ລາວ-ກຳປູເຈຍ ປຶກສາຫາລືກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນແບບໃໝ່


ວັນທີ 28 ເມສາ 2025 ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມຢູ່ທີ່ແຂວງຫຼວງພະບາງ, ສອງຝ່າຍໄດ້ຮ່ວມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືແລກປ່ຽນທັດສະນະຮ່ວມກັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການປຶກສາຫາລືຈຸດທີ່ເຫັນດີເປັນເອກະພາບ ແລະ ແກ້ໄຂຈຸດຄົງຄ້າງຕ່າງໆ, ສອງຝ່າຍໄດ້ຮ່ວມກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ແລະ ພ້ອມກັນກໍານົດແຜນການເຮັດວຽກຮ່ວມກັນໃນໄຕມາດ 3 ຂອງປີ 2025, ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກ ໝາຍຊາຍແດນເພີ່ມເຕີມແບບໃໝ່ (ປັກຫຼັກໝາຍຖີ່) ໃນພື້ນທີ່ຕົວຈິງ ຢູ່ແຂວງອັດຕະປື, ສປປ ລາວ ກັບ ແຂວງລັດຕະນະຄີລີ ແລະ ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ຈົນໄປເຖິງຈຸດຄົບເສັ້ນຊາຍແດນສາມປະເທດ ລາວ-ກໍາປູເຈຍ-ຫວຽດນາມ.
ສອງຝ່າຍເຫັນດີດ້ານວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ມີຄວາມຄືບໜ້າເປັນກ້າວໆ ແນໃສ່ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານໃຫ້ປາກົດຜົນເປັນຈິງ ແລະ ປັບປຸງຊີວິດການເປັນຢູ່ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຕາງໜ້າຝ່າຍລາວ ນໍາໂດຍ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຕາງໜ້າຝ່າຍກໍາປູເຈຍ ໂດຍ ທ່ານ ໄອ ວູທິ ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ ແລະ ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍ.