ແພດຊ່ວຍຊີວິດຍິງສາວທີ່ຖືກໄຟເຜົາມີຊີວິດໃໝ່

ນາງ ດານ່າ ວໍລິນ Dana Vulin ອາຍຸ 31 ປີ ຢູ່ເມືອງ ເພີຣ(Perth)ປະເທດອົດສະ ຕຣາລີ (Australia) ໄດ້ຖືກໄຟ ເຜົາໄໝ້ທົ່ວຮ່າງກາຍ ໃນເດືອນ ກຸມພາປີ 2012 ຜ່ານມາ ຈົນ ໄດ້ເຂົ້າຫ້ອງຜ່າຕັດຕັ້ງ…

ຂະບວນທອດຜ້າປ່າສາມັກຄີຂອງກຸ່ມເສັ້ນທາງແຫ່ງແສງສະຫວ່າງ

ກຸ່ມເສັ້ນທາງແຫ່ງແສງ ສະຫວ່າງເປັນອົງການຈັດຕັ້ງ ໜຶ່ງ ເພື່ອຊ່ວຍເຫຼືອສັງຄົມດ້ວຍ ນໍ້າໃຈໄມຕີຈິດມິດຕະພາບ ແລະ ຄວາມຮັກແພງໂດຍບໍ່ຫັວງຜົນ ປະໂຫຍດຕອບແທນ ເພາະທຸກ ຢ່າງເຮັດດ້ວຍຄວາມສະມັກໃຈ ເຊິ່ງ ຜ່ານມາກຸ່ມເສັ້ນທາງ ແຫ່ງແສງສະຫວ່າງກໍເຄີຍໄດ້ ລົງໄປເຄື່ອນໄຫວປະກອບສ່ວນຊ່ວຍເຫຼືອສັງຄົມທີ່ພວມຂາດ ເຂີນທຶນຮອນເຂົ້າໃນ ການສ້າງ ສາພັດທະນາ, ຊ່ວຍເຫຼືອຜູ້ທີ່ທຸກ ຍາກຂາດເຂີນ, ຜູ້ທີ່ດ້ອຍໂອກາດ…

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນຳການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫລວງພະບາງເລັ່ງແກ້ໄຂບ້ວງເງິນຊົດເຊີຍປະຊາຊົນຜູ້ໄດ້ຮັບຜົນກະທົບ

ວັນທີ 29 ສີງຫານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານໄກ່ເກ່ຍ ຈັດສັນພື້ນທີ່ຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະກຳມະການຊີ້ນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ…

ນະຄອນຫລວງຍອມຮັບມີໜີ້ຈາກການກໍ່ສ້າງເສັ້ນທາງຈໍານວນຫລາຍ.

ໃນໂອກາດໃຫ້ກຽດສໍາພາດລາຍການວຽງຈັນພັດທະນາຂອງສະຖານີໂທລະພາບແຫ່ງຊາດຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ສີນລະວົງ ຄຸດໄພທູນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນນະຄອນຫລວງວຽງຈັນແມ່ນມີໜີ້ສີນເພີ່ມຂຶ້ນຈາກການກໍ່ສ້າງເສັ້ນທາງໃນຕົວເມືອງເປັນຈໍານວນຫລາຍ, ໂດຍສະເພາະນັບແຕ່ເລີ່ມມີການຈັດຕັ້ງປະຕິບັດຮູບແບບ 70%-30% ໝາຍວ່າລັດລົງທຶນ 70% ແລະ ປະຊາຊົນປະກອບສ່ວນ 30% ຂອງມູນຄ່າເສັ້ນທາງທີ່ກໍ່ສ້າງ ແລະ ປາກົດວ່າສາມາດຈັດຕັ້ງປະຕິບັດສໍາເລັດໄດ້ພຽງ 20 ກວ່າເສັ້ນເທົ່ານັ້ນກໍໄດ້ຢຸດເຊົາ ຍ້ອນວ່າການຊໍາລະເງິນຕາມອັດຕາສ່ວນໃຫ້ບໍລິສັດຜູ້ຮັບເໝົາທີ່ລົງທຶນກ່ອນບໍ່ສາມາດປະຕິບັດໄດ້ນັບທັງພາກລັດ ແລະ ປະຊາຊົນຍ້ອນບັນຫາຄວາມຫຍຸ້ງຍາກດ້ານງົບປະມານ….

ຮອງລັດຖະມົນຕີ ປກສ ເນັ້ນກໍາລັງປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃຫ້ຮັບປະກັນຄວາມປອດໄພ 100%

ໃນໂອກາດເຂົ້າຮ່ວມເປັນປະທານພິທີມອບ-ຮັບຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການເພີ່ມທະວີວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໃນວັນທີ 29 ສິງຫານີ້ຢູ່ກອງບັນຊາການປ້ອງກັນເຄື່ອນທີ່ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ກົງທອງ ພົງວິຈິດ, ໂດຍທ່ານໄດ້ເນັ້ນໃຫ້ກໍາລັງວິຊາສະເພາະເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພຮອບດ້ານ, ມີການປະສານສົມທົບແໜ້ນລະຫວ່າງກົມກອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການສ້າງແຜນປ້ອງກັນ, ຈັດວາງກໍາລັງຢ່າງລະອຽດປະຈໍາການ 24 ຊົ່ວໂມງ ເພື່ອປະຕິບັດໜ້າທີ່ປ້ອງກັນ ແລະ ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ອາດຈະກໍ່ຄວາມບໍ່ສະຫງົບໃນສັງຄົມ ເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນແຕ່ນີ້ຮອດປີ…

