮ່ວມມືກັບບັນດາປະເທດເພື່ອນມິດ,​ ອົງການຈັດຕັ້ງສາກົນຕ່າງໆ ໃນການຄຸ້ມຄອງລະບົບເສດຖະກິດມະຫາພາກເພື່ອແກ້ໄຂຄວາມສ່ຽງຕ່າງໆໃຫ້ຫລຸດຜ່ອນລົງ ແລະ ມື້ນີ້ໜັງສືພີມລາວພັດທະນາໄດ້ຄັດຈ້ອນເອົາ 10 ເຫດການເດັ່ນດ້ານເສດຖະກິດທີ່ເກີດຂຶ້ນໃນປີ 2017…

63 ປີແຫ່ງການສ້າງຕັ້ງອົງການກາແດງລາວ

ເນື່ອງໃນໂອກາດວັນສ້າງຕັ້ງອົງການກາແດງລາວ ຄົບຮອບ 63 ປີ ຄືວັນທີ 1 ມັງກອນ ປີ 1955 – 1 ມັງກອນ 2018, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການ ກາແດງລາວ, ໄດ້ປາຖະກະຖາກ່ຽວກັບວັນສຳຄັນດັ່ງກ່າວ ຂື້ນທີ່ຫ້ອງປະຊຸມອົງການກາແດງລາວ…

ຮ່ວມກັນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ດ້ວຍຈິດໃຈປະຢັດ

ປີ ຄສ 2017 ພວມຈະໂບກບິນໄປຈາກພວກເຮົາ ແລະປີໃໝ່ ຄສ 2018 ກໍເຂົ້າມາແທນທີ່, ພວກເຮົາຈົ່ງພ້ອມກັນເບີກ ບານມ່ວນຊື່ນກັບຜົນການເຄື່ອນໄຫວໃນຮອບປີຜ່ານມາ ແລະທົບທວນຄືນຂໍ້ຄົງຄ້າງເພື່ອແກ້ໄຂແລ້ວກ້າວສູ່ປີໃໝ່ ດ້ວຍຈິດໃຈໃໝ່, ໄຊຊະນະໃໝ່, ໃຫຍ່ຫຼວງກ່ວາເກົ່າ ຕິດພັນກັບນະໂຍບາຍ-ຄຳສັ່ງປະຢັດຂອງລັດຖະບານ ແລະໃນປີນີ້ກໍຢູ່ໃນທ່າມກາງບັນຍາກາດທີ່ທົ່ວທັງຊາດມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ພາຍໃຕ້ການນໍາພາຂອງພັກ ແລະລັດຖະບານເຮົາທີ່ສາມາດຂັບເຄື່ອນປະເທດສູ່ຜົນສໍາເລັດ ໂດຍສະເພາະການແກ້ໄຂບັນຫາຄົງຄ້າງທີ່ຕົກທອດຈາກອະດີດ ເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ,…

ເດືອນທັນວານີ້ມີຫລາຍບັນຫາລັດຖະບານໄດ້ແກ້ໄຂ

ໃນກອງປະຊຸມລັດຖະບານປະຈໍາເດືອນທັນວາທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ໃນເດືອນທັນວານີ້, ລັດຖະບານໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂບັນຫາສໍາຄັນຕ່າງໆໃນດ້ານເສດຖະກິດຂອງຊາດ, ໄປຄຽງຄູ່ກັບການແກ້ໄຂສະພາບຫຍໍ້ທໍ້ຂອງສັງຄົມຕ່າງໆຜ່ອນຜັນລົງ, ແນໃສ່ສ້າງເງື່ອນໄຂອໍານວຍໃຫ້ແກ່ການພັດທະນາປະເທດຊາດເຂັ້ມແຂງ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ອັນສໍາຄັນໄດ້ດໍາເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາການແກ້ໄຂບັນຫາສະພາບລັກລອບຄ້າໄມ້ ແລະ ຂຸດຄົ້ນແຮ່ຄໍາທີ່ເກີດຂຶ້ນຢູ່ບາງທ້ອງຖິ່ນ, ການປະຕິບັດໂຄງການກໍ່ສ້າງທາງປຸຢາງສອງຊັ້ນ 3 ເສັ້ນຢູ່ແຂວງໄຊສົມບູນ, ການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດເພື່ອໄກ່ເກຍ ແລະ…

