ກຽມປັບຂຶ້ນອັດຕາດອກເບ້ຍພື້ນຖານຂອງສະກຸນເງິນກີບ ແລະ ອັດຕາເງິນແຮຝາກບັງຄັບສະກຸນເງິນຕາຕ່າງປະເທດ

ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ສະພາບເສດຖະກິດຂອງ ສປປ ລາວ ຍັງມີຄວາມກົດດັນຫລາຍດ້ານ ເຊັ່ນ: ເສດຖະກິດຍັງຄາດວ່າຈະຂະຫຍາຍຕົວທີ່ມາຈາກການບໍລິໂພກເປັນຕົ້ນຕໍ, ການຂາດດຸນການຄ້າ ແລະ ພັນທະການຊຳລະໜີ້ກັບຕ່າງປະເທດ ພາໃຫ້ຍັງມີຄວາມບໍ່ສົມດຸນ ລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດ….

ປກສ ເມືອງໄຊເສດຖາ ສຶກສາອົບຮົມໄວໜຸ່ມ 21 ຄົນ ມົ້ວສຸມດື່ມຄໍລາເຈນ ແລະ ນ້ຳກະທ່ອມ

ວັນທີ 26 ສິງຫາ 2024 ທີ່ສະໂມສອນກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ນຳເອົາກຸ່ມໄວໜຸ່ມ 21 ຄົນ, ຍິງ 17 ຄົນ ທີ່ມົ້ວສຸມສິ່ງເສບຕິດມາສຶກສາອົບຮົມ ແລະ ເຮັດບົດບັນທຶກ ເພື່ອບໍ່ໃຫ້ມີການກັບຄືນໄປເຮັດໃນສິ່ງທີ່ບໍ່ດີນັ້ນອີກ. ພັນໂທ ບຸນດົ້ງ…

ປິດເສັ້ນທາງ ຢູ່ຈຸດປະຕູນໍ້າຫ້ວຍໝາກຮຽວ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຊົ່ວຄາວ ເລີ່ມວັນທີ 27 ສິງຫາ ຫາ 4 ກັນຍາ 2024

ວັນທີ 27 ສິງຫາ 2024 ນີ້, ເຈົ້າເມືອງໆປາກງື່ມ ໄດ້ອອກແຈ້ງປິດເສັ້ນທາງ ຢູ່ຈຸດປະຕູນໍ້າຫ້ວຍໝາກຮຽວ ຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ນໍ້າຖ້ວມຕົວເມືອງວຽງຈັນ, ການປິດເສັ້ນທາງຊົ່ວຄາວ ເລີ່ມແຕ່ວັນທີ 27 ສິງຫາ ຫາ 4 ກັນຍາ 2024 ແລະ ຈຸດທີ່ຈະປິດເສັ້ນທາງແມ່ນ…

ກອງປະຊຸມສະໄໝສາມັນຂອງລັດຖະບານ ເດືອນສິງຫາ 2024 ສະເໜີຂໍອະນຸມັດເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ຜູ້ອອກແຮງງານໃນພາກທຸລະກິດ

ກອງປະຊຸມສະໄໝສາມັນ ປະຈຳເດືອນສິງຫາ 2024 ຂອງລັດຖະບານ ໄດ້ຈັດຂຶ້ນວັນທີ 26 ສິງຫາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ເພື່ອຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2024. ໂດຍການເປັນປະທານ ຂອງທ່ານ…

ນໍ້າຖ້ວມໃຫຍ່ຢູ່ບັງກະລາເທດມີຜູ້ເສຍຊີວິດເພີ່ມເປັນ 23 ຄົນ ປະຊາຊົນໂທດອິນເດຍຕົ້ນຕໍ ປ່ອຍນໍ້າຈາກເຂື່ອນບໍ່ແຈ້ງລ່ວງໜ້າ

      ທາງການບັງກະລາເທດລາຍງານວ່າມີຜູ້ເສຍຊີວິດເພີ່ມເປັນ 23 ຄົນ ຈາກນໍ້າຖ້ວມໃຫຍ່ຢູ່ຫລາຍພື້ນທີ່ ເນື່ອງຈາກມໍລະສຸມລະດູຝົນ ແລະ ລະດັບນໍ້າຢູ່ແມ່ນໍ້າເພີ່ມສູງຂຶ້ນ ໂດຍຫລ້າສຸດລະດັບນໍ້າຖ້ວມຢູ່ບາງພື້ນທີ່ເລີ່ມຫລຸດລົງ. ຂະນະທີ່ຄາດວ່າມີປະຊາຊົນໄດ້ຮັບຜົນກະທົບຫລາຍກວ່າ 5.7 ລ້ານຄົນ ໃນ 11 ເຂດຈາກທັງໝົດ 64 ເຂດຂອງປະເທດ ແລະ ຫລາຍກວ່າ 1.2…

