IMF ເຕືອນ ໄວຣັສໂຄໂຣນາ ດຶງເສດຖະກິດໂລກຊ້າລົງ
ທ່ານ ນາງ ຄຣິສຕາລິນາ ຈີອໍຈີວາ ຜູ້ອຳນວຍການ IMF ເຕືອນວ່າ: ການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ກຳລັງຄຸກຄາມການເຕີບໃຫຍ່ຂອງເສດຖະກິດໂລກ ແລະ ປັດຈຸບັນ ເລີ່ມເຮັດໃຫ້ຜົນຜະລິດທາງດ້ານອຸດສາຫະກຳຫລຸດລົງຈົນປາກົດຜົນຕໍ່ລະບົບຕ່ອງໂສ້ອຸປະທານໂລກ. ຜູ້ອຳນວຍການ IMF ລະບຸວ່າ: ຈາກການແຜ່ລະບາດສົ່ງຜົນກະທົບເຮັດໃຫ້ເສດຖະກິດໂລກຂະຫຍາຍຕົວຊ້າລົງແນ່ນອນ, ແຕ່ໃນໄລຍະຍາວຍັງບໍ່ແນ່ນອນ ຕ້ອງປະເມີນການຮັບມືຕໍ່ການແຜ່ລະບາດວ່າມີປະສິດທິພາບ…