ເດເລ້ ອາວລີ້ ຕົກລົງຕໍ່ສັນຍາກັບ ສະເປີ ມູນຄ່າຈີກສັນຍາບໍ່ຕໍ່າກວ່າ 100 ລ້ານປອນ

ເດເລ້ ອາວລີ້ (Dele Alli) ກອງກາງຕົວບຸກທີມຊາດອັງກິດ ອາຍຸ 22 ປີ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ທ໊ອດແນມ ຮ໊ອດສະເປີ ອີກ 2 ປີ ຈົນຮອດປີ 2024 ໂດຍມີມູນຄ່າຈີກສັນຍາບໍ່ຕໍ່າກວ່າ 100 ລ້ານປອນ. ອາວລີ້…

ຂໍ້ຕົກລົງການຄ້າ CPTPP ຈະເລີ່ມມີຜົນບັງຄັບໃຊ້ທ້າຍປີນີ້

ຂໍ້​ຕົກລົງ​ຄວບ​ຄຸມ ​ແລະ ກ້າວໜ້າ​ເພື່ອຫຸ້ນ​ສ່ວນ​ການ​ຄ້າ​ພາກພື້ນອາຊີ-ປາຊີ​ຟິກ ຫລື CPTPP ທີ່​ມີ 11 ປະ​ເທດ​ຮ່ວມ​ລົງ​ນາມ​ເປັນ​ພາຄີ ​ເຊິ່ງມີ​ເປົ້າໝາຍ​ໃນ​ການ​ກຳຈັດ​ອຸປະສັກ​ທາງ​ການ​ຄ້າ ຈະ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ໃນ​ທ້າຍ​ເດືອນ​ທັນວາ​ນີ້. ຂໍ້​ຕົກລົງ CPTPP ​ເດີນ​ໜ້າ​ໄປ​ອີກ​ຂັ້ນ ພາຍຫລັງ​ອົດ​ສະຕຣາລີ​ແຈ້ງ​ນູ​ແວນ​ເຊ​ລັງວ່າ: ອົດ​ສະຕຣາລີ​ຈະ​ເປັນ​ປະ​ເທດ​ທີ 6 ທີ່​ໃຫ້​ສັດຕະຍາ​ບັນ​ຢ່າງ​ເປັນ​ທາງ​ການ​ຮັບຮອງ​ຂໍ້​ຕົກລົງ​ດັ່ງກ່າວ ຫລັງ​ຈາກ​ນູ​ແວນ​ເຊ​ລັງ, ກາ​ນາ​ດາ, ຍີ່ປຸ່ນ,…

ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ

ອິນ​ເດ​ຍອາດ​ຫ້າມ​ໃຊ້​ລົດ​ສ່ວນ​ຕົວ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ຊົ່ວຄາວ ຖ້າ​ມົນ​ລະ​ພິດ​ໃນ​ອາກາດຮຸນ​ແຮງ​ອີກ ຫລັງ​ຈາກ​ເຖິງ​ລະດັບ​ຮ້າຍ​ແຮງ​ໃນ​ໄລຍະ​ຫລາຍ​ມື້ຜ່ານ​ມາ. ພາກ​ເໜືອ​ຂອງ​ອິນ​ເດຍ ລວມທັງ​ນະຄອນຫລວງ​ນິວ​ເດ​ລີ​ເລີ່​ມມີ​ໝອກ​ພິດ​ປົກ​ຄຸ​ມ​ໄປ​ທົ່ວ ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນທຸກ​ປີ​ເມື່ອ​ເຂົ້າສູ່​ລະດູ​ໜາວ ບວກ​ກັບ​ກະສິກອນ​ເຜົາ​ພືດ​ຜົນ​ທີ່​ເຫລືອ​ຈາກ​ການ​ເກັບ​ກ່ຽວ​ຜົນ​ຜະລິດ. ປະທານ​ສຳນັກງານ​ຄວບ​ຄຸມ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ກ່າວ​ວ່າ: ຂໍ​ໃຫ້​ຊ່ວຍ​ກັນ​ຫວັງ​ວ່າ​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ຈະ​ດີ​ຂຶ້ນ, ​ແຕ່​ຖ້າ​ສະຖານະ​ການ​ຮຸນ​ແຮງ​​ເຖິງ​ຂັ້ນສຸກ​ເສີນ​ຈະ​ຕ້ອງ​ຢຸດ​ການ​ໃຊ້​ລົດ​ສ່ວນ​ຕົວ ​ເພີ່ມ​ອີກ​ຈາກ​ທີ່​ເຄີຍ​ສະ​ເໜີ​ໃຫ້​ງົດ​ການ​ກໍ່ສ້າງ, ງົດ​ໃຊ້​ເຄື່ອງ​ປັ່ນ​ໄຟ​ນ້ຳມັນ​ແອັດ​ຊັງ, ງົດ​ເຜົາ​ດິນ​ຈີ່ ​ແລະ ​ເຜົາຂີ້​ເຫຍື້ອລະຫວ່າງ​ວັນ​ທີ 1-10 ພະຈິກ ​ເພາະ​ຄາດ​ວ່າ​ມົນ​ລະ​ພິດ​ໃນ​ອາກາດ​ຈະ​ສູງ​ຂຶ້ນ, ດັດຊະນີ​ຄຸນ​ນະພາ​ບອາກາດ​ທີ່​ວັດ​ແທກ​ຄວາມ​ເຂັ້ມຂຸ້ນ​ຂອງ​ອະນຸ​ພາກ​ພິດ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ວັນ​ທີ…

