ມຽນມາ ສົ່ງອອກປະເພດຖົ່ວ ຫລາຍກວ່າ 1,9 ລ້ານໂຕນ ໃນສົກປີ 2022-2023

ສຳນັກຂ່າວຊິນຮວາ,ກະຊວງການຄ້າຂອງມຽນມາ ລາຍງານວ່າ: ໃນສົກປີ 2022-2023 (ເລີ່ມແຕ່ວັນທີ 1 ເມສາປີ 2022-ວັນທີ 31 ມີນາປີ 2023), ປະລິມານ ການສົ່ງອອກປະເພດຖົ່ວ ຂອງປະເທດນີ້ ບັນລຸ ຫລາຍກວ່າ 1,91 ລ້ານໂຕນ. ໃນນັ້ນ ການຂົນສົ່ງ…

ຫາລືການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບ ຮຽບຮ້ອຍ

ວັນທີ 28 ເມສາ 2023 ຜ່ານມາ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ນະຄອນຫລວງວຽງຈັນ ຈັດກອງປະຊຸມ ຫາລືການຈັດສັນບັນດາສາຍສົ່ງ ໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບ ຮຽບຮ້ອຍ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບໍ່ວຽງຄໍາ…

3 ເດືອນຕົ້ນປີ 2023 ນີ້ ຜູ້ມີວຽກເຮັດງານທຳໃນຕົວເມືອງຂອງຈີນເພີ່ມຂຶ້ນ 2,97 ລ້ານຄົນ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 24 ເມສາ ຜ່ານມາ, ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນໄດ້ຈັດກອງປະຊຸມຖະແຫລງຂ່າວໄຕມາດທຳອິດຂອງປີ 2023. ໂດຍອີງຕາມໂຕເລກຂໍ້ມູນຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ຜູ້ມີວຽກເຮັດງານທຳໃນຕົວເມືອງທົ່ວປະເທດຈີນເພີ່ມຂຶ້ນ 2,97 ລ້ານຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນເດືອນມີນາປີນີ້, ອັດຕາວ່າງງານທີ່ໄດ້ສຳຫລວດໃນຕົວເມືອງທົ່ວປະເທດແມ່ນ…

ເມືອງເຊໂປນ ໄດ້ຮັບທຶນການສ້ອມແປງເສັ້ນທາງແຕ່ບ້ານລະຄືມຫາຈຸດສຸມກະຕູບ ມູນຄ່າ 500 ກວ່າລ້ານກີບ

ແຫລ່ງຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 27 ເມສາ 2023 ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມດ້ວຍຄະນະ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາຄວາມຄືບໜ້າການສ້ອມແປງເສັ້ນທາງແຕ່ບ້ານລະຄືມ ຫາ ຈຸດສຸມກະຕູບ ເສັ້ນມີຄວາມຍາວປະມານ 25ກິໂລແມັດ, ກວ້າງ 5 ແມັດ…

ອິດສະຣາເອວ ເປີດໂຄງການໂຄງລ່າງພື້ນຖານການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າ

ຂ່າວຕ່າງປະເທດລາຍງານ,ໂດຍອ້າງອີງແຈ້ງການຂອງລັດຖະມົນຕີກະຊວງຄວາມປອດໄພທາງຫຼວງ ແລະ ການຂົນສົ່ງອິດສະຣາເອວ ລາຍງານວ່າ: ອິດສະຣາ ໄດ້ເປີດໂຄງການວ່າດ້ວຍໂຄງລ່າງພື້ນຖານດ້ານການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າແຫ່ງຊາດໃນທົ່ວປະເທດ ທີ່ມີມູນຄ່າ 273,66 ລ້ານໂດລາ ຊຶ່ງໄດ້ຮັບການເຫັນດີອະນຸມັດຈາກຄະນະກຳມະການໂຄງລ່າງພື້ນຖານແຫ່ງຊາດຂອງອິດສະຣາເອວ, ໃນນັ້ນລວມມີອາຄານລົດເມ, ບ່ອນຈອດລົດ ແລະ ບ່ອນອຳນວຍຄວາມສະດວກໃນການສາກໄຟຟ້າສຳລັບລົດເມຫຼາຍຮ້ອຍຄັນ. ທ່ານລັດຖະມົນຕີກ່າວວ່າ: ການນຳໃຊ້ການຂົນສົ່ງສາທາລະນະທີ່ໃຊ້ໄຟຟ້າມີຄ່າໃຊ້ຈ່າຍໃນການສ້ອມແປງຕ່ຳ, ທັງສາມາດຫຼຸດສຽງເນືອງນັນ ແລະ ມົນລະພິດທາງອາກາດ, ການຕິດຕັ້ງສິ່ງອຳນວຍຄວາມສະດວກໃນການສາກໄຟຟ້າແມ່ນມີເປົ້າໝາຍເພື່ອເຮັດໃຫ້ການຂົນສົ່ງສາທາລະນະມີຄວາມສະອາດ…

ເກີດແຜ່ນດິນໄຫວ ຢູ່ເມືອງ ສິງ ແຂວງຫລວງນ້ຳທາ ແຮງສັ່ນ ສະເທືອນ 2.3 ຣິກເຕີ

ໃນວັນທີ 29 ມີນາ 2023 ເວລາ 02:51 ໂມງ, ໄດ້ພົບສັນຍານ ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງ ເສັ້ນຂະໜານທີ່ 21.275 ອົງສາເໜືອ ແລະ ເສັ້ນແວງທີ່ 101.039 ອົງສາ…

ກຳປັ່ນໂດຍສານຂວໍ້າຢູ່ທະເລອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 10 ກວ່າຄົນ

