70 ປີແຫ່ງພາລະກິດອັນໂດດເດັ່ນຂອງແນວລາວສ້າງຊາດ


ທິດກໍ່າ
ເວົ້າໄດ້ວ່າ, ໃນຕະຫລອດໄລຍະແຫ່ງການຕໍ່ສູ້ປະຕິວັດຈົນມາຮອດໄລຍະສ້າງສາພັດທະນາປະເທດຊາດ ອົງການແນວລາວສ້າງຊາດໄດ້ປະກອບສ່ວນເຂົ້າໃນພາລະກິດຂອງຊາດຢ່າງໂດດເດັ່ນໃຫຍ່ຫລວງ. ອັນສາເຫດກໍຍ້ອນວ່າ ອົງການແນວລາວສ້າງຊາດເປັນອົງການທີ່ເຕົ້າໂຮມຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອເຂົ້າຮ່ວມຂະບວນການປະຕິວັດ. ໃນຍຸກການຕໍ່ສູ້ຕ້ານຈັກກະພັດຝຣັ່ງເຂົ້າມາຮຸກຮານ ອົງການແນວລາວອິດສະຫລະໄດ້ເປັນຜູ້ອອກໜ້າອອກຕາໃນຂະບວນການຕໍ່ສູ້ ທັງປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດ, ທັງປຸກລະດົມຂົນຂວາຍປະຊາຊົນ, ທັງຕີສັດຕູ ຈົນເຮັດໃຫ້ໝາກຜົນຂອງການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ນັບແຕ່ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1930 ເປັນຕົ້ນມາ ໄດ້ສ້າງເງື່ອນໄຂໃຫ້ສຳພັນທະມິດອ້າຍລາວໄດ້ຮັບການສ້າງຕັ້ງຂຶ້ນ ຈົນກ້າວໄປສູ່ການຍຶດອຳນາດໃນວັນທີ 23 ສິງຫາ 1945 ແລະ ປະກາດເອກະລາດໃນເດືອນຕຸລາ ປີ 1945. ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານໄດ້ຕົກລົງປ່ຽນຊື່ຈາກ ສຳພັນທະມິດອ້າຍລາວ ມາເປັນ ແນວລາວອິດສະຫລະ ແລ້ວໄດ້ວາງໂຄງການ-ການເມືອງ 12 ຂໍ້ ແນໃສ່ເຮັດສຳເລັດພາລະກຳປະຫວັດສາດອັນສະຫງ່າອົງອາດຂອງຕົນຄື: ເດັດດ່ຽວເຮັດຫລ້ອນພາລະກິດປົດປ່ອຍປະເທດຊາດອອກຈາກແອກຄອບຄອງຈາກພວກລ່າເມືອງຂຶ້ນຝຣັ່ງ, ບັງຄັບໃຫ້ພວກເຂົາເຊັນສັນຍາເຊີແນວ ປີ 1954 ຍອມຮັບຮູ້ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ.
ຫລັງຈາກໄດ້ປ່ຽນຊື່ຈາກແນວລາວອິດສະຫລະມາເປັນແນວລາວຮັກຊາດ ດ້ວຍເງື່ອນໄຂທີ່ພັກຍັງມີການເຄື່ອນໄຫວແບບປິດລັບຢູ່ນັ້ນ, ທຸກແຜນນະໂຍບາຍ, ຍຸດໂທບາຍ, ຍຸດທະສາດ ແລະ ນະໂຍບາຍຕ່າງໆຂອງພັກຕໍ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ອາໄສແນວລາວຮັກຊາດເປັນຜູ້ອອກໜ້ານຳພາ ແລະ ປຸກລະດົມປວງຊົນເຂົ້າຮ່ວມການປະຕິວັດຢ່າງໄດ້ໝາກໄດ້ຜົນ. ຜົນການເຄື່ອນໄຫວທີ່ພົ້ນເດັ່ນທີ່ສຸດກໍແມ່ນການເຂົ້າຮ່ວມລວມລາວຄັ້ງທີ 1 ປີ 1957, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການຕໍ່ສູ້ ແລະ ຊ່ວຍເຫລືອກອງພັນທີສອງຂອງຝ່າຍແນວລາວຮັກຊາດອອກຈາກວົງປິດລ້ອມ, ທັງລຸກຮື້ຂຶ້ນຕໍ່ຕ້ານກັບພວກປະຕິການຂາຍຊາດ, ສ້າງເງື່ອນໄຂຊ່ວຍເຫລືອຜູ້ນຳແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ, ສະໜັບສະໜູນການລັດຖະປະຫານ 9/8/60 ສ້າງພັນທະພາບກັບກຳລັງເປັນກາງຮັກຊາດຂະຫຍາຍກຳລັງປະຕິວັດໃຫ້ກວ້າງຂວາງ. ໄປຄຽງຄູ່ກັນນັ້ນ ກໍເປີດສາກໂຈມຕີແບບສາຍຟ້າແລບໃສ່ທີ່ຕັ້ງເຮືອນຮັງຂອງສັດຕູຢູ່ຫລວງນ້ຳທາ, ສາມາດປົດປ່ອຍແຂວງຫລວງນ້ຳທາ, ຊຽງຂວາງ ເຮັດໃຫ້ເຂດປົດປ່ອຍໄດ້ຕິດຈອດກັນ, ອອກແຮງສາມັກຄີເຕົ້າໂຮມທຸກກຳລັງ, ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງທີ່ເຂັ້ມແຂງໃນທຸກດ້ານ. ຊ່ວງໄລຍະການລວມລາວຄັ້ງທີ 3 ອັນເປັນໄລຍະບັ້ນທ້າຍຂອງການນຳໃຊ້ສາມບາດຄ້ອນຍຸດທະສາດ ໂດຍສະເພາະແມ່ນການປະຕິບັດສັນຍາວຽງຈັນ, ອະນຸສັນຍາຄັ້ງວັນທີ 21 ກຸມພາ 1973 ເພື່ອລຸກຮື້ຂຶ້ນຍຶດອຳນາດການປົກຄອງທົ່ວປະເທດ ຄັ້ງວັນທີ 23 ສິງຫາ 1975 “ບົວບໍ່ຊ້ຳ ນ້ຳບໍ່ຂຸ້ນ” ປະກາດໂຄ່ນລົ້ມລະບອບເກົ່າ ຄືລະບອບສັກດີນາ ສ້າງຕັ້ງລະບອບໃໝ່ຂຶ້ນແທນຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ໃນເງື່ອນໄຂທີ່ອົງການແນວລາວຮັກຊາດໄດ້ປ່ຽນຊື່ມາເປັນແນວລາວສ້າງຊາດນັບແຕ່ເດືອນກຸມພາ 1979 ເປັນຕົ້ນມາ ກໍຍິ່ງເຮັດໃຫ້ອົງການດັ່ງກ່າວເພີ່ມບົດບາດ, ໜ້າທີ່ຂອງຕົນຕໍ່ພາລະກຳປະຫວັດສາດຂອງຊາດ ເປັນຕົ້ນຍົກສູງການປະຕິບັດນະໂຍບາຍຄວາມສາມັກຄີປອງດອງລະຫວ່າງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ໃນວົງຄະນາຍາດແຫ່ງຊາດ ບົນພື້ນຖານພັນທະພາບກຳມະກອນຊາວນາ ພາຍໃຕ້ການນຳພາຂອງພັກ. ປະຕິບັດສິດເສລີພາບ ປະຊາທິປະໄຕ ຂອງພົນລະເມືອງ, ແກ້ໄຂຄວາມອາຄາດບາດໝາງລະຫວ່າງເຜົ່າ, ປຸກລະດົມຂະບວນການຟື້ນຟູເສດຖະກິດ-ສັງຄົມຂອງຊາດ, ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຜົນຮ້າຍຂອງລະບອບເກົ່າທີ່ປະໄວ້, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສູ່ຄວາມສະຫງົບ, ປະກອບສ່ວນປັບປຸງຊຸກຍູ້ການສຶກສາ, ອະນຸລັກວັດທະນະທຳ, ລຶບລ້າງການກືກໜັງສື, ກຳຈັດຮ່ອງຮອຍສິ່ງເສດເຫລືອຂອງລັດທິລ່າເມືອງຂຶ້ນ, ສົ່ງເສີມວັດທະນະທຳອັນດີງາມຂອງຊົນເຜົ່າ ແລະ ຂອງຊາດ, ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ສ້າງຄອບຄົວ, ສ້າງບ້ານສາມັກຄີປອງດອງ ແລະ ສ້າງກຸ່ມບ້ານພັດທະນາ, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ທັງຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ, ສຳເລັດການຄົ້ນຄວ້າ-ສັບຊ້ອນຊື່ເອີ້ນຈຳນວນຊົນເຜົ່າໃນລາວ ເຊິ່ງມີ 4 ໝວດພາສາ ແລະ ສ້າງຮ່າງກົດໝາຍວ່າດ້ວຍ “ແນວລາວສ້າງຊາດ” ເປັນສະບັບທຳອິດ, ເອົາໃຈໃສ່ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ, ສ້າງຕັ້ງກອງທຶນພັດທະນາຂັ້ນບ້ານໃຫ້ເປັນຕົວແບບໄດ້ຫລາຍບ້ານເຊັ່ນ: ບ້ານນ້ຳທຸງ ເມືອງ ແລະ ແຂວງຫລວງນ້ຳທາ, ບ້ານນາໝີ ແຂວງອຸດົມໄຊ, ບ້ານນາທານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະ ຫລາຍໆບ້ານໃນທົ່ວປະເທດ. ນອກຈາກນັ້ນ ຍັງໄດ້ສ້າງຕັ້ງພາຫະນະສື່ມວນຊົນເຊັ່ນ: ວາລະສານແນວລາວສ້າງຊາດ, ລາຍການວິທະຍຸເມືອງລາວ ຄົນລາວ, ລາຍການວິທະຍຸ-ໂທລະພາບລາວສ້າງຊາດ ແລະ ຂົງເຂດວຽກງານທີ່ພົວພັນເຖິງພາລະບົດບາດ ແລະ ໜ້າທີ່ຂອງແນວລາວສ້າງຊາດ. ເພາະສະນັ້ນ ຍິ່ງກວ່າເວລາໃດໝົດ ໃນເງື່ອນໄຂທີ່ປະເທດຊາດພວມພັດທະນາ ອົງການແນວລາວສ້າງຊາດກໍຍິ່ງເຕີບໃຫຍ່ມີຜົນງານ ແລະ ພາລະໜ້າທີ່ຕໍ່ຊາດ ແລະ ປະຊາຊົນຢ່າງກວ້າງຂວາງ.