ຟີຟາ ຈັດອັນດັບທີມບານເຕະໂລກ ທີມຊາດລາວຕົກອີກ 3 ອັນດັບ

ສະຫະພັນ​ບານ​ເຕະ​ນາໆ​ຊາດ ຫລື FIFA ​ໄດ້​ອັບ​ເດດ​ການຈັດ​ອັນ​ດັບ​ໂລກ​ຫລ້າ​ສຸດ​ໃນ​ວັນ​ທີ 29 ພະຈິກ 2018 ຫລັງ​ຈົບ​ການ​ແຂ່ງຂັນ​ຕາມ​ຕາຕະລາງ FIFA DAY ລວມທັງ​ການ​ແຂ່ງຂັນ​ລາຍການ​ຕ່າງໆ ​ເປັນຕົ້ນ ຢູຟາ ​ເນ​ຊັນ​ລີກ ​ແລະ African Cup of Nations ຮອບ​ຄັດ​ເລືອກ…

ຊຸນຢາງ ແລະ ແຄມເບວ ຄວ້າລາງວັນ ນັກກິລາລອຍນ້ຳດີເດັ່ນປີ 2018

Pacific Rim ວາລະສານ​ກິລາລອຍນ້ຳຂອງ​ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ວາລະສານ​ກິລາ​ລະດັບ​ໂລກ ​ໄດ້​ປະກາ​ດລາງວັນ​ນັກ​ກິລາລອຍນ້ຳດີ​ເດັ່ນ​ຍິງ-ຊາຍ ປະຈຳ​ປີ 2018. ຊຸນ​ຢາງ ນັກ​ກິລາລອຍນ້ຳຊາວ​ຈີນ ​ໄວ 26 ປີ ​ເຈົ້າຂອງ 4 ຫລຽນ​ຄຳ, 2 ຫລຽນ​ເງິນ ​ເອຊຽນ​ເກ​ມ 2018 ​ໄດ້​ຮັບ​ລາງວັນ​ນີ້​ເປັນຄັ້ງທີ…

ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ

​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍັກ​ໃຫຍ່​ແຫ່ງ ພຣີ​ເມຍ​ລີກ ອັງກິດ ​ໃຊ້​ອັອບຊັນ​ຂະຫຍາຍ​ສັນຍາ ດາ​ວິດ ​ເດ ​ເຄອາ ຜູ້​ຮັກສາ​ປະຕູ​ທີ​ມຊາດ​ສະ​ເປ​ນ ອອກ​ໄປ​ອີກ 1 ປີ ຫລື ຈົນ​ຮອດ​ຊຳ​ເມີ້​ປີ 2020 ຮຽບຮ້ອຍ​ແລ້ວ. ​ເດ ​ເຄອາ ​ເຊິ່ງຍ້າຍ​ຈາກ…

ເປເຣຊ ພ້ອມປ່ອຍ ວາທານ ເລັ່ງດຶງສອງນັກເຕະເປັນຕົວແທນ

ດອນ ບາ​ລອນ ສື່​ຂອງ​ສະ​ເປ​ນ ລະບຸວ່າ: ຟໍ​ເຣນຕິ​ໂນ ​ເປ​ເຣຊ ຜູ້​ບໍລິຫານ ຣີລ ມາດຣິດ ພ້ອມ​ຂາຍ ຣາຟາ​​ແອ​ລ ວາ​ທານ ​ແລ້ວ ຖ້າ​ໄດ້​ເງິນ 80 ລ້ານ​ຢູ​ໂຣ ​ໂດຍ​ລາວ​ຫວັງ​ດຶງ ມິ​ລານ ສຄຣິ​ເນຍ ກັບ…

