“ໂຄວິດ-19” ຂ້າຊີວິດຊາວມຽນມາຄົນທຳອິດ

     ທາງການມຽນມາລາຍງານຜູ້ເສຍຊີວິດຄົນທຳອິດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເປັນຜູ້ຊາຍຊາວເມືອງຢາງກຸ້ງ ມີໂຣກປະຈຳຕົວ ແລະ ມີປະຫວັດເດີນທາງໄປຕ່າງປະເທດ.      ກະຊວງສາທາລະນະສຸກຂອງມຽນມາອອກຖະແຫລງການໃນວັນທີ 31 ມີນາ ເລື່ອງຜູ້ເສຍຊີວິດຄົນທຳອິດໃນປະເທດ ທີ່ເປັນຜົນຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ຄື “ຜູ້ປ່ວຍຄົນທີ 5” ເປັນຜູ້ຊາຍຊາວມຽນມາ ອາຍຸ 69 ປີ…

ອິຕາລີຕິດເຊື້ອທະລຸຫລັກແສນ ໝໍເສຍຊີວິດແລ້ວ 63 ຄົນ

     31 ມີນາ ສຳນັກປົກປ້ອງພົນລະເຮືອນອິຕາລີເປີດເຜີຍວ່າ: ຈຳນວນຜູ້ຕິດເຊື້ອທະລຸຫລັກແສນແລ້ວ ມີຢ່າງໜ້ອຍ 101.739 ຄົນ. ເຖິງຢ່າງໃດກໍຕາມ ຈຳນວນຜູ້ຕິດເຊື້ອໃໝ່ໃນຮອບ 24 ຊົ່ວໂມງຜ່ານມາ ພັດຫລຸດລົງຕິດຕໍ່ກັນເປັນວັນທີ 5 ແລ້ວ.      ຈຳນວນຜູ້ຕິດເຊື້ອໃໝ່ມີ 1.648 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ຍັງມີຊີວິດເພີ່ມເປັນ…

UNSC ລົງມະຕິຜ່ານທາງອີເມລເປັນຄັ້ງທຳອິດ

     ຖືເປັນຄັ້ງທຳອິດໃນປະຫວັດສາດ ທີ່ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດບໍ່ໄດ້ລົງມະຕິແບບເປີດເຜີຍ, ແຕ່ໃຊ້ວິທີສົ່ງຄະແນນທາງອີເມລ ເພາະຢູ່ໃນໄລຍະເຮັດວຽກຢູ່ເຮືອນ ຈາກວິກິດການແຜ່ລະບາດຂອງ “ໂຄວິດ-19”.      ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ທັງ 15 ປະເທດ ມີມະຕິໃນວັນທີ 30 ມີນາ ຮັບຮອງມະຕິ 4 ເລື່ອງດ້ວຍສຽງສະໜັບສະໜູນເປັນເອກະສັນ ຜ່ານການຫາລືດ້ວຍລະບົບວິດີໂອຄໍ…

ງານມະຫາກຳກິລາໂອແລມປິກ ໄດ້ກຳນົດວັນແຂ່ງຂັນທາງການແລ້ວ..!

ຄະນະກຳມະການໂອແລມປິກສາກົນ (IOC) ພ້ອມດ້ວຍ ຍີ່ປຸ່ນເຈົ້າພາບ ງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ທີ່ນະຄອນຫຼວງໂຕກຽວ ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກຳນົດວັນແຂ່ງຂັນໃຫມ່ ໃນປີ 2021 ຫຼັງຈາກປະກາດເລື່ອນການແຂ່ງຂັນໃນປີ 2020 ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ      ໂຄວິດ-19. ກອງປະຊຸມໄດ້ເຫັນດີເປັນເອກະສັນກຳນົດການແຂ່ງຂັນໃນໄລຍະລະດູຮ້ອນຄືເກົ່າຫລຸດຈາກກຳນົດເກົ່າ 1 ວັນ…

ຮ່ວມຊ່ວຍເຫຼືອກັນ..! ສະເປີ ໃຊ້ບ່ອນຈອດລົດໃຕ້ດິນຂອງຕົນເປັນສາງເກັບອາຫານຕອບໂຕ້ໂຄວິດ-19

          ສະໂມສອນບານເຕະ ທ໋ອດແນມ ຮອດສະເປີ ທີມດັງໃນພຣີເມຍລີກອັງກິດ ປະກາດຜ່ານທາງເວັບໄຊຂອງສະໂມສອນວ່າ: ໄດ້ທຳການແບ່ງພື້ນທີ່ສະໜາມຢູ່ບ່ອນຈອດລົດຊັ້ນໃຕ້ດິນເປັນສາງເກັບອາຫານຂອງ ລອນດອນ ຟູດ ອັນລີອັ້ັ້ນ ກ່ອນທີ່ຈະນຳໄປແຈກໃຫ້ແກ່ປະຊາຊົນປະສົບໄພຈາກເຊື້ອໂຄວິດ.     ໃນຂະນະນີ້ ລີກບານເຕະໃນເອີຣົບ ຕ້ອງຖືກເລື່ອນໄປແບບບໍ່ມີກຳນົດ ຫຼັງໄດ້ຮັບຜົນກະທົບຮ້າຍເເຮງຈາກເຊຶ້ອໄວຣັສໂຄວິດ-19 ໂດຍໃນ ສະຫະຣາຊະອານາຈັກ ຕອນນີ້ມີຜູ້ຕິດເຊື້ອຫຼາຍກວ່າ 17.000…

