ແປ້ງນົວຍິ່ງກິນກໍຍິ່ງຕຸ້ຍ
ສຳລັບຄົນລາວແລ້ວ ການໃສ່ແປ້ງນົວລົງໄປໃນອາຫານນັ້ນເປັນເລື່ອງທຳມະດາ, ແຕ່ຮູ້ຫລືບໍ່ວ່າແປ້ງນົວນັ້ນເຮັດໃຫ້ທ່ານຕຸ້ຍ ຂຶ້ນໄດ້ ໂດຍຜົນການວິໄຈນີ້ມາຈາກການຄົ້ນຄ້ວາຂອງມະຫາວິທະຍາໄລນັອດແຄໂຣໄລນ່າ ກັບ ນັກວິທະຍາສາດຈີນ ໂດຍໄດ້ທົດ ລອງກັບຄົນຈີນທັງໝົດ 750 ຄົນທີ່ປຸງແຕ່ງອາຫານກິນເອງ ແລະ ບໍ່ໄດ້ໃຊ້ຜະລິດຕະພັນອາຫານສຳເລັດຮູບ ປະມານ 82% ໃຊ້ແປ້ງນົວ ຍິ່ງຄອບຄົວໃດໃຊ້ແປ້ງນົວຫລາຍກໍຍິ່ງມີຄົນຕຸ້ຍຫລາຍເປັນ 3 ເທົ່າຂອງຜູ້ທີ່ບໍ່ໄດ້ໃຊ້ ເຊິ່ງການທົດລອງນີ້ໄດ້ຄຳນວນໃນດ້ານປັດໄຈອື່ນໆກ່ຽວກັບການອອກກຳລັງກາຍ…