ສາເຫດຂອງການຫລົງລືມເກີດຈາກຫຍັງ?
ເຖິງແມ່ນເຮົາຍັງບໍ່ເຖົ້າ ເຮົາກໍອາດຈະຫລົງໆ ລືມໆໄດ້ ເພາະການໃຊ້ຊີວິດໃນແຕ່ລະວັນຂອງເຮົາຕ່າງກໍເຮັດກິດຈະກຳຫລາຍຢ່າງ ບາງຄັ້ງເຮົາອາດຈະຫລົງລືມສິ່ງທີ່ເຮົາເຮັດເປັນກິດຈະວັດໄດ້ ອາການເຫລົ່ານີ້ອາດຄືບໍ່ມີຫຍັງຜິດປົກກະຕິ ແຕ່ຖ້າເກີດຂຶ້ນຕະຫລອດກໍຈະເປັນສັນຍານເຕືອນບອກເປັນ ອັລໄຊເມີ ເຊິ່ງສາເຫດຫລັກນັ້ນມີຫລາຍປັດໄຈ ກ່ອນເຮົາຈະແກ້ອາການຫລົງລືມເຮົາຕ້ອງຮູ້ກ່ອນວ່າ ສາເຫດຂອງການຫລົງລືມນັ້ນເກີດຈາກຫຍັງ? ພັກຜ່ອນບໍ່ພຽງພໍ ຫາກພັກຜ່ອນບໍ່ພຽງພໍຕິດຕໍ່ກັນເປັນເວລາຫລາຍມື້ ຫລືນອນຕໍ່າກວ່າ 7-8 ຊົ່ວໂມງ ຈະເຮັດໃຫ້ສະໝອງເຮັດວຽກໜັກຕໍ່ເນື່ອງຈົນເກີດຄວາມເມື່ອຍລ້າສົ່ງຜົນໃຫ້ເຮົາບໍ່ມີສະມາທິ ລວມເຖິງເກີດອາການຂີ້ລືມໄດ້ ຫາກເກີດຈາກການນອນບໍ່ຫລັບຕໍ່ເນື່ອງຫລາຍມື້…