ທົ່ວສັງຄົມມີສະຕິແທ້ ແຕ່ນໍ້າເມົາພາໃຫ້ລະເຫລີງ

ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸບັດຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງ ບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ. ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ, ລະບຽບບ້ານເມືອງກໍມີ,…

ສະຫລອງວັນເດັກນ້ອຍສາກົນຢ່າງມີຄວາມໝາຍ ກ່ອນຈະຕີລູກ ໃຫ້ຄຳນຶງເຖິງ 4 ຢ່າ

ຫລາຍທ່ານເຄີຍໄດ້ຍິນ ຈື່ ແລະ ໄດ້ໃຊ້ສຸພາສິດບູຮານລາວ ທີ່ມີຄວາມໝາຍວ່າຢາກເບິ່ງແຍງລ້ຽງດູລູກ ໃຫ້ດີນັ້ນ ຕ້ອງເບິ່ງ ແລະ ລ້ຽງຢ່າງໃກ້ຊິດ, ແຕ່ເມື່ອເຮົາຮັກສິ່ງໃດແລ້ວ ກໍຕ້ອງລະມັດລະວັງ ຕ້ອງອົາໃຈໃສ່ຢ່າງຈົດຈໍ່ຕໍ່ສິ່ງນັ້ນໃຫ້ດີທີ່ສຸດ ຢ່າປ່ອຍຕາມໃຈ ຖ້າບໍ່ດັ່ງນັ້ນແລ້ວ ຕ້ອງເສຍໃຈນໍາຫລັງແມ່ນບໍ່ທ່ານຜູ້ອ່ານ! ຄຳວ່າ ຕີ ນັ້ນຊີ້ໃຫ້ເຫັນວ່າ ຮັກລູກເດີຈຶ່ງຕີ ຊຶ່ງໃນທີ່ສຸດກໍກາຍເປັນເລື່ອງຄວາມຂັດແຍ່ງເປັນເລື່ອງຖຽງກັນຢູ່ໃນສັງຄົມໂດຍໄດ້ຕັ້ງຄຳຖາມວ່າ…

ການໃສ່ບາດ ໃຫ້ຄຳນຶງເຖິງ 5 ຂໍ້

ການຕັກບາດ ແມ່ນປະເພນີ ທີ່ຊາວພຸດປະຕິບັດສືບທອດກັນມາແຕ່ສະໄໝພຸດທະການ, ພະພິຂຸສົງ ຈະໂຈມບາດອອກບິນທະບາດເພື່ອຮັບອາຫານ ຫລື ທານອື່ນໆຕາມບ້ານໃນຕອນເຊົ້າ, ສາສະນິກະຊົນ ທີ່ມາໃສ່ບາດ ຈະກຽມເຂົ້າປາອາຫານແຫ້ງມາຖວາຍພະສົງ. ຊາວພຸດ ເຊື່ອກັນວ່າເປັນການສ້າງບຸນກຸສົນ ແລະຖືເປັນການແຜ່ສ່ວນກຸສົນນີ້ ໃຫ້ກັບຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ. ພ້ອມນີ້ອາຫານທີ່ຖວາຍໄປນັ້ນກໍຈະສົ່ງເຖິງຍາດຜູ້ລ່ວງລັບໄປແລ້ວເຊັ່ນກັນ. ໃນເບື້ອງຂອງພະພິຂຸສົງແລ້ວ, ຈະອອກບິນທະບາດທຸກມື້ຕາມກົດລະບຽບຂອງພະສົງ ທີ່ພະພິຂຸສົງ ບໍ່ສາ ມາດເກັບມ້ຽນອາຫານໄວ້ຂ້າມຄືນໄດ້….

ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ

ບຸນຫົດນ້ຳປີນີ້ມີ 3 ວັນແຕ່ວັນທີ 14-16 ເມສາ 2022 ຈະມີຫລາຍກິດຈະກຳ, ຫລາຍຄອບຄົວຈະໄດ້ສະຫລອງກັນໃຫ້ມ່ວນຊື່ນເພື່ອຄວາມຮັກແພງຄວາມສາມັກຄີ, ຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ແຕ່ຄວາມມ່ວນຊື່ນນັ້ນອາດຈະເກີດມີປາກົດການຫຍໍ້ທໍ້ຫລາຍຢ່າງທີ່ຕ້ອງໄດ້ມີສະຕິ ແລະ ປີຜ່ານມາກໍມີບົດຮຽນຫລາຍຢ່າງມາແລ້ວ. ອຸບັດຕິເຫດທາງຖະໜົນ ເປັນອີກໜຶ່ງປາກົດການຫຍໍ້ທໍ້ທີ່ແກ້ໄຂບໍ່ທັນໄດ້ບໍ່ວ່າຈະເປັນມື້ທຳມະດາ ຫລື ເທ ສະການ, ບຸນປະເພນີ…

ປະຢັດເວລາ ຄຸນຄ່າຂອງຊີວິດ

ຫລາຍທ່ານ ມີຫລາຍວິທີການປະຢັດໂດຍສະເພາະເງິນຄໍາ…ຖືວ່າເປັນເລື່ອງດີ, ແຕ່ຖ້າປະຢັດ“ເວລາ” ຄືໃຊ້ເວລາໃຫ້ເປັນປະໂຫຍດສູງສຸດ ໝາກຜົນຕາມມາມີຢ່າງຫລວງຫລາຍ ວ່າກັນງ່າຍໆຄືບໍ່ປະຖິ້ມ ບໍ່ປ່ອຍຖິ້ມເວລາເສຍໄປລ້າໆແຕ່ລະມື້. ເວົ້າເລື່ອງນີ້ກໍເລີຍຄິດເຫັນຄໍາສຸພາສິດ, ຄະຕິພົດ…ເຊັ່ນ “ນໍ້າໄຫລບໍ່ຖ້າປາ ເວລາບໍ່ຖ້າຄົນ”, “ເວລາເປັນເງິນເປັນຄໍາ”, “ເວລາເປັນຂອງມີຄ່າ” ດັ່ງນີ້ເປັນຕົ້ນ. ແຕ່ລະມື້ທຸກຄົນມີເວລາເທົ່າກັນ, ແຕ່ຫລາຍເທື່ອມັກໄດ້ຍິນວ່າ “ບໍ່ມີເວລາ…” ພໍເຂົ້າໃຈໄດ້ ເຊິ່ງອາດຈະໝາຍເຖິງຄວາມຮຽກຮ້ອງຕ້ອງການນັ້ນມີຫລາຍອັນ, ແນ່ນອນ…

ຢາກເຂົ້າໃຈຄົນອື່ນ ຕ້ອງຮູ້ຕົນເອງກ່ອນ

ຄົນເຮົາບໍ່ວ່າໃຜກໍມັກຈະວິຈານມັກຕຳໜິຄວາມຂາດຕົກບົກພ່ອງຂອງຄົນອື່ນສະເໝີ ແລະ ຖືເປັນເລື່ອງທຳມະຊາດຂອງຄົນເຮົາທີ່ມັກຕຳໜິວິຈານຄົນອື່ນຫລາຍກວ່າຕຳໜິວິຈານຕົນເອງ. ລອງສັງ ເກດເບິ່ງວ່າ ເມື່ອຕຳໜິວິຈານຄົນອື່ນ ຫລາຍກວ່າຕຳນິວິຈານຕົນເອງ ສິ່ງທີ່ຕາມມາກໍຈະເກີດການລະແວງສົງໄສ, ຂາດຄວາມສາມັກຄີ ຂາດຄວາມເຊື່ອໝັ້ນກັນ ບໍ່ວ່າຈະຢູ່ສະຖາບັນຄອບຄົວ ຫລື ຕາມສຳນັກງານທັງໃນພາກລັດ ແລະ ເອກະຊົນ ເປັນຫຍັງຈຶ່ງເປັນແນວນີ້? ມີຫລາຍທັດສະນະບອກວ່າ: ກ່ອນອື່ນ ຕ້ອງເບິ່ງຕົນເອງ ຫລື…

ປະເພນີ ການແຕ່ງດອງ

ປັດຈຸບັນນີ້ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຂອງຕົນຈິ່ງຖືວ່າການແຕ່ງ ດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ…

