ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ວັນທີ 1 ກໍລະກົດ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມການນໍາເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ໃຫ້ທິດຊີ້ນຳທີ່ຕ້ອງເອົາໃຈໃສ່ຕື່ມເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງຕ້ອງສືບຕໍ່ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາວຽກງານຮອບດ້ານ ທ້ອງຖິ່ນຕົນບົນຈິດໃຈເພິ່ງຕົນເອງ ແລະ…