“ຍີ່ຫໍ້ລາວ” ຈະກ້າວໜ້າໄດ້ແນວໃດ?
ໂດຍ: ມຶກບໍ່ແຫ້ງ ຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມຜະລິດພາຍໃນໄດ້ກາຍເປັນບູລິມະສິດອັນເລັ່ງດ່ວນຂອງລັດຖະບານ, ພວກເຮົາຄິດວ່າຈະເຮັດແນວໃດໃຫ້ຍີ່ຫໍ້ ສິນຄ້າລາວກ້າວໄກໄດ້ຮັບຄວາມນິຍົມ? ເມື່ອພວກເຮົາຍ່າງເຂົ້າໄປຮ້ານສັບພະສິນຄ້າພວກເຮົາເຄີຍສັງເກດເບິ່ງບໍ່ວ່າສິນຄ້າເປັນເຄື່ອງບໍລິໂພກຫຼືອຸປະໂພກກໍດີມີຫຍັງແດ່ ທີ່ເປັນຍີ່ຫໍ້ທີ່ຜະລິດ ໃນປະເທດເຮົາ, ຖ້າເຮົາຮູ້ວ່າ “ຂອງລາວ” ດ້ວຍຄວາມເຊື່ອທີ່ຮັບຮູ້ຈາກ ຫາງສຽງຈາກສັງຄົມຜ່ານມາປັດໄຈໃດແດ່ທີ່ພວກເຮົາອາດເລືອກສິນຄ້າຍີ່ຫໍ້ຂອງຄົນລາວ? ໃນອາດີດກໍຄືປັດຈຸບັນປະເທດພວກເຮົາໄດ້ນຳເຂົ້າສິນຄ້າປະເພດບໍລິໂພກແລະອຸປະໂພກຈາກຕ່າງປະເທດຢ່າງໜ້ອຍ 70% ຂອງສິນຄ້າທີ່ຈຳ ໜ່າຍໃນຮ້ານສັບພະສິນຄ້າທົ່ວໄປ. ພວກເຮົານໍາເຂົ້າເລີ່ມແຕ່ພືດຜັກຈົນໄປ ເຖິງເຄື່ອງກົນຈັກຕ່າງໆ ເຊິ່ງໝາຍຄວາມວ່າພວກເຮົາໄດ້ນຳໃຊ້ເງິນຈຳ ນວນຫຼວງຫຼາຍເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດອັນເຮັດໃຫ້ເສດຖະກິດ…