ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ
ໂດຍ: ຜາຕຸງ ພັກ-ລັດຖະບານໄດ້ຖືເອົາວຽກງານຄົມມະນາຄົມເປັນປາຍແຫຼມ ບຸກທະລຸເຂົ້າໃສ່ທຸກຂົງເຂດວຽກງານ ເພື່ອຊຸກຍູ້ສົ່ງເສີມການພັດທະນາປະເທດຊາດໃຫ້ເຂັ້ມແຂງເຮັດໃຫ້ການຄົມມະນາຄົມມີຄວາມໂລ່ງລ່ຽນ ມີເສັ້ນທາງໄປເຖິງທຸກບ່ອນ ທັງຕົວເມືອງ ແລະ ຊົນນະບົດ ເພື່ອຄວາມສະດວກສະບາຍໃນການໄປມາຈໍລະຈອນຂົນສົ່ງສິນຄ້າອອກສູ່ທ້ອງຕະຫຼາດໃຫ້ໄດ້ໄວຂຶ້ນ ນັ້ນຄືຈຸດໝາຍປາຍທາງຂອງການພັດທະນາ. ແຕ່ພໍເຖິງລະຝົນມາເທື່ອໃດ ຖະໜົນຫົນທາງຢູ່ຫຼາຍທ້ອງຖິ່ນທັງໃນຕົວເມືອງ ແລະ ຊົນນະບົດ ເຕັມໄປດ້ວຍບວກຂຸມນ້ອຍໃຫຍ່ ກາຍເປັນອຸປະສັກໃນການສັນຈອນໄປມາຂອງຍວດຍານພາຫະນະທຸກຊະນິດ, ປັດໄຈທີ່ພວກເຮົາຮູ້ກັນກໍຍ້ອນຝົກຕົກໜັກ ລົດແລ່ນຜ່ານຫຼາຍ ລວມທັງລົດບັນທຸກໜັກເກີນຄວາມສາມາດ…