IEA ຊີ້ລາຄານ້ຳມັນຂາຂຶ້ນກະທົບຜູ້ບໍລິໂພກ

ສຳນັກງານ​ພະລັງງານ​ສາກົນ (IEA) ລະບຸ​ວ່າ: ລາຄາ​ນ້ຳມັນ​ທີ່​ລະດັບ​ສູງ​ກຳລັງ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ບໍລິ​ໂພ​ກ ​ແລະ ສົ່ງ​ສັນຍານ​ລົບ​ຕໍ່​ຜູ້​ຜະລິດ. ທ່ານ ຟາ​ຕີ ​ໄບຣອລ ຜູ້ອຳນວຍການ​ຂອງ IEA ກ່າວ​ວ່າ: ລາຄາ​ນ້ຳມັນ​ທີ່​ເພີ່ມ​ຂຶ້ນ​ໄດ້​ເຮັດ​ໃຫ້​ຫລາຍ​ປະ​ເທດ​ປະສົບ​ບັນຫາ​ຂາດ​ດຸນ​ບັນຊີ, ​ແຕ່​ຄາດ​ຄະ​ເນ​ວ່າ: ອຸປະ​ສົງ​ນ້ຳມັນ​ຈະ​ຍັງ​ຄົງ​ຂະຫຍາຍຕົວ​ຕໍ່​ໄປ ​ເຖິງ​ວ່າ​ມີ​ການ​ໃຊ້​ລົດຍົນ​ໄຟຟ້າ​ຫລາຍ​ຂຶ້ນ ​ເນື່ອງ​ຈາກ​ຍັງ​ມີ​ການ​ໃຊ້​ປລາສຕິກ. ຂະນະ​ທີ່​ອຸດສາຫະກຳ​ການບິນ​ມີ​ການ​ຂະຫຍາຍຕົວ ​ເຊິ່ງຈະ​ເຮັດ​ໃຫ້​ມີ​ການ​ລົງທຶນ​ດ້ານ​ກາ​ນກັ່ນ​ນ້ຳມັນ​ເພື່ອ​ຜະລິດ​ປິ​ໂຕຣ​ເຄມີ ​ແລະ…

ເມືອງ ສີສັດຕະນາກ ລົງຈັດສັນຄວາມບໍ່ເປັນລະບຽບຕາມເສັ້ນທາງຕ່າງໆ ໃນຕົວເມືອງ

ໃນວັນທີ 31 ຕຸລາ ນີ້, ໜ່ວຍ ງານກໍ່ສ້າງຮາກ ຖານເມືອງ ສີສັດຕະນາກນະຄອນຫລວງ ວຽງຈັນ ໄດ້ລົງຈັດສັນຄວາມ ບໍ່ເປັນລະບຽບຮຽບຮ້ອຍຕາມ ເສັ້ນທາງຕ່າງໆ ຢູ່ເຂດບ້ານ ທົ່ງພານທອງ, ສະພານທອງ ເໜືອ , ໂດຍສະເພາະການແກ້ ໄຂເທີບເງີບ ແລະ…

ທ່ານ ທຣຳ ມີແຜນຈະຍົກເລີກສິດການໄດ້ ສັນຊາດອາເມລິກາຂອງເດັກທີ່ເກີດ ໃນອາເມລິກາ

ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ກ່າວ​ໃນ​ວັນ​ທີ 30 ຕຸລາ​ແລ້ວ​ນີ້​ວ່າ: ທ່ານ​ມີ​ແຜນ​ຈະ​ຍົກ​ເລີກ​ໃຫ້​ສິດ​ເປັນ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ອັດຕະ​ໂນ​ມັດ​ຕາມ​ລັດຖະທຳ​ມະນູນ​ແກ່​ບຸກຄົນ​ທີ່​ເກີດ​ໃນ​ແຜ່ນດິນ​ອາ​ເມ​ລິ​ກາ ທີ່​ບິດາ-ມານ​ດາ​ບໍ່​ໄດ້​ຖື​ສັນຊາດ​ອາ​ເມ​ລິ​ກາ ​ແລະ ​ເປັນ​ຜູ້​ອົບ​ພະຍົບ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ. ທ່ານ ທຣຳ ​ໃຫ້​ສຳພາດ​ເວັບ​ໄຊ​ຂ່າວ​ແອັກ​ຊິ​ອອສວ່າ: ທ່ານ​ຈະ​ອອກ​ຄຳ​ສັ່ງ​ທາງ​ການ​ບໍລິຫານ​ຂອງ​ປະທານາທິບໍດີ ​ເພື່ອ​ຍົກ​ເລີກ​ສິດ​ການ​ໄດ້​ສັນຊາດອາ​ເມ​ລິ​ກາ​ຢ່າງ​ອັດຕະ​ໂນ​ມັດ​ຈາກ​ການ​ກຳ​ເນີ​ດ​ໃນ​ອາ​ເມ​ລິ​ກາ. ທ່ານ ທຣຳ ກ່າວ​ເຖິງ​ເລື່ອງ​ນີ້​ໃນ​ຂະນະ​ທີ່​ກຳລັງ​ຈະ​ມີ​ການ​ເລືອກ​ຕັ້ງກາງ​ສະ​ໄໝ​ຂອງ​ອາ​ເມ​ລິ​ກາ​ໃນ​ອາທິດ​ໜ້າ ​ແລະ…