ເສັ້ນທາງເດີນເຂົ້າສູ່ປອດຂອງເຊື້ອໄວຣັສໂຄວິດ-19

ກ່ອນຈະເຂົ້າໄປເຖິງປອດໄດ້, ໂຄວິດ-19 ຈະເຂົ້າໄປຢູ່ໃນຮູຄໍກ່ອນ ເປັນເວລາ 4 ວັນ. ໃນຂະນະນີ້, ຄົນຜູ້ນັ້ນຈະເກີດອາການໄອ ແລະ ເຈັບຄໍ. ເວລານີ້ຄວນດື່ມນໍ້າຫຼາຍໆ ບໍ່ປະໃຫ້ຮູຄໍແຫ້ງ ພ້ອມທັງບ້ວນປາກດ້ວຍນໍ້າອຸ່ນໃສ່ເກືອ ຫຼື ບ້ວນປາກດ້ວຍນໍ້າສົ້ມຫຼາຍຄັ້ງຕໍ່ວັນ ແລ້ວຖົ່ມຖິ້ມ, ພຽງເທົ່ານີ້ກໍສາມາດກຳຈັດເຊື້ອໄວຣັສໄດ້ແລ້ວ, ໝາຍຄວາມວ່າຕັດເສັ້ນທາງເດີນຂອງມັນທີ່ຈະລົງໄປສູ່ປອດໄດ້.

ທົ່ວໂລກຕິດເຊື້ອ ‘ໂຄວິດ-19’ ບັນລຸ 777.286 ຄົນ

     ສູນວິທະຍາສາດ ແລະ ວິສະວະກຳທາງລະບົບ (CSSE) ແຫ່ງມະຫາວິທະຍາໄລຈອນ ຮອບກິນ ລາຍງານຂໍ້ມູນຫລ້າສຸດວ່າ: ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຕົ້ນຕໍໂຣກໂຄວິດ-19 ທົ່ວໂລກ ປັດຈຸບັນມີ 777.286 ຄົນ ແລະ ຈຳນວນຜູ້ເສຍຊີວິດທົ່ວໂລກມີ 37.140 ຄົນ.      ລາຍງານດັ່ງກ່າວ…

5 ສິ່ງທີ່ທ່ານຄວນເຮັດ ເມື່ອຂາດແຮງບັນດານໃຈ

     ທ່ານອາດຈະພົບແຮງບັນດານໃຈໄດ້ທົ່ວໄປໃນຊີວິດປະຈຳວັນ ບໍ່ວ່າຈະແມ່ນຈາກການເບິ່ງຮູບເງົາ, ອ່ານໜັງສື, ຟັງເພງ ຫລື ລົມກັບໃຜຈັກຄົນ ແຕ່ແຮງບັນດານໃຈນັ້ນບໍ່ໄດ້ມາຫາເຮົາຕະຫລອດເວລາສະເໝີໄປ ບາງເທື່ອທ່ານອາດຈະຮູ້ສຶກວ່າຕອນນີ້ບໍ່ມີຈິດໃຈຈະເຮັດຫຍັງເລີຍ ມັນເຮັດໃຫ້ຊີວິດຂອງທ່ານເຊື່ອງຊ້າລົງກ່ວາທີ່ຄວນຈະເປັນ ເພາະແຮງບັນດານໃຈນັ້ນເປັນສິ່ງສຳຄັນທີ່ຈະຊ່ວຍໃຫ້ເຮົາເລີ່ມຕົ້ນສິ່ງໃໝ່ໆ ແລະ ກ້າວໄປຂ້າງໜ້າໄດ້. ຖ້າທ່ານຮູ້ສຶກວ່າໂຕເອງກຳລັງຂາດແຮງບັນດານໃຈ ພວກເຮົາມີວິທີງ່າຍໆມາແນະນຳທ່ານ ສຳລັບເອີ້ນແຮງບັນດານໃຈກັບມາອີກຄັ້ງ ດັ່ງນີ້ : 1. ເຮັດສະມາທິ…

ໂພຊະນາການໜ້າຮູ້ ຊວນໃຫ້ອ່ານ ກ່ອນກິນພິດຊ່າ

ການກິນພິດຊ່າ ຮ່າງກາຍຈະໄດ້ຮັບຫຍັງແນ່ ?      ຫລາຍທ່ານອາດຮູ້ວ່າ ພິດຊ່າ ຖືເປັນໜຶ່ງໃນອາຫານທີ່ບໍ່ຄ່ອຍຈະດີຕໍ່ສຸຂະພາບປານໃດ ຫາກກິນຫລາຍໆຈະເຮັດໃຫ້ຕຸ້ຍໄດ້, ແຕ່ເຖິງຈະເປັນແນວນັ້ນຄົນກໍຍັງມັກກິນພິດຊ່າ. ດັ່ງນັ້ນ, ມື້ນີ້ພວກເຮົາຈະມາວິເຄາະຂໍ້ດີ – ຂໍ້ເສຍຂອງການກິນພິດຊ່າມານຳສະເໜີທ່ານເພື່ອເສີມຄວາມຮູ້ ດັ່ງນີ້ : ພິດຊ່າກັບຄໍເລສເຕີໂຣນ : ຄວາມຈິງແລ້ວ ພິດຊ່າ ແມ່ນໜຶ່ງໃນອາຫານທີ່ທັງສາມາດກິນເພື່ອຮັກສາສຸຂະພາບ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!