ນະຄອນຫລວງວຽງຈັນເລັ່ງສະກັດກັ້ນສິ່ງຫຍໍ້ທໍ້ໃນສັງຄົມໃຫ້ຜ່ອນຜັນລົງ
ໃນກອງປະຊຸມຫັນກໍາລັງລົງກໍ່ສ້າງຮາກຖານປ້ອງກັນຄວາມສະຫງົບສົກປີ 2017-2018 ຢູ່ນະຄອນຫລວງວຽງຈັນເມື່ອບໍ່ດົນມານີ້, ໄດ້ວາງຄາດໝາຍໄວ້ວ່າ: ຕ້ອງຮັບປະກັນໃຫ້ນະຄອນຫລວງວຽງຈັນມີຄວາມສະຫງົບ ແລະ ມີຄວາມປອດໄພຮອບດ້ານຕາມຄໍາຂວັນ 3 ຫລຸດຂອງເຈົ້າຄອງວາງອອກຄື: ຫລຸດຜ່ອນອຸປະຕິເຫດ, ຫລຸດຜ່ອນບັນຫາຢາເສບຕິດ ແລະ ຫລຸດຜ່ອນອັກຄີໄພໃຫ້ປະກົດຜົນເປັນຈິງ, ນອກນີ້ກໍໃຫ້ເອົາໃຈໃສ່ແກ້ໄຂບັນຫາການລັກລອບເຂົ້າ-ອອກເມືອງ ແລະ ການປະກອບອາຊີບຜິດກົດໝາຍ, ລວມທັງແກ້ໄຂການກໍ່ອາດຊະຍາກໍາທຸກຮູບແບບໃຫ້ຫລຸດລົງ ແລະ ນີ້ແມ່ນຄຳຊີ້ນຳເດັດຂາດຂອງທ່ານເຈົ້າຄອງ ເພື່ອໃຫ້ກຳລັງເຈົ້າໜ້າທີ່ມີຄວາມຫ້າວຫັ້ນປະຕິບັດໜ້າທີ່ວຽກງານ…