ມອບ-ຮັບ ແລະ ເປີດນຳໃຊ້ສູນຂໍ້ມູນດິຈິຕ໋ອນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ (LEED)

ພິທີມອບ-ຮັບສູນຂໍ້ມູນ ດິຈິຕ໋ອນທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບຂອງ ສປປ ລາວ Lao Energy Efficiency Data Center (LEED) ໄດ້ຈັດຂຶ້ນເມື່ອມໍ່ໆ ນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງກະຊວງວິທະຍາ ວາດ-ເຕັກໂນໂລຊີ ແລະ ອົງ ການ NEDO…

ກະທົງເປັນທຸກ

ໂດຍ: ທ່ຽງທຳ    ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ກໍດັ່ງພາບທີ່ເຮົາເຫັນນີ້ ແມ່ນສາກກະທົງທີ່ຍັງຕົກຄ້າງ ຢູ່ຕາມແຄມນ້ຳຂອງບໍລິເວນໄດ້ ຈັດໃຫ້ມີການລົງໄປປ່ອຍກະທົງ ໃນແຄມນ້ຳດັ່ງກ່າວໃນຄ່ຳຄືນ ມື້ອອກພັນສາປະວໍລະນານີ້, ສະເພາະຢູ່ນະຄອນຫລວງວຽງ ຈັນ ກໍອາດຈະເລີ່ມແຕ່ແຄມທ່າ ເກົ້າລ້ຽວ, ສີໄຄ, ສີຖານລົງໄປ ຈົນຮອດໂຮງແຮມແລນມາກ ແມ່ນມີຫລາຍກວ່າໝູ່ເບິ່ງແລ້ວ…

ຄຸ້ມຄອງນຳໃຊ້ສື່ອອນລາຍໃຫ້ມີຜົນປະໂຫຍດສູງສຸດ

ໂດຍ: ທິດກ່ຳ      ໃນປະໂຫຍກທີ່ທິດກ່ຳ ໄດ້ ນຳເອົາມາເປັນກະທູ້ຂ້າງເທິງ ນີ້, ແມ່ນໄດ້ຍິບຍົກເອົາມາຈາກ ເນື້ອໃນກອງປະຊຸມຂອງຄະນະລັດຖະບານປະຈຳເດືອນຕຸລາ ໂດຍແມ່ນທ່ານ ນາຍົກລັດຖະ ມົນຕີ ທອງລຸນ ສີສຸລິດ ເປັນ ປະທານ ແລະ ທັງໄດ້ແນະນຳ ໃຫ້ຜູ້ເຂົ້າຮ່ວມໃນຄະນະລັດ…

ເຖິງຈະມີເວລາໜ້ອຍກໍສາມາດເຮັດວຽກໄດ້ຫລາຍຂຶ້ນ

ຈົດລາຍການສິ່ງທີ່ຕ້ອງເຮັດ : ຈົດລາຍການສິ່ງທີ່ທ່ານຕ້ອງເຮັດທຸກມື້ ຂັ້ນຕອນນີ້ໃຊ້ເວລາພຽງບໍ່ເທົ່າໃດນາທີ ໂດຍທ່ານ ອາດຈະຂຽນລາຍການຂອງທ່ານກ່ອນເຂົ້ານອນ ຫລື ຈະຕອນເລີ່ມຕົ້ນເຊົ້າມື້ໃໝ່ກໍໄດ້ ແລະ ເພື່ອໃຫ້ທ່ານສາມາດຈິນຕະນາການເຖິງເປົ້າໝາຍຂອງທ່ານໄດ້ຈະແຈ້ງ ລວມທັງເກີດຄວາມຫ້າວຫັນຂຶ້ນ ທ່ານຄວນຈະຈົດໃນລັກສະນະຂອງຄຳສັບ ຫລື ໃຈຄວາມສຳຄັນຂອງສິ່ງທີ່ທ່ານຕ້ອງເຮັດ. ເລີ່ມຈາກສິ່ງທີ່ທ່ານມັກເຮັດກ່ອນ ຈາກນັ້ນຈຶ່ງຄ່ອຍໆເຮັດສິ່ງທີ່ຍາກຂຶ້ນໄປ : ຖ້າມັນຍາກເກີນທີ່ຈະເລີ່ມເຮັດຫຍັງຈັກຢ່າງ ໃຫ້ທ່ານລອງເລີ່ມຈາກສິ່ງທີ່ ທ່ານມັກກ່ອນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!