ໂຄງການເຊື່ອມຕໍ່ລະບົບ POS ຈະສາມາດຄຸ້ມຄອງບັນດາຫົວໜ່ວຍທຸລະກິດໄດ້ດີຂຶ້ນ

ໂຄງການພັດທະນາ ແລະ ເຊື່ອມຕໍ່ຂໍ້ມູນ (POS) ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ການບໍລິການມີການຕິດຕັ້ງເຊື່ອມຕໍ່ລະບົບນໍາບັນດາຫົວ ໜ່ວຍທຸລະກິດໄດ້ຮັບຜົນດີ, ສາມາດຮູ້ໄດ້ຈາກການຂາຍສິນຄ້າ, ການບໍລິ ການແຕ່ລະວັນ, ພ້ອມດຽວກັນນີ້ລັດສາມາດແຈ້ງເຕືອນໄດ້ເປັນປະຈຳເຖິງ ຫົວໜ່ວຍທຸລະກິດໃດບໍ່ໃຫ້ການຮ່ວມມືຈະສະເໜີຄະນະສະເພາະກິດກ່າວ ເຕືອນຖ້າຍັງລະເມີດຈະແຈ້ງໃຫ້ຂະແໜງການການຄ້າໂຈະການດຳເນີນ ທຸລະກິດ. ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານຄວາມຄືບ ໜ້າໂຄງການພັດທະນາການຕິດຕັ້ງ…

ໜ່ວຍງານປັບສະຖານະພາບແຮງງານລາວປະຈຳ​ໄທ​ເປີດ​​ໃຫ້​ບໍລິການຢ່າງ​ເປັນ​ທາງ​ການແລ້ວ

ຫ້ອງການໜ່ວຍງານປັບສະຖານະພາບແຮງງານລາວ ປະຈຳ​ໄທ, ​ໄດ້​ເປີດ​ໃຫ້​ບໍລິການຢ່າງ​ເປັນ​ທາງ​ການໃນວັນທີ 28 ສິງຫານີ້, ທີ່ສູນການຄ້າໄອທີ ສະແຄຣ ຊັ້ນ 3 (IT Square), ​ຢູ່ຖະໜົນແຈ້ງວັດທະນະ, ເຂດຫລັກ 4 ກຸງເທບມະຫານະຄອນ, ໂດຍມີໜ້າ​ທີ່ດຳເນີນການອອກເອກະສານໃຫ້ ກຸ່ມແຮງງານທີ່ມີບັດສີບົວ (ບັດສີຊົມພູ), ທີ່ທາງການໄທໄດ້ຂຶ້ນທະບຽນໃວ້​ແລ້ວ​ນັ້ນ, ​ໂດຍ​ສະ​ເພາະ​ກຸ່ມທີ່ເຮັດວຽກກ່ຽວ​ກັບການປະມົງທາງ​ທະເລ…

ສປປ ລາວ-ສ.ເກົາຫລີ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ.

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງ ຄັງຄຽງວາ (Kang Kyung Wha) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ.ເກົາຫລີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດເຮົາພ້ອມຄະນະໄດ້ເດີນທາງຢ້ຽມຢາມຢ່າງເປັນທາງການໃນລະຫວ່າງວັນທີ 29-30 ສິງຫານີ້, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດນັບແຕ່ທ່ານຂຶ້ນດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ…

ບໍລິສັດພະລານໄຊວິໂຄຖ່ານຂາວຈັດພິທິປູກໄມ້ຕິ້ວ

ພິທີປູກໄມ້ຕິ້ວຂອງໂຮງ ງານພະລານໄຊວິໂຄຖ່ານຂາວ ໄດ້ຈັດຂຶ້ນໃນວັນທີ 25 ສິງຫານີ້, ຢູ່ບ້ານຫົວເມືອງ, ເມືອງພະລານ ໄຊ ແຂວງສະຫວັນນະເຂດ, ໂດຍ ການເຂົ້າຮ່ວມຂອງທ່ານ ກົງ ແກ້ວ ມິວໍລະຈັກ ເຈົ້າເມືອງພະ ລານໄຊ, ທ່ານ ຮອງຫົວໜ້າ ພະແນກກະສິກຳ-ປ່າໄມ້ແຂວງ, ທ່ານຮອງຫົວໜ້າພະແນກອຸດ…

ມໍຕົ້ນສຳພັນນາມີສະໂມສອນກິລາໃນຮົ່ມ

ວັນທີ 29 ສິງຫານີ້, ໂຮງ ຮຽນມັດທະຍົມຕອນຕົ້ນສຳພັນນາ, ເມືອງສັງທອງ, ນະຄອນ ຫລວງວຽງຈັນ, ໄດ້ຈັດພິທີ ມອບ-ຮັບ ແລະ ເປີດນຳ ໃຊ້ສະ ໂມສອນ-ສະໜາມກິລາໃນຮົ່ມ ມິດຕະພາບລາວ-ຍີ່ປຸ່ນ, ເຊິ່ງອາ ຄານດັ່ງກ່າວແມ່ນໄດ້ລົງມືກໍ່ ສ້າງມາແຕ່ທ້າຍເດືອນມີນາ ຜ່ານມານີ້, ເຊິ່ງມີຄວາມກວ້າງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!