ຄວາມສຸກສ້າງໄດ້ຈາກເຮົາເອງ

ແນ່ນອນ ທຸກຄົນ ລ້ວນແຕ່ປາຖະໜາຢາກມີຊີວິດຄອບຄົວທີ່ມີຄວາມສຸກຍາວນານ, ແຕ່ຕ້ອງເຂົ້າໃຈຄຳວ່າ: ຄວາມສຸກທີ່ຍາວນານນັ້ນເປັນແນວໃດ? ຄວາມສຸກມີ 2 ປະເພດຄືຄວາມສຸກທາງກາຍ ແລະ ຈິດໃຈ ໂດຍຄວາມສຸກທາງກາຍນັ້ນສ່ວນຫລາຍເປັນການເສບຄວາມສຸກເພື່ອຕອບສະໜອງຄວາມຕ້ອງການທາງຮ່າງກາຍ ແລະ ປະສາດສຳພັດຕ່າງໆ,ເປັນ ຄວາມສຸກສ່ວນໂຕທີ່ເກີດຂຶ້ນໄດ້ບໍ່ດົນເທົ່າໃດຈາກການມີສິ່ງກະຕຸ້ນເຊັ່ນການຊີມອາຫານ, ເບິ່ງຮູບເງົາ, ຟັງເພງ ຫລື ອື່ນໆ. ຂະນະທີ່ຄວາມສຸກທາງຈິດໃຈຄືການມີຊັບສົມບັດ, ອຳນາດ,…

ທົ່ວສັງຄົມ ຕ້ອງຮ່ວມກັນບຸກທະລຸແກ້ໄຂບັນຫາຢາເສບຕິດ

ປີ 2022 ເປັນປີທີ່ທົ່ວສັງຄົມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງຜ່ານມາກໍເຫັນເປັນຮູບປະທໍາ ແລະ ປະສົບຜົນສໍາເລັດຫລາຍກວ່າເກົ່າ. ແນວໃດກໍດີການທີ່ຈະໃຫ້ບັນຫາການເສບ ການຊື້ຂາຍຢາເສບຕິດທຸກປະເພດນັ້ນຖືກຈຳກັດຢ່າງສິ້ນເຊີງ ຫລື ຖືກຕີຖອຍເທື່ອລະກ້າວມັນບໍ່ແມ່ນເລື່ອງງ່າຍພໍປານໃດ, ແຕ່ກໍເຊື່ອໝັ້ນເຫງົ້າພະລັງຂອງສັງຄົມໂດຍສະເພາະຄວາມເດັດດ່ຽວເດັດຂາດຂອງເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ຕໍ່ການແກ້ໄຂບັນຫານີ້. ພາຍຫລັງລັດຖະບານວາງ…

ສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດເປ່ເພ ສ່ຽງການເກີດອຸບັດເຫດທ້ອງຖະໜົນ

ປະຕິເສດບໍ່ໄດ້ເລີຍວ່າອຸບັດເຫດທາງຖະໜົນ ສົ່ງຜົນໃຫ້ເກີດການສູນເສຍບໍ່ໜ້ອຍ ໂຊກດີແດ່ອາດຈະເຈັບເລັກໜ້ອຍຖ້າໂຊກຮ້າຍອາດເຖິງຂັ້ນເສຍຊີວິດ. ການເກີດອຸບັດເຫດທາງຖະໜົນມາຈາກການບໍ່ມີວິໄນຂອງ ຜູ້ຂັບຂີ່ບໍ່ວ່າຈະເປັນການປະໝາດ ລະເຫລີງບໍ່ປະຕິບັດລະບຽບຈະລາຈອນ ຫລື ທັດສະນາວິໄສການເບິ່ງ ຫລື ພື້ນຖານໂຄງລ່າງເຊັ່ນຖະໜົນເປ່ເພ, ສັນຍານໄຟຈະລາຈອນ. ເມື່ອເວົ້າເຖິງສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດແລ້ວ ຜ່ານມາສັງເກດເຫັນມີທັງການຝ່າຝືນ ຫລື ພາສາຊາວວ່າລ່ວງໄຟແດງ ພາໃຫ້ເກີດອຸບັດເຫດ. ຂະນະທີ່ການເປ່ເພຂອງສັນຍານໄຟຈະລາຈອນໂດຍສະເພາະຢູ່ນະຄອນຫລວງວຽງຈັນ ກໍເປັນສ່ວນສຳຄັນເຮັດໃຫ້ເກີດອຸບັດເຫດເຊັ່ນດຽວກັນ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!