ຫລາກຫລາຍຄຸນປະໂຫຍດທີ່ທ່ານຈະໄດ້ຈາກການເຕັ້ນເຊືອກ

ເຕັ້ນເຊືອກຫລຸດນຳ້ໜັກໄດ້ຫລາຍກາລໍຣີ : ຖ້າປຽບທຽບກັບການແລ່ນຈັອກກິ້ງ 30 ນາທີແລ້ວ ການເຕັ້ນເຊືອກເຜົາຜານໄຂມັນໄດ້ຫລາຍກ່ວາ ໂດຍຜົນການສຶກສາຈາກ Science Daily ກໍເປີດເຜີຍໃຫ້ຮູ້ວ່າ : ການເຕັ້ນເຊືອກ ຖືເປັນການເຕັ້ນແອໂຣບິກຊະນິດໜຶ່ງ ເຊິ່ງຈະຊ່ວຍເຜົາຜານກາລໍຣີໄດ້ຫລາຍເຖິງ 1.300 ກິໂລກາລໍຣີຕໍ່ການເຕັ້ນເຊືອກ 1 ຊົ່ວໂມງ ຫລື ປຽບທຽບຄື…

ລະວັງ 5 ຄວາມສ່ຽງຈາກການກິນປາດິບ

ແມ່ພະຍາດ ຫລື ແມ່ທ້ອງ : ຫລາຍໆຄົນມັກຈະເວົ້າວ່າ ປາທະເລບໍ່ມີພະຍາດ ກໍຕ້ອງບອກເລີຍວ່າເຂົ້າໃຈຜິດຢ່າງຮ້າຍແຮງ ເມື່ອບໍ່ດົນມານີ້ການເອັກສະເຣພົບພະຍາດເຕັມຮ່າງກາຍຂອງຊາຍຜູ້ໜຶ່ງທີ່ມັກກິນປາດິບເປັນຊີວິດຈິດໃຈ ກໍຍິ່ງເນັ້ນໃຫ້ຮູ້ວ່າແມ່ພະຍາດໃນປາທະເລມີແທ້ໆ ແລະ ຖ້າຫາກມີພະຍາດໃນໂຕຫລາຍໆກໍອາດສ່ຽງຕໍ່ການເກີດພະຍາດມະເຮັງ ລວມທັງຄວາມສ່ຽງໃນການເປັນໄສ້ຕິ່ງອັກເສບນຳອີກ. ອາຫານເປັນພິດ ຫລື ຖອກທ້ອງ : ບໍ່ແມ່ນທຸກບ່ອນທີ່ຈະນຳເຂົ້າປາດິບມາຈາກປະເທດຍີ່ປຸ່ນ ຫລື ຕ່າງປະເທດ ແລະ…

7 ອາຫານທີ່ແມ່ລູກອ່ອນບໍ່ຄວນກິນ

ກາເຟອີນ : ສຳລັບແມ່ລູກອ່ອນທີ່ຕິດການດື່ມຊາ ຫລື ກາເຟ ບໍ່ວ່າຈະດື່ມຍ້ອນຕິດລົດຊາດ ຫລື ດື່ມຍ້ອນຕ້ອງເຮັດວຽກເດິກ, ແຕ່ຖ້າລູກມີອາຍຸ 12 ເດືອນ ບໍ່ຄວນທີ່ຈະດື່ມເປັນຢ່າງຍິ່ງ ເນື່ອງຈາກລູກໃນໄວນີ້ຍັງບໍ່ສາມາດກັດຈັດສານກາເຟອີນເອງໄດ້ ແຕ່ຖ້າລູກພົ້ນຈາກໄວ 3 ເດືອນໄປແລ້ວກໍສາມາດດື່ມໄດ້ ແຕ່ບໍ່ຄວນດື່ມເກີນມື້ລະ 2 ຈອກ. ປາທະເລນຳ້ເລິກ…

10 ກິດຈະກຳທີ່ຈະຊ່ວຍໃຫ້ ທ່ານສະຫລາດຂຶ້ນກ່ວາເກົ່າ

ຫລິ້ນດົນຕີ : ກິດຈະກຳທຳອິດທີ່ເຮົາຈະເວົ້າເຖິງກໍແມ່ນສິ່ງທີ່ໄວໜຸ່ມສ່ວນຫລາຍ ໂດຍສະເພາະໄວໜຸ່ມຊາຍລຶ້ງເຄີຍກັນເປັນ ຢ່າງດີ ນັ້ນກໍແມ່ນການຫລິ້ນດົນຕີ ຈາກວຽກງານວິໄຈພົບວ່າ : ດົນຕີສາມາດເຂົ້າໄປມີສ່ວນກະຕຸ້ນໃຫ້ສະໝອງ ແລະ ອາລົມຂອງເຮົາໃຫ້ເຮັດວຽກໄດ້ດີ ແລະ ທີ່ໜ້າປະຫລາດໃຈກໍຄື ການຫລິ້ນດົນຕີຊ່ວຍເພີ່ມພື້ນທີ່ຄວາມຈື່ຈຳຂອງເຮົາໄດ້ ແລະ ຍັງຊ່ວຍຝືກຄວາມອົດທົນໄດ້ເປັນຢ່າງດີ ເພາະກ່ອນຈະຫລິ້ນດົນຕີເປັນນັ້ນ ເຮົາຈະຕ້ອງໃຊ້ທັງຄວາມພະຍາຍາມ ແລະ ຄວາມອົດທົນຫລາຍ…

ເພີ່ມທັກສະການເປັນຫົວໜ້າທີມທີ່ມີປະສິດທິພາບ

ການເຮັດວຽກຮ່ວມກັນນັ້ນມີບັນຫາຫລວງຫລາຍ ໜຶ່ງໃນບັນຫາທີ່ເກີດຫລາຍແມ່ນການບໍ່ມີຄວາມເຄົາລົບກັນ ບັນຫານີ້ແກ້ໄຂໄດ້ເລີ່ມຈາກໂຕທ່ານເອງກ່ອນ. ສ້າງຄວາມສຳຄັນໃຫ້ກັບຄວາມເປັນທີມ ແລະ ຮັກສາບັນຍາກາດເຫລົ່ານັ້ນໄວ້ຕະຫລອດ : ລູກທີມຈະຮູ້ສຶກເຖິງຄວາມເປັນທີມໄດ້ກໍຕ້ອງເລີ່ມຈາກຫົວໜ້າກ່ອນ ຫາກທ່ານເອງຍັງບໍ່ເຫັນວ່າທີມງານນີ້ເຂັ້ມແຂງ ຫາກທ່ານຍັງບໍ່ມີຄວາມຮູ້ສຶກທີ່ຈະເປັນບ່ອນຍຶດຈັບໃຫ້ກັບທຸກຄົນໄດ້ ແລ້ວໃຜຈະສັດທາກັບໂຄງການນີ້. ເຊື່ອຖືສະມາຊິກໃນທີມຂອງທ່ານ : ໂດຍການມອບໝາຍໃຫ້ເໝາະສົມກັບແຕ່ລະຄົນ ຫາກທ່ານໄວ້ວາງໃຈພວກເຂົາໃຫ້ຮັບ ໜ້າທີ່ໆສຳຄັນ ພວກເຂົາຈະເກີດຄວາມພູມໃຈ ເປັນແຮງຊຸກຍູ້ໃຫ້ເຮັດໜ້າທີ່ນັ້ນໄດ້ດີ ແລະ ເມື່ອວຽກສຳເລັດລຸລ່ວງໄປ…

ເຕັກນິກການເປັນໂສດຢ່າງເປັນສຸກ

ໂດຍມີຜົນການສຳຫລວດໃນຫລາຍໆປະເທດກ່ຽວກັບທັດສະນະຄະຕິດ້ານເພດ ແລະ ການແຕ່ງດອງ ພົບວ່າ : ບ່າວສາວຮັກຊີວິດ ໂສດເພີ່ມຂຶ້ນ ເນື່ອງຈາກເຊື່ອໝັ້ນໃນຄວາມຮັບຜິດຊອບດູແລຕົນເອງ ແລະ ຄອບຄົວ, ມ່ວນກັບການເຮັດວຽກ. ສິ່ງສຳຄັນຍັງເປັນ ອິດສະລະເສລີ, ມີຄວາມສຸກ ຈຶ່ງຍິນດີໂສດຢ່າງເຕັມໃຈ. ສຳລັບເຄັດລັບກຳຈັດຄວາມເສົ້າເພື່ອເຂົ້າຫາຄວາມສຸກຈົນລືມຄວາມໂສດນັ້ນ ຫລາຍຄົນບອກວ່າເລີ່ມໄດ້ງ່າຍໆຈາກການສ້າງຄວາມຄິດດ້ານບວກກ່ອນ, ເບິ່ງສິ່ງຕ່າງໆດ້ວຍເຫດຜົນ, ຮຽນຮູ້ທີ່ຈະຮັກ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!