6 ສັບພະຄຸນທີ່ໜ້າສົນໃຈຂອງນຳ້ມັນຫອມລະເຫີຍດອກກຸຫລາບ
ນຳ້ມັນຫອມລະເຫີຍດອກ ກຸຫລາບ (rose essential oil) ນອກຈາກມີກິ່ນຫອມສະເພາະໂຕເປັນເອກະລັກເດັ່ນແລ້ວ ຍັງມີສັບພະຄຸນອີກຫລາຍຢ່າງດັ່ງຕໍ່ໄປນີ້ : ຫລຸດອາການຊຶມເສົ້າຂອງແມ່ລູກອ່ອນ : ອາການຊຶມເສົ້າແມ່ນອາການປ່ວຍທີ່ເກີດຂຶ້ນໄດ້ກັບຜູ້ຄົນທຸກເພດໄວຈາກສາເຫດສານເຄມີໃນສະໝອງທີ່ເຮັດວຽກຜິດປົກກະຕິ ການປິ່ນປົວໃນເບື້ອງຕົ້ນໄດ້ແກ່ : ການກິນຢາຢ່າງເຄັ່ງຄັດ, ແຕ່ນອກຈາກຢາແຜນປະຈຸບັນແລ້ວ ຍັງມີສະໝຸນໄພບາງຊະນິດທີ່ສາມາດຊ່ວຍຫລຸດຜ່ອນອາການດັ່ງກ່າວໄດ້ ເຊິ່ງກໍແມ່ນນຳ້ມັນຫອມລະເຫີຍສະກັດຈາກດອກກຸຫລາບ. ຜົນການທົດລອງພົບວ່າຫລັງຈາກແມ່ລູກອ່ອນໃຊ້ນຳ້ມັນຫອມລະເຫີຍແລ້ວ ອາການຊຶມເສົ້າຫລັງເກີດລູກຫລຸດລົງ ແລະ…