ຕາມ​ຂ່າວ​ຈາກ ​ເປ​ກັນ​ບາຣູ, ວັນ​ທີ 28 ​ເມສາ 2023 ​ຜ່ານມາ,​ ເຈົ້າໜ້າ​ທີ່ ທາງ​ການ​ຂອງ ອິນ​ໂດ​ເນ​ເຊຍ ຖະ​ແຫລ​ງ ກ່ຽວ​ກັບ ກຳ​ປັ່ນ​ ໂດຍສານຂວໍ້າ ໃນ​ພື້ນ​ທີ່ ຕາ​ເວັນ​ຕົກ​ ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 11…

ເຜົ່າລາວເອີຍ ! ຈົ່ງຮັກກັນເຊື່ອມສໍາພັນໂຮມເຕົ້າດັ່ງລູກແຄນແດນເຂົ້າໜຽວ

ໂດຍ: ທິດກໍ່າ ຈາກແຫລ່ງຂ່າວຄາວທີ່ເຮົາໄດ້ຮັບຮູ້ ແລະ ໄດ້ເຫັນໃນຍຸກປັດຈຸບັນຄືມີຄົນເຊື້ອຊາດລາວທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດເລີ່ມທະຍອຍກັນອວ່າຍໜ້າມາຫາບ້ານເກີດເມືອງນອນອັນເປັນມາຕຸພູມທີ່ແສນຮັກ ແລະ ຫວງແຫນຂອງຕົນນັບມື້ນັບຫລາຍຂຶ້ນ. ໃນການອວ່າຍໜ້າມາຫາປະເທດຊາດບ້ານເກີດເມືອງນອນມັນກໍມີຢູ່ຫລາຍຮູບແບບທີ່ແຕກຕ່າງກັນໄປເຊັ່ນ: ມາທໍາມາຫາກິນເຮັດທຸລະກິດການງານ, ມາທ່ອງທ່ຽວ, ມາຢ້ຽມຢາມຍາດຕິພີ່ນ້ອງ ແລະ ເຮັດບຸນສິນກິນທານ, ມີບາງຈໍານວນກໍຕັດສິນໃຈມາຢູ່ລາວໃນບັ້ນທ້າຍຂອງຊີວິດ. ນອກຈາກນັ້ນ ກໍມີຈໍານວນບໍ່ໜ້ອຍທີ່ສະໝັກມາປະກອບສ່ວນຊ່ວຍເຫລືອສ້າງສາພັດທະນາປະເທດຊາດເຊັ່ນ: ສ້າງໂຮງໝໍ, ໂຮງຮຽນ,…

ອາເຈນຕິນາກຽມຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນ ດ້ວຍເງິນຢວນແທນເງິນໂດລາ

ລັດຖະບານອາເຈນຕິນາກຽມເລີ່ມຊໍາລະຄ່າສິນຄ້ານໍາເຂົ້າຈາກປະເທດຈີນດ້ວຍສະກຸນເງິນຢວນແທນສະກຸນເງິນໂດລາຂອງອາເມລິກາ ເພື່ອຫວັງຊ່ວຍປະຢັດເງິນສະກຸນໂດລາໃນສາງເງິນສໍາຮອງລະຫວ່າງປະເທດທີ່ກໍາລັງຫລຸດລົງຢ່າງຕໍ່ເນື່ອງ. ອາເຈນຕິນາພາຍໃຕ້ການນໍາຂອງປະທານາທິບໍດີ ອັລແບຣໂຕ ເຟຣນັນເດຊ ຕັ້ງເປົ້າພາຍໃນເດືອນເມສານີ້ຈະຊໍາລະຄ່າສິນຄ້ານໍາເຂົ້າຈາກຈີນມູນຄ່າປະມານ 1.000 ລ້ານໂດລາ ໃນຮູບແບບຂອງເງິນຢວນ. ທ່ານ ແຊຈິໂອ ມັສຊາ ລັດຖະມົນຕີດ້ານເສດຖະກິດຂອງອາເຈນຕິນາ ລະບຸວ່າ: ການຕັດສິນໃຈປ່ຽນແປງສະກຸນເງິນທີ່ໃຊ້ໃນການຊໍາລະຄ່າສິນຄ້າ ແລະ ບໍລິການທີ່ນໍາເຂົ້າຈາກປະເທດຈີນນັ້ນ ເປັນໄປເພື່ອຫລຸດການໄຫລອອກຂອງເງິນສະກຸນໂດລາພາຍໃນປະເທດ. ໂດຍອາເຈນຕິນາເປັນໜຶ່ງໃນປະເທດທີ່ກໍາລັງຜະເຊີນສະພາບການຮັກສາສະກຸນເງິນໂດລາໃນສາງເງິນສໍາຮອງລະຫວ່າງປະເທດ ທ່າມກາງສະພາບອັດຕາການສົ່ງອອກຜົນຜະລິດທາງກະສິກໍາຕົກຕໍ່າລົງ…

4 ເມືອງໃນມຽນມາພົບກັບ “ວັນອາກາດຮ້ອນທີ່ສຸດ” ໃນຮອບເກືອບ 60 ປີ

ສໍານັກງານອຸຕຸນິຍົມວິທະຍາ ແລະ ອຸທົກກະສາດຂອງມຽນມາ ລາຍງານວ່າ: 4 ເມືອງຂອງປະເທດ ຜະເຊີນວັນອາກາດຮ້ອນທີ່ສຸດໃນຮອບເກືອບ 60 ປີ ໃນວັນທີ 25 ເມສາຜ່ານມາ. ວັນທີ 28 ເມສາ, ສໍານັກຂ່າວຊິນຮົວລາຍງານວ່າ: ມີ 3 ເມືອງຢູ່ໃນລັດມອນ ທີ່ຢູ່ທາງຕອນໃຕ້ຂອງມຽນມາ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!