ຈີນຮັບປາກຊ່ວຍເລືອກຕັ້ງກຳປູເຈຍ ຫລັງ EU ແລະ ອາເມລິກາ ຖອນຕົວ

​ເຈົ້າໜ້າ​ທີ່​ກຳປູ​ເຈຍ​ກ່າວ​ວ່າ: ຈີນ ຈະ​ຈັດ​ສັນ​ອຸປະກອນ​ສຳລັບ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ກຳປູ​ເຈຍ​ປີ 2018 ລວມທັງ​ຫີບ​ບັດ​ເລືອກ​ຕັ້ງ ​ແລະ ສະຖານ​ທີ່​ເລືອກ​ຕັ້ງ. ຖື​ເປັນ​ປະ​ເທດ​ທຳ​ອິດ​ທີ່​ຮັບປາກ​ຊ່ວຍ​ເຫລືອ ພາຍຫລັງ​ສະຫະພາບ​ເອີຣົບ (EU) ​ແລະ ອາ​ເມ​ລິ​ກາ ຖອນ​ຕົວ​ຈາກ​ການ​ສະໜັບສະໜູນ​ກຳປູ​ເຈຍ. ຈີນ​ເປັນ​ປະ​ເທດ​ຜູ້​ບໍລິຈາກ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ກຳປູ​ເຈຍ, ທັງ​ສອງ​ໃກ້ຊິດ​ກັນ​ຫລາຍ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະບານ​ກຳປູ​ເຈຍ​ປາບ​ປາມ​ກຸ່ມ​ວິຈານ​ຕໍ່ຕ້ານ, ກຸ່ມ​ປະຊາ​ສັງຄົມ ​ແລະ ສື່​ອິດສະຫລະ​ຢ່າງ​ຕໍ່​ເນື່ອງ ​ເຊິ່ງກຸ່ມ​ສິດທິ​ມະນຸດ​ລະບຸ​ວ່າ​ເປັນ​ການ​ທຳລາຍ​ຂະ​ບວນການ​ປະຊາທິປະ​ໄຕ. ທາງ​ດ້ານ…

ຣັດເຊຍສະເໜີເປັນຄົນກາງໃນການ ເຈລະຈາ ອາເມລິກາ-ສປປ ເກົາຫລີ

ຣັດ​ເຊຍ​ບໍ່​ສາມາດ​ຕັດສິນ​ເອງ​ເພື່ອ​ກາຍ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ໃນ​ການ​ເຈລະຈາ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ​ໄດ້. ສິ່ງ​ດັ່ງກ່າວ​ແມ່ນ​ຂຶ້ນກັບ​ເລື່ອງ 2 ຝ່າຍ​ເຂົ້າຮ່ວມ​ການ​ເຈລະຈາ. ຣັດ​ເຊຍ​ກຽມພ້ອມ​ເປັນ​ຄົນ​ກາງ​ໃນ​ການ​ເຈລະຈາ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ​ເພື່ອ​ແນ​ໃສ່​ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ. ຖ້າ​ຫາກ​ວ່າ 2 ປະ​ເທດ​ນີ້​ຍອມຮັບ​ມົດ​ສະ​ກູສວມ​ບົດບາດ​ນີ້. ນີ້​ແມ່ນ​ເນື້​ອ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ໂຄສົກ​ວັງ​​ແກມ​ລິນ ທ່ານ…

