ລາວສະເຫຼີມສະຫຼອງວັນເດັກສາກົນດ້ວຍບັນຍາກາດຟົດຟື້ນ

ງານສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ  ໄດ້ໄຂຂຶ້ນຢ່າງຝົດຟື້ນໃນວັນທີ 31 ພຶດສະພາ ນີ້. ທີ່ສູນການຄ້າລາວ-ໄອເຕັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ ແລະເດັກ, ມີຜູ້ປົກຄອງ, ຄູ-ອາຈານ, ແລະນ້ອງນັກຮຽນຕົວແທນຈາກໂຮງຮຽນຕ່າງໆອ້ອມຂ້າງ ນະຄອນຫຼວງວຽງຈັນເຂົ້າຮ່ວມເປັນຈໍານວນຫຼາຍ….

 ທະນາຄານແຫ່ງ ສປປ ລາວ ໂຈະ! ອອກໃບອະນຸຍາດໃຫ້ສະຖາບັນການເງິນຊົ່ວຄາວ

ໂດຍປະຕິບັດຕາມໜັງສືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບສະພາບການຂໍອະນຸ ຍາດດໍາເນີນທຸລະກິດສະຖາບັນການເງິນຢູ່ ສປປ ລາວ ສະບັບເລກທີ 264/ຫສນຍ.ກສສ ລົງວັນທີ 15 ກຸມພາ 2017,ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການເລກທີ 95/ກຄສງລົງວັນທີ 18 ພຶດສະພາ 2017 ກ່ຽວກັບການໂຈະຊົ່ວຄາວໃນການອອກໃບອະນຸຍາດດໍາເນີນທຸລະກິດສະຖາບັນການເງິນຢູ່…

ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຮອດປີ 2030 ຢູ່ ສປປ ລາວ

  ເຊົ້າວັນທີ 31 ພຶດສະພານີ້ ທີ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຮອດປີ 2030 ຢູ່ ສປປ ລາວ. ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາຢູ່ ສປປ ລາວ ໂດຍສະເພາະແມ່ນໄດ້ເນັ້ນ…

ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ

ວັນທີ 30 ພຶດສະພານີ້, ບໍລິສັດ ພີທີທີ ລາວ ຈຳກັດ ແລະ ບໍລິສັດ ປຕທ ຈຳກັດ ມະຫາຊົນ, ໄດ້ຮ່ວມກັນລົງນາມໃນສັນຍາ ມອບສິດການເປັນ ຕົວແທນຈຳໜ່າຍຢ່າງເປັນທາງການຂອງ ຄາເຟ່ ອາເມຊອນ ໃນລາວແຕ່ພຽງ ຜູ້ດຽວ, ຊຶ່ງການລົງນາມຄັ້ງນີ້…

ກອງປະຊຸມຕົວແທນທົ່ວປະເທດບໍລິສັດ ອາ​ລິ​ອັນ​ສ໌ ປະກັນ​ໄພ​ລາວ ປີ 2017

  ກອງປະຊຸມຕົວແທນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ປະຈຳປີ 2017 ໄດ້ໄຂຂຶ້ນ​ໃນ​ວັນ​ທີ 31 ພຶດສະພາ – 1 ມິຖຸນາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງຮ່ວມທ່ານ ກີ ອາໂປວີ ແລະ ທ່ານ…

ລາວ ແລະ ສະຫະລັດອາເມລິກາຮ່ວມມືສ້າງຄວາມເຂັ້ມແຂງຕອບໂຕ້ໄພຂົ່ມຂູ່ຂອງພະຍາດຕິດຕໍ່

ບັນດາຊ່ຽວຊານຈາກສະ ຫະລັດອາເມລິກາ ແລະ ສປປ ລາວ ໄດ້ພົບປະກັນທີ່ນະຄອນ ຫຼວງວຽງຈັນໃນວັນທີ 31 ພຶດ ສະພານີ້, ເພື່ອສ້າງແຜນປະຕິບັດງານສ້າງຄວາມເຂັ້ມແຂງໃນ ການຕອບໂຕ້ກັບໄພຂົ່ມຂູ່ທາງສຸ ຂະພາບເຊັ່ນພະຍາດຕິດຕໍ່ ແລະ ພະຍາດທີ່ເກີດຂຶ້ນໃໝ່ທີ່ສາມາດຕິດຕໍ່ຈາກສັດໄປສູ່ຄົນໄດ້. + ລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນລົງນາມໃນແຜນງານປະຈຳປີ 2017…

