ກໍາປູເຈຍເຝົ້າລະວັງຢ່າງເຂັ້ມງວດພະຍາດໝາກສຸກລີງ-ພະຍາດຕິດເຊື້ອຕາມດ່ານຊາຍແດນ
ວັນທີ 25 ສິງຫາ 2024, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ຊຽງ ຣາ ລັດຖະມົນຕີກະຊວງສາທາລະນະສຸກຂອງກໍາປູເຈຍ ກ່າວຜ່ານຈົດໝາຍສົ່ງເຖິງເຈົ້າແຂວງຕິດຊາຍແດນຂອງປະເທດວ່າ: ອົງການອະນາໄມໂລກ (WHO) ປະກາດໃຫ້ພະຍາດໝາກສຸກລີງ ຫລື Mpox ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ໃນວັນທີ 14 ສິງຫາຜ່ານມາ ເນື່ອງຈາກການແຜ່ລະບາດຢ່າງວ່ອງໄວໃນຫລາຍປະເທດຂອງທະວີບອາຟຣິກາ….