ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້

- kitchen vibe - ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້

ກົມອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​​ແຈ້ງ​ວ່າ: ພາຍຸ​ດອກ​ສຸຣິ (DOKSURI) ຫົວທີ 19 ປະຈຳ​ປີ 2017, ​​ໄດ້​ປົກ​ຄຸມ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້ ​ໃກ້ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຟີ​ລິປິ​ນ, ພາຍຸ​ຫົວ​ນີ້ ຈະ​ເພີ່ມ​ກຳລັງ​ແຮງ​ຂຶ້ນ​ເປັນ​ພາຍຸ​ໃຕ້​ຝຸ່ນ ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ກັນຍາ ​ແລະ ​ເຄື່ອນ​ທີ່​ຜ່ານ​ເກາະ​ໄຮ້​ໜຳ​ໃນ​ມື້​ຕໍ່​ມາ ​ແລ້ວ​ສືບ​ຕໍ່​ເຄື່ອນ​ເຂົ້າ​ຝັ່ງ​ເຂດ​ແຂວງ​ວິ​ງ, ປະ​ເທດ​ຫວຽດນາມ ​ແລ້ວ​ເຄື່ອນ​ທີ່​ຜ່ານ​ແຂວງ​ບໍລິ​ຄຳ​ໄຊ, ​ໄຊ​ສົມບູນ ​ແລະ ຊຽງ​ຂວາງ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ກັນຍາ​ນີ້, ຈາກ​ນັ້ນ ກໍ​ຈະ​ອ່ອນ​ກຳລັງ​ລົງ​ເປັນ​ພາຍຸ​ດີ​ເປ່ຣ​ເຊີນ ​ເຄື່ອນ​ທີ່​ຜ່າ​ນ​ແຂວງ​ຫລວງ​ພະ​ບາງ, ອຸດົມ​ໄຊ ​ແລະ ບໍ່​ແກ້ວ ​ໃນ​ວັນ​ທີ 17 ກັນຍາ​ນີ້. ຈະ​ເຮັ​ດ​ໃຫ້​ມີ​ຝົນຕົກ​ໃນ​ລະດັບ​ປານ​ກາງ ຫາ​ໜັກ​ຢູ່​ເປັນ​ບໍລິ​ເວນ​ກວ້າງ​ໃນ​ເຂດ​ພາກ​ກາງຫາ​ພາກ​ເໜືອ, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ລະຫວ່າງ​ວັນ​ທີ 15-17 ກັນຍາ​ນີ້, ດັ່ງ​ນັ້ນ ຈຶ່ງ​ຂໍ​ແຈ້ງ​ເຕືອນ​ເຖິງປະຊາຊົນ​ທີ່​ອາ​ໃສ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ພາກ​ກາງ ຈົ່ງ​ມີ​ສະຕິ​ກຽມພ້ອມ​ຮັບ​ມື​ກັບ​ສະພາບ​ຝົນຕົກ​ໜັກ ​ແລະ ລົມ​ພັດ​ແຮງ​ທີ່​ຈະ​ກໍ​ໃຫ້​ເກີດ​ນ້ຳ​​ຊຸ, ດິນ​ເຈື່ອນ, ນ້ຳ​ຖ້ວມ​ ​ແລະ ລົມ​​ແຮງ, ຊຶ່ງ​ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ, ພ້ອມ​ນີ້ ກໍ​ໃຫ້​ກະກຽມ​ເຄື່ອນ​ຍ້າຍ​ວັດຖຸ​ສິ່ງ​ຂອງ ​ແລະ ສັດລ້ຽງ​ໄປ​ໄວ້ບ່ອນ​ທີ່​ປອດ​ໄພ ​ແລະ ​ໃຫ້​ຕິດຕາມ​ການ​ລາຍ​ງານ​ສະພາບ​ອາກາດ​​ເປັນ​ປົກກະຕິ.

- 4 - ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້
- 5 - ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້
- 3 - ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້
- Visit Laos Visit SALANA BOUTIQUE HOTEL - ອຸຕຸ​ເຕືອນ​​ ລະວັງພາຍຸດອກ​ສຸຣິ ​​ໃນ​ວັນ​ທີ 15-17 ກັນຍາ​ນີ້