ກົງໂກພົບພະຍາດລະບາດ ທັງອີໂບລາ-ມາລາເລຍ

ປັດຈຸບັນ ສະຖານະ​ການການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ​ຢູ່​ສາທາລະນະ​ລັດ ປະຊາທິປະ​ໄຕ ກົງ​ໂກ ຍັງ​ວິ​ກິດ, ປະ​ເທດ​ທີ່​ຕັ້ງຢູ່​ທາງ​ຕາ​ເວັນ​ຕົກ​ຕອນ​ກາງຂອງ​ອາ​ຟຣິກາ​ແຫ່ງ​ນີ້ ກຳລັງ​ຜະ​ເຊີນ​ພະຍາດ​ມາລາ​ເລຍ​ທີ່​ມີ​ທ່າ​ອ່ຽງຮຸນ​ແຮງ​ຂຶ້ນ. ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ອົງການ​ອະນາ​ໄມ​ໂລກ (WHO) ​ໄດ້​ເຜີຍ​​ແຜ່​ລາຍ​ງານ​ໃນ​ອາທິດ​ນີ້ ລະບຸ​ວ່າ: ​ເມືອງ​ເບ​ນີ ​ແຂວງ​ກິ​ວູ​ເໜືອ ​ເຊິ່ງຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ກົງ​ໂກ ​ແລະ ມີ​ຊາຍ​ແດນ​ຕິດ​ກັບ​ອູ​ກັນດາ ກຳລັງ​ຜະ​ເຊີນ​ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ…

ຜູ້ນຳເວເນຊູເອລາປະກາດຂຶ້ນຄ່າແຮງຂັ້ນຕໍ່າ 150%

ປະທານາທິບໍດີ ນິ​ໂກ​ລັສ ມາ​ດູ​ໂຣ ປະກາດ​ວ່າ: ຈະ​ຂຶ້ນຄ່າ​ແຮງ​ຂັ້ນຕໍ່າ​ໃນ​ເວ​ເນ​ຊູ​ເອລາ​ເຖິງ 150% ​ໂດຍ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ທັນວາ​ນີ້​ເປັນຕົ້ນ​ໄປ. ຄຳ​ປະກາດ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ຄ່າ​ແຮງ​ຂັ້ນຕໍ່າ​ເພີ່ມ​ຂຶ້ນຈາກ​ປັດຈຸບັນ 1.800 ​ໂບລິ​ວາ ​ເປັນ 4.500 ​ໂບລິ​ວາ ​ເຊິ່ງຈະ​ເຮັດ​ໃຫ້​ຄ່າ​ແຮງ​ຂັ້ນຕໍ່າ​ອັດຕາ​ໃໝ່​ເທົ່າ​ກັບ 10 ​ໂດ​ລາ​ສະຫະລັດ. ຂໍ້​ມູນ​ກອງ​ທຶນ​ການ​ເງິນ​ສາກົນ (IMF)…

IMF ເຕືອນທົ່ວໂລກຜະເຊີນຄວາມສ່ຽງ ເສດຖະກິດ

ທ່ານນາງ ຄຣິສຕິນ ລາ​ກາດ ຜູ້ອຳນວຍການ​ກອງ​ທຶນ​ການ​ເງິນ​ສາກົນ (IMF) ​ເຕືອນ​ວ່າ: ​ເສດຖະກິດ​ໂລກ​ອາດ​ຂະຫຍາຍຕົວ​ຊ້າ​ລົງ​ຫລາຍ​ກວ່າ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ຕຸລາ​ຜ່ານ​ມາ ​ໂດຍ​ສະ​ເພາະ​ທຸກ​ປະ​ເທດ​ຄວນ​ຢຸດ​ສົງຄາມ​ການ​ຄ້າ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ​ທີ່​ປັບ​ຫລຸດ​ລົງ. ນອກຈາກ​ນີ້, IMF ​ໄດ້​ເປີດ​ເຜີຍ​ລາຍ​ງານ​ນີ້​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ມີ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ ຫາ 1 ທັນວາ​ນີ້ ຢູ່​ນະຄອນຫລວງ​ບົວ​ໂນ​ສ​ໄອ​ເຣສ ຂອງ​ອາກຊັງ​ຕິນ…

ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້

ທະນາຄານ​ກາງ ສ.​ເກົາຫລີ ຂຶ້ນອັດຕາ​ດອກ​ເບ້ຍ​ນະ​ໂຍບາຍ​ເປັນ​ເທື່ອ​ທຳ​ອິດ​ຂອງ​ປີ​ນີ້ ຫວັງ​ຢຸດ​ໜີ້​ຄົວ​ເຮືອນ​ສະ​ສົມ ​ແລະ ລາຄາ​ທີ່ຢູ່​ອາ​ໄສ​ແພງ​ຂຶ້ນ. ທະນາຄານ​ກາງ ສ.​ເກົາຫລີ ຂຶ້ນອັດຕາ​ດອ​ກ​ເບ້ຍ​ນະ​ໂຍບາຍ 0,25% ​ເປັນ 1,75% ຫລັງ​ຈາກ​ຂຶ້ນ​ເທື່ອ​ຫລັງ​ສຸດ​ໃນ​ເດືອນ​ພະຈິກ​ປີ​ກ່ອນ ​ເປັນ​ໄປ​ຕາມ​ຕະຫລາດ​ຄາດ​ຄະ​ເນ​ຢ່າງ​ກວ້າງຂວາງ​ວ່າ: ຈະ​ມີ​ການ​ຂຶ້ນດອກ​ເບ້ຍ​ໃນ​ເດືອນ​ນີ້ ​ເພື່ອ​ສະກັດ​ເງິນ​ທຶນ​ໄຫລ​ອອກ​ຈາກ​ຕະຫລາດ​ການ​ເງິນ ສ.​ເກົາຫລີ ​ເພາະ​ທະນາຄານ​ກາງ​ອາ​ເມ​ລິ​ກາ (​ເຟດ) ຂຶ້ນດອກ​ເບ້ຍ​ນະ​ໂຍບາຍ​ຫລາຍ​ເທື່ອ….

UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ

ອົງການອຸຕຸນິຍົມ​ວິທະຍາ​ໂລກ ຫລື WMO ​ເຊິ່ງ​ເປັນ​ອົງການ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ທີ 29 ພະຈິກ​ແລ້ວ​ນີ້​ວ່າ: ອຸນຫະພູມ​ຂອງ​ໂລກ​ໃນ​ປີ 2018 ຈະ​ເປັນ​ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ເປັນ​ປະຫວັດສາດ​ເປັນ​ປີ​ທີ 4, ພ້ອມ​ທັງ​ກ່າວ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ​ໃນ​ການ​ລົງມື​ດຳ​ເນີນ​ເພື່ອ​ແກ້​ໄຂ​ບັນຫາ​ນີ້. WMO ​ເຜີຍ​ແຜ່​ລາຍ​ງານ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ລັດ​ພາຄີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄັ້ງທີ 24 ຢູ່​ປະ​ເທດ​ໂປ​ໂລ​ຍ ​ໃນ​ເດືອນ​ທັນວາ ທີ່​ລະບຸ​ວ່າ: ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ທີ່​ສຸດ…

ເມືອງອຸທຸມພອນຮັບຮອງເອົາ 10 ບ້ານເປັນບ້ານພັດທະນາ

ໂດຍປະຕິບັດຄຳສັ່ງແນະ ນຳເລກທີ 03/ກມສພ ວ່າ ດ້ວຍການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ສ້າງບ້ານ ໃຫຍ່ໃຫ້ກາຍເປັນຕົວເມືອງ ນ້ອຍຕິດພັນກັບວຽກງານ 3 ສ້າງ ເຊິ່ງເມືອງອຸທຸມພອນ ແຂວງສະຫວັນນະເຂດສາ ມາດປະກາດຮັບຮອງເອົາ 10 ບ້ານຄື: ບ້ານພີນໃຕ້, ສີບຸນ ເຮືອງ, ໂນນສະຫວ່າງ,…