ສະພາອີຣານຮັບຮອງເຢລູຊາເລມ ເປັນເມືອງຫລວງຂອງປາແລັສຕິນ

ລັດຖະສະພາຂອງ​ອີຣານ​ໃນ​ນະຄອນຫລວງ​ເຕຮາ​ຣານ ປະກາດ​ຮັບຮອງ​ນະຄອນຫລວງ​ເຢລູຊາ​ເລ​ມ​ເປັນ “​ເມືອງ​ຫລວງ​ຕະຫລອດ​ການ” ຂອງ​ປາ​ແລັສຕິນ, ສ່ວນ​ຜູ້ນຳ​ສູງ​ສຸດ​ຂອງ​ອີຣານກ່າວ​ວ່າ: ນະ​ໂຍບາຍ​ເລື່ອງ​ອີຣານຂອງ​ລັດຖະບານ ທຣຳ ຈະ “ລົ້ມ​ເຫ​ລວ” ​ເໝືອນ​ລັດຖະບານ​ ​ເຣ​ແກນ ທັງ​ທີ່​ຜູ້ນຳ​ອາ​ເມ​ລິ​ກາ​ໃນ​ຕອນ​ນັ້ນ “ສະຫລາດ​ກວ່າ” ຕອນ​ນີ້​ກໍ​ຕາມ. Iran declares Jerusalem “capital of Palestine”…

ສະບາຍດີປີໃໝ່

ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ມື້ອື່ນມື້ຮືນີ້ປີເກົ່າ 2017 ກໍຈະຜ່ານພົ້ນໄປ ແລະ ປີໃໝ່ 2018 ກໍຈະເຂົ້າມາປ່ຽນ ແທນ, ທ່ຽງທຳໃນນາມຜູ້ຂຽນ ຄໍລຳສະບາຍດີຕອນເຊົ້ານີ້, ກໍຂໍ ອວຍພອນໃຫ້ເພື່ອນຜູ້ອ່ານທຸກ ຖ້ວນໜ້າ, ຈົ່ງມີໂຊກມີໄຊອອກ ປີໃໝ່ຟ້າໃໝ່ກໍຂໍໃຫ້ມີສຸຂະພາບ ເຂັ້ມແຂງ, ມີຄວາມສຸກສົມບູນ…

ບຸນປອນ ຝຶກຊ້ອມໜັກຫວັງສ້າງ ຜົນງານໃນອາຊຽນເກມ 2018

ປັດຈຸບັນທ້າວ ບຸນປອນ ລາຊະວົງສີ ເຈົ້າຂອງຫລຽນທອງກິລາມວຍສາກົນ ຮຸ່ນນໍ້າໜັກ 49 ກິໂລ ໃນງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເປັນເຈົ້າພາບຈັດ​ຂຶ້ນ​ກາງ​ເດືອນ​ສິງຫາຜ່ານ​ມາ​ນີ້ ​ໄດ້​ຝຶກ​ຊ້ອມ​ໜັກ​ເພື່ອພັດທະນາຕົນເອງຂຶ້ນ​ເລື້ອຍໆ ແນໃສ່ສ້າງຜົນງານໃຫ້ບັນລຸເປົ້າໝາຍໃນງານມະຫະກຳກິລາອາຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ທີ່​ຈະ​ຈັດ​ຂຶ້ນ​​ໃນ​ປີ 2018 ແລະ…

ເຫດການພົ້ນເດັ່ນໃນວົງການກິລາໜຶ່ງປີຜ່ານມາ

ປີ 2017 ວົງການກິລາລາວສາມາດ​ຍາດ​ໄດ້ຜົນ​ງານ​ດີ​ເດັ່ນ​ຫລ​າຍດ້ານ ເຊິ່ງມື້ນີ້ໜັງສືພິມລາວ​ພັດທະນາຈະນໍາເອົາເຫດການສໍາຄັນໃນວົງການກິລາລາວສະເພາະປີ 2017 ມາໃຫ້ທ່ານຜູ້ອ່ານຮັບ​ຮູ້​ດັ່ງ​ນີ້: ຕົ້ນປີ 2017 ເລີ່ມຕົ້ນຈາກງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຫລື ນົກກົກຄຳເກມ 2017 ໄດ້ເລີ່ມແຂ່ງຂັນແຕ່ວັນທີ 1-9 ກຸມພາ 2017 ເຊິ່ງມີ  12…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!