ຝົນຍັງຈະສືບຕໍ່ຕົກ ຢູ່ແຂວງພາກເໜືອ ແລະ ພາກກາງ ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ເຊົ້າວັນທີ 29 ມັງກອນ 2024 ວ່າ: ຄວາມກົດດັນສູງຂອງ ອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງ ປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ…

ນາຍົກລັດຖະມົນຕີ ສະ​ແດງ​ຄວາມຍິນ​ດີ ແລະ ຂອບໃຈຕໍ່ການມາຢ້ຽມຢາມຂອງລັດຖະມົນຕີຕ່າງປະເທດສິງກະໂປ

ວັນທີ 27 ມັງກອນ 2024 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິວຽນ ບາລາຄຣິສນານ (H.E Dr. Vivian BALAKRISHNAN),…

ປີ 2023 ຜ່ານມາ ສປປ ລາວມີ ອັດຕາການເສຍຊີວິດຂອງເດັກເກີດໃໝ່ 12 ໃນ 1.000 ຄົນ

  ວັນທີ 25 ມັງກອນຜ່ານມາ  ສູນສະຖິຕິແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ກະຊວງສຶກສາທິການ ແລະ ກິລາ ອົງການ Unicef ອົງການ UNFPA  ລາຍງານຜົນການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ III ປີ 2023. ທ່ານ…

ງານມະຫະກໍາການທ່ອງທ່ຽວອາຊຽນ 2024 ໄດ້ສຸມ​ໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ

ວັນທີ 26 ມັງກອນ 2024, ງານມະຫະກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດ, ເຊິ່ງປະກອບມີ 4 ໜ້າວຽກຕົ້ນຕໍ…

ສປປ ລາວ ໄດ້ຮັບ 4 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ

  ວັນທີ 26 ມັງກອນ 2024, ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ເນື່ອງໃນໂອກາດ ງານມະຫະກໍາການທ່ອງທ່ຽວອາຊຽນ, ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນາທຳ…

ອຸບັດຕິເຫດລົດສະແຕັກນໍ້າມັນຕົກເຫວ ຢູ່ຄ້ອຍພູຍົມ ຍ້ອນສະພາບເຕັກນິກລົດບໍ່ຮັບປະກັນ

ວັນທີ 26 ມັງກອນ 2024, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ລາຍງານວ່າ: ອຸບັດຕິເຫດລົດສະແຕັກນໍ້າມັນຕົກເຫວ ຢູ່ຄ້ອຍພູຍົມ ເສັ້ນທາງເມືອງລ້ອງຊານ – ເມືອງຮົມ ແຂວງໄຊສົມບູນ​ ເຮັດໃຫ້ເກີດໄຟໄໝ້ຢ່າງຮຸນແຮງ ເມື່ອວັນທີ​ 24 ມັງກອນ​ 2024 ຜ່ານມາ…

ເຕືອນ! ລະວັງການຕົວະຍົວະຫລອກລວງ ແລະ ໂຄສະນາ ຊື້-ຂາຍ ແລະ ລົງທຶນໃນເງິນຄຣິບໂຕ ຜ່ານອອນລາຍ

ວັນທີ 26 ມັງກອນ 2024, ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເລກທີ 202/ຫກ ເພື່ອແຈ້ງມາຍັງທຸກຄົນທົ່ວສັງຄົມ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ ປັດຈຸບັນໄດ້ມີສະພາບ ການເຄື່ອນໄຫວຂອງບຸກຄົນບໍ່ຫວັງດີໃນການຕົວະຍົວະຫລອກລວງ ແລະ ໂຄສະນາ ຊື້-ຂາຍ ແລະ ລົງທຶນໃນເງິນຄຣິບໂຕ ຜ່ານສື່ສັງຄົມອອນລາຍ…

ຄະນະລັດຖະມົນຕີ ທ່ອງທ່ຽວອາຊຽນເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ

ວັນທີ 26 ມັງກອນ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ດ້ານການທ່ອງທ່ຽວອາຊຽນ ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ…

ອົງການໄອຍະການປະຊາຊົນ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາສໍາຄັນ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

ວັນທີ 26 ມັງກອນ 2024, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມປະຈຳປີ ຂອງອົງການໄອຍະການປະຊາຊົນ ປີ 2023 . ທ່ານ ຮອງປະທານປະເທດ ກ່າວວ່າ: ຄຽງຄູ່ກັບຜົນສຳເລັດກໍຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ພ້ອມກັນເອົາໃຈໃສ່ ແລະ ແກ້ໄຂ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!