ອຸນຫະພູມຢູ່ອົດສະຕຣາລີເພີ່ມຂຶ້ນ ເປັນປະຫວັດສາດມາ 4 ເດືອນຕິດຕໍ່ກັນ
ອົດສະຕຣາລີຍັງຜະເຊີນກັບຄວາມຮ້ອນອົບເອົ້າຕໍ່ເນື່ອງເປັນປະຫວັດສາດໃນເດືອນມີນາ, ຂະນະທີ່ສະພາບອາກາດທົ່ວໂລກອຸ່ນຂຶ້ນເປັນບັນຫາຮ້ອນໃນການຫາສຽງເລືອກຕັ້ງທີ່ເຫລືອເວລາອີກບໍ່ເທົ່າໃດອາທິດ. ກົມອຸຕຸນິຍົມວິທະຍາອົດສະຕຣາລີ ຖະແຫລງວ່າ: ອົດສະຕຣາລີຜະເຊີນກັບອາກາດຮ້ອນທີ່ສຸດເປັນປະຫວັດສາດໃນເດືອນມີນາ ເຊິ່ງເກີນກວ່າຄ່າສະເລ່ຍທົ່ວໂລກໃນຫລາຍພື້ນທີ່ ໂດຍອຸນຫະພູມສະເລ່ຍທົ່ວປະເທດເພີ່ມຂຶ້ນ 2,13 ອົງສາເໜືອກວ່າຄ່າສະເລ່ຍໃນເດືອນມີນາ. ຖືເປັນເດືອນທີ 4 ຕິດຕໍ່ກັນແລ້ວທີ່ອົດສະຕຣາລີມີອາກາດຮ້ອນອົບເອົ້າເປັນປະຫວັດສາດ ໂດຍໃນເດືອນມັງກອນຖືເປັນເດືອນຮ້ອນທີ່ສຸດຢູ່ອົດສະຕຣາລີແບບບໍ່ເຄີຍມີມາກ່ອນ. ອຸນຫະພູມສະເລ່ຍທົ່ວປະເທດເກີນ 30 ອົງສາ ເປັນຄັ້ງທຳອິດ. ເຖິງຢ່າງໃດກໍຕາມ,…