ກະຊວງສຶກສາຄັດເລືອກຄູເຝິກຫຼັກແຫຼ່ງ ແລະ ຄູເຝິກປະຈໍາແຂວງ ສໍາລັບວຽກງານບໍາລຸງຄູປະຈໍາການ
ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄັດເລືອກຄູເຝິກຫຼັກແຫຼ່ງ ແລະ ຄູເຝິກປະຈໍາແຂວງ ສໍາລັບວຽກງານບໍາລຸງຄູປະຈໍາການ, ຂຶ້ນໃນວັນທີ 30 ຕຸລາ-2 ພະຈິກນີ້, ທີ່ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ໃນນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ເກດ ພັນລັກ ວ່າການຫົວໜ້າກົມສ້າງຄູ ກະຊວງສຶກສາທິການ…