ກະຊວງກະສິກຳອາເມລິກາ ເປີດເຜີຍວ່າ: ກະຊວງມີໂຄງການໃຫ້ການຊ່ວຍເຫລືອກະສິກອນ ເຊິ່ງລວມທັງການມອບເງິນໂດຍກົງ ຈຳນວນ 4,7 ພັນລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຜົນກະທົບທີ່ກະສິກອນອາເມລິກາໄດ້ຮັບຈາກການທີ່ປະເທດຄູ່ຄ້າໃຊ້ມາດຕະການທາງພາສີຕອບໂຕ້ສິນຄ້າສົ່ງອອກຈາກອາເມລິກາ. ທັງນີ້, ເງິນຊ່ວຍເຫລືອຈຳນວນ 3,6 ພັນລ້ານໂດລາ ຈະມອບໃຫ້ກະສິກອນທີ່ປູກຖົ່ວເຫລືອງ ເນື່ອງຈາກຜ່ານມາ ຈີນເປັນຜູ້ຊື້ຖົ່ວເຫລືອງທີ່ສົ່ງອອກຈາກອາເມລິກາປະມານ 60%, ແຕ່ປັດຈຸບັນ ຈີນໄດ້ຢຸດຄຳສັ່ງຊື້ນັບແຕ່ໄດ້ເຮັດສົງຄາມການຄ້າກັບອາເມລິກາ. ນອກຈາກນີ້ ກຸ່ມກະສິກອນທີ່ໄດ້ຮັບການຊ່ວຍເຫລືອທາງການເງິນ…