ບໍ່ຄວນຖືເບົາຕໍ່ການສະກັດກັ້ນໄພສັງຄົມ

- Untitled 1 copy 3 - ບໍ່ຄວນຖືເບົາຕໍ່ການສະກັດກັ້ນໄພສັງຄົມ
- kitchen vibe - ບໍ່ຄວນຖືເບົາຕໍ່ການສະກັດກັ້ນໄພສັງຄົມ

ເພື່ອນຜູ້ອ່ານທີ່ຮັກແພງທັງ ຫລາຍ, ກໍດັ່ງຄຳກ່າວເຕືອນ ຂອງຜູ້ນຳຮຸ່ນກ່ອນທີ່ຍ້ຳແລ້ວຍ້ຳ ອີກວ່າ: ເມື່ອໃດເຮົາເປີດກວ້າງ ປະຕູອອກສູ່ພາຍນອກແລ້ວ, ເວ ລານັ້ນເຮົາຕ້ອງມີສະຕິລະມັດ ລະວັງຕໍ່ຮິ້ນຕໍ່ຍຸງ ທີ່ຈະເຂົ້າມາລົບ ກວນ ແລະ ທຳລາຍພວກເຮົາ, ໝາຍວ່າເຮົາຕ້ອງມີສະຕິຕ້ານ ສິ່ງບໍ່ດີ ແລະ ຮູ້ເລືອກເຟັ້ນເອົາສິ່ງ ທີ່ດີ, ມີຄຸນປະໂຫຍດຕໍ່ປະເທດ ຊາດບ້ານເມືອງເຮົາ. ໃນຕົວຈິງ ມັນກໍແມ່ນແນວນັ້ນແທ້, ກໍດັ່ງ ຢູ່ ນະຄອນຫລວງວຽງຈັນເຮົາ ໃນ ປັດຈຸບັນ, ບັນຫາຊອກຮຽນ ແບບຜູ້ຍິງສັກລາຍ ຜູ້ຊາຍບ່ອງ ຫູຈົ່ງຜົມຍາວແມ່ນມີຂຶ້ນ, ເຂົ້າ ເທັກເຂົ້າບາຫລິ້ນກິນຟູມເຟືອຍ, ມົ້ວສຸມຢາເສບຕິດ, ໄພສັງຄົມ ກໍມີຫລາຍ ແລະ ຮ້າຍແຮງໄປ ກວ່ານັ້ນແມ່ນການຮຽນແບບ ຕັ້ງກຸ່ມນັ້ນແກ້ງນີ້ອາລະວາດ ຕີກັນ, ແຂ່ງລົດເປັນພຶງເປັນ ແພ, ຂີ້ລັກ, ງັດແງະ, ຂ້າເຈົ້າເອົາ ຂອງກໍໄດ້ປາກົດມີຂຶ້ນ. ດັ່ງການ ເປີດເຜີຍຂອງເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ ຮູ້ວ່າ: ໃນປີ 2017 ຜ່ານມາ, ຢູ່ ນະຄອນຫລວງວຽງຈັນມີຄະດີ ຕ່າງໆ ເກີດຂຶ້ນຫລາຍກວ່າ 2.000 ເລື່ອງ, ພົ້ນເດັ່ນກໍແມ່ນ ບັນຫາຢາເສບຕິດ, ອຸປະຕິເຫດ ແລະ ລັກຊັບພົນລະເມືອງ ແລະ ຈັບຜູ້ຕ້ອງຫາໄດ້ຫລາຍກວ່າໝູ່ ແມ່ນກຸ່ມໄວໝຸ່ມໃນລະຫວ່າງ ອາຍຸ 15-20 ປີ. ດັ່ງນັ້ນຖ້າ ພວກເຮົາບໍ່ເຮັດຈິງຈັງໃນການ ຕ້ານປາກົດການຫຍໍ້ທໍ້, ສະກັດ ກັ້ນໄພສັງຄົມ, ອັນເປັນຕົ້ນເຫດ ກໍ່ໃຫ້ເກີດສິ່ງບໍ່ດີດັ່ງກ່າວ ແລະ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະມາຊິກສະພາ ປະຊາຊົນນະຄອນຫລວງວຽງ ຈັນຊຸດທີ I ເມື່ອຜ່ານມານີ້ ທ່ານ ເຈົ້າຄອງກໍໄດ້ອອກມາ ເນັ້ນໃຫ້ ທົ່ວນະຄອນຫລວງເລັ່ງຫລຸດ ຜ່ອນອຸປະຕິເຫດ, ບັນຫາຢາ ເສບຕິດ ແລະ ອັກຄີໄພໃຫ້ໄດ້. ນີ້ກໍແມ່ນທາງອອກທີ່ດີໃນມາດ ຕະການສະກັດກັ້ນ ໄພສັງຄົມ. ເພາະຈຸດຕົ້ນຕໍຂອງແຫລ່ງທີ່ມາ ຂອງສິ່ງຫຍໍ້ທໍ້ທັງໝົດໃນສັງຄົມ ກໍແມ່ນບັນຫາຢາເສບຕິດ. ເອົາ ລະຫວັງວ່າປີໃໝ່ນີ້ນະຄອນ ຫລວງວຽງຈັນຈະເຮັດສຳເລັດ ໃນສິ່ງດັ່ງກ່າວ, ສ້າງນະຄອນ ຫລວງເຮົາໃຫ້ຮຸ່ງເຮືອງສີວິໄລ ຍິ່ງຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - ບໍ່ຄວນຖືເບົາຕໍ່ການສະກັດກັ້ນໄພສັງຄົມ

+ ນະຄອນຫລວງ​ວຽງຈັນເລັ່ງສະກັດກັ້ນສິ່ງ​ຫຍໍ້​ທໍ້​ໃນ​ສັງຄົມໃຫ້ຜ່ອນຜັນລົງ

+ ບັນຫາໄພສັງຄົມຕ້ອງເລັ່ງສະກັດກັ້ນ

 

- 5 - ບໍ່ຄວນຖືເບົາຕໍ່ການສະກັດກັ້ນໄພສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!