ຮ່ວມລົງນາມສະໜັບສະໜູນໂຄງການລະດົມທຶນຊ່ວຍເຫລືອ ຖົງປຶ້ມເພື່ອນ້ອງ

ພິທີລົງນາມຮ່ວມສະໜັບ ສະໜູນໂຄງການລະດົມທຶນຊ່ວຍ ເຫຼືອ “ຖົງປື້ມເພື່ອນ້ອງ” ລະຫວ່າງກົມມັດທະຍົມສຶກສາທິ ການກະຊວງສຶກສາ ແລະ ກິລາ, ຫໍສະໝຸດແຫ່ງຊາດ, ສະມາຄົມ ສິລະປິນລາວ,  ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ, ວິສາຫະກິດຫັດຖະກໍາປະ ດິດດອກຈໍາປາ, ໄດ້ມີຂຶ້ນໃນວັນທີ31ພຶດສະພາແລ້ວນີ້, ທີ່ນະຄອນຫລວງວຽງຈັນໂດຍການເຂົ້າ…

ຫລວງນ້ຳທາຫາລືເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ

ເມື່ອມໍ່ໆມານີ້,ແຂວງ ຫລວງນ້ຳທາໄດ້ຈັດກອງປະ ຊຸມປຶກສາຫາລືເພື່ອສ້າງຄວາມ ເຂັ້ມແຂງໃຫ້ພາກທຸລະກິດ, ໂດຍການ ເຂົ້າຮ່ວມຂອງທ່ານຫົວໜ້າ ຫ້ອງວ່າການປົກຄອງແຂວງ, ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ນັກທຸລະກິດໜຸ່ມໃນ ແຂວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍເພື່ອຈະໄດ້ຮ່ວມກັນປຶກສາຫາລື ແລະ ຊອກຫາວິທີ ທາງຮ່ວມ ກັນຄື: ສ້າງສາຍພົວພັນແຮງງານທີ່ດີໃນນາມອົງການທຸລະກິດ, ຕາງໜ້າຜູ້ໃຊ້ແຮງງານ ແລະ…

ລາວຕັ້ງເປົ້າປູກເຂົ້ານາປີນີ້ໃຫ້ໄດ້ 817 ພັນເຮັກຕາ

ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນກະສິກອນທ້ອງຖີ່ນຕ່າງໆນອກ ຈາກຈະເລັ່ງເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນໃຫ້ທວງທັນລະດູການ ແລະ ຫຼາຍທ້ອງຖິ່ນບ່ອນທີ່ມີເງື່ອນໄຂແຕ່ເໜືອຮອດໃຕ້ຕ່າງກຳພວມກຳລັງເລີ່ມກະກຽມດິນ ແລະ ຕົກກ້າກຽມ,ເພື່ອຮັບປະກັນໃຫ້ການຜະລິດນາປີໄດ້ຕາມຄາດໝາຍແຜນການວາງໄວ້ບໍ່ໃຫ້ຫຼຸດ 817.700 ເຮັກຕາ,ຄາດຄະເນຜົນຜະລິດໃຫ້ໄດ້ຫຼາຍກວ່າ 3,5 ລ້ານໂຕນ,ດ້ວຍສະມັດຕະພາບສະເລ່ຍ 4,30 ໂຕນ/ເຮັກຕາ,ສ່ວນຂະແໜງກະສິກຳກໍໄດ້ລົງຊຸກຍູ້ໃຫ້ຊາວກະສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມັດຕະພາບການຜະລິດໃຫ້ດີຂື້ນກວ່າ ເກົ່າ,ພ້ອມຊ່ວຍປົວແປງລະບົບຊົນລະປະທານທີ່ຊຸດໂຊມເປ່ເພເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍຕາມຄວາມຕ້ອງການ, ໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຜະ…

ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ

ພິທີປະກາດສ້າງຕັ້ງຫ້ອງ ການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ ແຂວງຫລວງນ້ຳທາໄດ້ມີຂຶ້ນ ໃນວັນທີ 29 ພຶດສະພານີ້, ໂດຍການເຂົ້າຮ່ວມຂອງທ່ານເຈົ້າເມືອງ, ແລະ  ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫລວງນ້ຳທາ ຕາມຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງວ່າດ້ວຍການສ້າງຕັ້ງຫ້ອງການວິທະຍາສາດ ແລະ  ເຕັກໂນໂລຊີປະຈຳ…