ກຸ່ມຕິດອາວຸດໂຈມຕີແຄວ້ນບາລູຈິສະຖານ ມີຜູ້ເສຍຊີວິດ 60 ກວ່າຄົນ

      ເຈົ້າໜ້າທີ່ປາກິດສະຖານລາຍງານວ່າ: ມີຜູ້ເສຍຊີວິດຫລາຍກວ່າ 60 ຄົນ ຢູ່ແຄວ້ນບາລູຈິສະຖານ ທາງຕາເວັນຕົກສຽງໃຕ້ຂອງປະເທດ ພາຍຫລັງກຸ່ມຕິດອາວຸດແບ່ງແຍກດິນແດນໂຈມຕີສະຖານີຕໍາຫລວດ, ທາງລົດໄຟ ແລະ ທາງຫລວງ. ຂະນະທີ່ກອງກໍາລັງຄວາມໝັ້ນຄົງ ເປີດປະຕິບັດການຕອບໂຕ້ເພື່ອປາບປາມຜູ້ກໍ່ເຫດ.      ວັນທີ 27 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການໂຈມຕີດັ່ງກ່າວຖືເປັນການໂຈມຕີທີ່ກວ້າງຂວາງທີ່ສຸດໃນຮອບຫລາຍປີ ໂດຍກຸ່ມຕິດອາວຸດຊາດພັນກໍ່ຄວາມບໍ່ສະຫງົບມາຫລາຍທົດສະວັດ…

ຊູດັງວິກິດ ນໍ້າຖ້ວມໜັກ-ເຂື່ອນແຕກ ຜູ້ເສຍຊີວິດສູງເຖິງ 130 ຄົນແລ້ວໃນປີນີ້

     ນັບແຕ່ຕົ້ນປີນີ້ ມີຜູ້ເສຍຊີວິດຈາກນໍ້າຖ້ວມ ແລະ ຝົນຕົກໜັກຢູ່ຊູດັງຢ່າງໜ້ອຍ 132 ຄົນ ແລະ ບ້ານເຮືອນເປ່ເພເສຍຫາຍບໍ່ຕໍ່າກວ່າ 12,420 ຫລັງ.       ວັນທີ 27 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຖະແຫລງການຂອງລັດຖະບານຊູດັງລະບຸວ່າ: ມີລັດໄດ້ຮັບຜົນກະທົບທັງໝົດ 10 ລັດ…

ສານ ແຂວງຊຽງຂວາງ ຕັດສິນຈຳຄຸກຊາຍຕີເມຍ ຢູ່ບຸນກິນຈຽງ 3 ປີ 6 ເດືອນ ພ້ອມໃຫ້ປົວແປງຈິດໃຈຫລາຍກວ່າ 33 ລ້ານກີບ

ຂ່າວ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 22 ສິງຫາ 2024, ສານປະຊາຊົນຂັ້ນຕົ້ນແຂວງຊຽງຂວາງ ໄດ້ຕັດສິນໂທດຕັດອິດສະຫລະພາບ 3 ປີ 6 ເດືອນ ແລະ ປັບໃໝ 10,000,000 ກີບ ພ້ອມທັງໃຫ້ເຮັດຂວັນປົວແປງຈິດໃຈ 33…

ປກສ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ 5 ຄົນ

ວັນທີ 20 ສິງຫາ 2024, ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນິກລົດ 5 ຄົນ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມ ເພື່ອບໍ່ໃຫ້ພວກກ່ຽວກັບມາກະທຳຜິດອີກ ແລ້ວມອບສົ່ງຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມຕື່ມອີກ, ຖ້າຫາກພວກກ່ຽວກະທຳຜິດອີກ ແມ່ນຈະໄດ້ດຳເນີນຄະດີ ແລະ ປັບໃໝຕາມລະບຽບການ….

ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ຫວຽດນາມ ສຳເລັດການຮ່ວມມືຜ່າຕັດປູກຖ່າຍໄຂ່ຫລັງ

ພິທີສະຫລຸບຜົນສຳເລັດການຮ່ວມມືຜ່າຕັດປູກຖ່າຍໄຂ່ຫລັງ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກັບ ໂຮງໝໍ 103 ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນວັນທີ 23 ສິງຫາ 2024, ທີ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ມີພົນເອກ ຈັນສະໝອນ ຈັນຍາລາດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!