ສືບທອດປະເພນີບຸນບັ້ງໄຟອັນເກົ່າແກ່ ແຕ່ຂໍໃຫ້ມີຄວາມປອດໄພ ແລະ ເຂົ້າກັບຍຸກສະໄໝໃໝ່
ໂດຍ: ຄຳພຸດ ພໍກ້າວເຂົ້າສູ່ເດືອນຫົກ ມັກຈະໄດ້ຍິນຂ່າວກ່ຽວກັບບຸນບັ້ງໄຟຫຼືບຸນເດືອນຫົກຢູ່ບ້ານນັ້ນ ເມືອງນີ້ອ່າວຖີ່ຂຶ້ນ ນີ້ກໍຍ້ອນວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນໜຶ່ງໃນຮີດ 12 ຄອງສິບສີ່ຂອງລາວເຮົາທີ່ສືບທອດກັນມາແຕ່ດົນນານ ເປົ້າໝາຍໃຫຍ່ກໍເພື່ອ ຮຽກຟ້າຮ້ອງຝົນ ແລະ ດົນບັນດານໃຫ້ການຜະລິດລະ ດູຝົນໄດ້ຮັບໝາກຮັບຜົນ ແລະ ກໍເປັນກຳລັງໃຈໜຶ່ງໃຫ້ແກ່ຊາວນາກະກຽມເງື່ອນໄຂ ຕ່າງໆເພື່ອການປູກເຂົ້ານາ ປີຂອງເຂົາເຈົ້າໄດ້ດຳເນີນ ໄປດ້ວຍຄວາມສະດວກສະບາຍ,…