ຍິ່ງໃຫຍ່ອະລັງການ ງານສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ


ໂດຍ: ທິດກ່ຳ
ເທົ່າທີ່ໄດ້ຮັບຮູ້ ແລະ ເຫັນຕົວຈິງ ຕ້ອງຍອມຮັບ ວ່າງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20/1/1945-20/1/ 2019) ໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ແລະ ເປັນຄັ້ງປະຫວັດສາດໃນຍຸກໃໝ່ ຂອງກອງທັບປະຊາຊົນລາວ ກໍຄືຂອງຊາດລາວຄົນລາວເຮົາທີ່ໄດ້ຍືນຍົງຄົງຕົວມາ ຮອດຍຸກປັດຈຸບັນ.


ງານສະເຫລີມສະຫລອງຄັ້ງນີ້ໄດ້ຈັດຂຶ້ນຢູ່ທີ່ວິທະຍາຄານກົມມະດຳ, ເມືອງໂພນໂຮງ ແຂວງວຽງຈັນໃນວັນທີ 20 ມັງກອນ ທີ່ຜ່ານມານີ້.
ໂດຍມີການນຳຂັ້ນສູງພັກ ແລະ ລັດຖະບານ, ອະດີດການນຳຂອງພັກ-ລັດ, ບັນດານັກຮົບວີລະຊົນ, ນັກຮົບ ແຂ່ງຂັນ, ນາຍ ແລະ ພົນທະຫານ, ບັນດາແຂກທັງພາຍໃນ ແລະ ຕ່າງປະເທດຕະຫລອດເຖິງມວນຊົນຫລາຍແສນຄົນເຂົ້າຮ່ວມຢ່າງຄັບ ຄາໜາແໜ້ນ.


ນອກຈາກບັນດາແຂກທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ, ຍັງມີແຂກຝ່າຍການທະຫານຈາກບັນດາກອງທັບປະເທດອ້າຍນ້ອງເຊັ່ນ: ຈາກ ສສ ຫວຽດນາມ, ສປ ຈີນ, ສະຫະ ພັນລັດເຊຍ, ມຽນມ້າ, ລາຊະອານາຈັກກຳປູເຈຍ ແລະ ລາຊະອານາຈັກໄທເຂົ້າຮ່ວມນຳດ້ວຍ.
ງານສະເຫລີມ ສະຫລອງ ໄດ້ເປັນໄປຕາມຂັ້ນຕອນດ້ວຍການສະແດງສິລະປະວັນນະຄະດີຂອງກອງສິລະປະກອນກອງທັບປະຊາຊົນລາວ ທີ່ມີ ຈຳນວນນັກສະແດງເຖິງ 200 ກວ່າຄົນ, ຈາກນັ້ນກໍ ຕໍ່ດ້ວຍການກ່າວຈຸດປະສົງ ສະເໜີແຂກເຂົ້າຮ່ວມ ແລະ ການກ່າວສູນທອນພົດຂອງສະຫາຍເລຂາທິການໃຫຍ່, ປະທານປະເທດບຸນຍັງ ວໍລະຈິດ ແລ້ວກໍເປີດສາກ ດ້ວຍການເດີນສວນສະໜາມ ຂອງແຕ່ລະກ້ອນກຳລັງຢ່າງ ຄຶກຄື້ນ ແລະ ຍິ່ງໃຫຍ່ອາ ລັງການ.
ກຳລັງທີ່ນຳໜ້າພາທາງກໍແມ່ນນັກຮົບຮຸ່ນອາວຸໂສຕໍ່ ດ້ວຍກອງທັບແນວລາວອິດ ສະຫລະເຫລົ່າຮົບກອງທັບປົດປ່ອຍປະຊາຊົນລາວ, ກອງກຳລັງໄຟເພດຍິງ ແລະ ກ້ອນ ເຫລົ້າລົບຕ່າງໆ ທີ່ມີຈຳນວນ ເຖິງ 18 ກ້ອນກຳລັງ.
ພາຍຫລັງການສວນສະໜາມຂອງກ້ອນກຳລັງພົນ ແລ້ວ, ກໍສືບຕໍ່ດ້ວຍກຳລັງພາຫະນະ ເຊິ່ງນຳໜ້າດ້ວຍເຫລົ່າຮົບຍານເກາະ, ກຳລັງປືນໃຫຍ່, ເຫລົ່າຮົບປ້ອງກັນອາກາດ, ເຫລົ່າຮົບຊ່າງແສງ, ຍົນສູ້ຮົບ ແລະ ກ້ອນກຳລັງ ທະຫານໂດດຈ້ອງຂອງກອງທັບປະຊາຊົນລາວ.
ສ່ວນບັນຍາກາດໃນ ຍາມຄ່ຳຄືນນັ້ນກໍຖືວ່າຄຶກ ຄື້ນໄປດ້ວຍການຈູດດອກໄຟ ພຸ ທີ່ສວຍງາມຢ່າງຍິ່ງໃຫຍ່ ອັນເປັນການສ້າງຄວາມເບີກບານມ່ວນຊື່ນ ແລະ ຄວາມ ເຊື່ອໝັ້ນ ໃນຖັນແຖວກອງ ທັບ, ຂອງປວງຊົນລາວ ທົ່ວ ທັງປະເທດໄດ້ເປັນຢ່າງດີ.
ອັນພິເສດສຳລັບການ ສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີນີ້ ແມ່ນ ການ ເດີນສວນສະໜາມຂອງບັນ ດາກຳລັງພົນແຕ່ລະເຫລົ່າຮົບນັບທັງຂະບວນພາເຫລດ ຂອງເຫລົ່າລົບຍານພາຫະ ນະທີ່ມີຄວາມຍິ່ງໃຫຍ່ອະລັງການອັນເປັນການແຈ້ງເກີດ ແລະ ສະແດງເຖິງສັກກະ ຍະພາບໃໝ່ໃນຍຸກໃໝ່ຂອງ ກອງທັບປະຊາຊົນລາວ ແລະ ອັນສຸດຍອດອີກອັນໜຶ່ງບັນ ດາພາຫະນະທີ່ໄດ້ນຳເອົາ ມານຳໃຊ້ໃນກອງທັບນັ້ນ ລ້ວນແລ້ວແຕ່ແມ່ນພາຫະ ນະອັນໃໝ່ທີ່ທັນສະໄໝສາ ມາດປົກປ້ອງມາຕຸພູມຂອງ ປະເທດໄດ້ຢ່າງວ່ອງໄວ ແລະ ທັງຮັບປະກັນຄຸນນະພາບ.
ເມື່ອຫວນຄືນເບິ່ງຍຸກສະ ໄໝປະຫວັດສາດຂອງກອງ ທັບປະຊາຊົນລາວ ຕອນກຳ ເນີດເກີດໃໝ່ເປັນກອງທັບ ແນວລາວອິດສະຫລະ ແມ່ນ ມີຈຳນວນພົນພຽງ 20 ກວ່າ ຄົນຈາກນັ້ນ ກໍຄ່ອຍເຕີບໃຫຍ່ ໃນຂະບວນການຕໍ່ສູ້ປະຕິວັດຈົນກາຍມາເປັນກອງທັບ ປົດປ່ອຍ ປະຊາຊົນ ແລະ ເຕີບ ໃຫຍ່ມາເປັນກອງທັບປະຊາ ຊົນລາວ ດ້ວຍຄຸນນະພາບໃໝ່, ສັກກະຍະພາບໃໝ່ທາງດ້ານປະລິມານ ແລະ ຄຸນນະພາບ.
ກອງທັບປະຊາຊົນລາວຈົ່ງກ້າວໄປບົນເສັ້ນທາງອັນ ສະຫງ່າງາມແຫ່ງຍຸກສະໄໝກ້າວສູ່ຄຸນນະພາບໃໝ່ນັບມື້ ຍິ່ງທັນສະໄໝ./.

