ສະຫລອງປີໃໝ່ສາກົນ 2020 ຢູ່ນະຄອນຫລວງວຽງຈັນ ອຸປະຕິເຫດບົນທ້ອງຖະໜົນຫລຸດລົງ

   ທ່ານພັນໂທເພັງສະຫວັນທໍາມາບູນຫົວຫນ້າພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2019 ແລະຕ້ອນຮັບປີໃຫມ່ 2020 ໂດຍສະເພາະວັນທີ 30 ທັນວາ 2019 ຫາວັນທີ 1 ມັງກອນ 2020 ນີ້, ໄດ້ມີອຸປະຕິເຫດບົນທ້ອງຖະຫນົນເກີດຂຶ້ນຢູ່ນະຄອນຫລວງວຽງຈັນທັງຫມົດ 23 ກໍລະນີ, ມີຜູ້ໄດ້ຮັບບາດເຈັບ 34…

ເດັກຍິງ ແມັກຊິກໂກ ອາຍຸ 9 ປີ ເກີດລູກສາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ນີ້. ສຳລັບໃນປີຜ່ານມາກໍມີຂ່າວສານທົ່ວໂລກເກີດຂຶ້ນມາກມາຍ ໂດຍສະເພາະຢ່າງຍິ່ງແມ່ນຂ່າວເລື່ອງແປກໆ ທີ່ຫຼາຍຄົນໄດ້ອ່ານໃນໜ້າໜັງສືພິມ “ລາວພັດທະນາ”. ເຖິງຢ່າງໃດກໍດີ, ໂອກາດສີ້ນປີເກົ່ານີ້, ພວກເຮົາຍັງຈະສືບຕໍ່ຊອກເອົາເລື່ອງແປກໆ, ເລື່ອງອຶ້ງໆ, ຊອ໊ກ ມາເລົ່າຢູ່ກັນຟັງຕໍ່ໄປ. ຂໍໃຫ້ທ່ານຜູ້ອ່ານຈົ່ງຕິດຕາມຕໍ່ໄປ. ມື້ນີ້, ເຮົາຈະໄດ້ນຳເອົາເລື່ອງແປກອີກເລື່ອງໜຶ່ງມາເລົ່າສູ່ຟັງ ເພື່ອເປັນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ກະແລ້ວກັນ. ເດັກຍິງຊາວ ແມັກຊິກໂກ ອາຍຸ…

ປີ​ໃໝ່​ໃຫ້​ຍາດ​ເອົາ​ຜົນງານ​ໃໝ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ

ທິດ​ກໍ່າ:       ປີ​ເກົ່າ 2019 ຜ່ານ​ໄປ ປີ​ໃໝ່ 2020 ​ໄດ້​ກ້າວ​ເຂົ້າມາ​ແທນ​ທີ່​ຕາມ​ກົດ​ເກນ​ວັດຕະ​ຈັກ​ຂອງ​ໂລກ. ດັ່ງ​ທີ່​ຮູ້​ກັນ​​ແລ້ວ​ວ່າ: ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກຳ​ເນີ​ດ​ເກີດ​ມາ​ໃນ​ໂລກ​ນີ້ ບໍ່​ມີ​ອັນ​ໃດ​​ເປັນ​ອຳ​ມະຕະ, ທຸກ​ສິ່ງ​ຢ່າ​ງນັບ​ແຕ່​ໂລກ​ທຳ​ມະ​ຊາດ ​ແລະ ສັງຄົມ​ຂອງ​ຄົນ​ເຮົາ​ກໍ​ລ້ວນ​ແລ້ວ​ແຕ່​ມີ​ການ​ປ່ຽນ​ແປງ​ເປັນ​ອານິຈັງ​ຄື​ຄວາມ​ບໍ່​ທ່ຽງ​ນັ້ນ​ເອງ ​ເພາະສະນັ້ນ ​ໃນ​ເມື່ອ​ເຮົາ​ເກີດ​ມາ​ເປັນ​ມະນຸດ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ຜືນ​ພິພົບ​ ​ມາຕຸພູມ​ອັນ​ແສນ​ຮັກ ​ແລະ ຫວງ​ແຫນ ຕ້ອງ​ໄດ້​ພາກັນ​ເປັນ​ເຈົ້າຂອງ​ປະ​ເທດ​ຊາດ,…

ກະຊວງແຜນການ ແລະ ການລົງທຶນດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ

   ໃນ​ວັນ​ທີ 30 ທັນວາ 2019 ຜ່ານມາ​ນີ້, ກະຊວງ​ແຜນການ​ ແລະ ​ການ​ລົງທຶນ (ຜທ) ໄດ້​ດໍາເນີນ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກຄັ້ງ​ທີ 4 ສະໄໝ​ທີ III ພາຍ​ໃຕ້​ການ​ເປັນ​ປະທານ​ຂອງສະຫາຍ ສອນໄຊ ສີ​ພັນ​ດອນ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ…

14 ເຫດການເດັ່ນທົ່ວໂລກໃນປີ 2019

    ລູກເມືອງພວນ ໜຶ່ງປີ ຜ່ານມາ, ທົ່ວໂລກມີເຫດການມາກມາຍຫຼາຍກໍລະນີເກີດຂຶ້ນ ອັນໄດ້ສົ່ງຜົນກະທົບກະເທືອນຕໍ່ ສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ- ສັງຄົມຂອງໂລກ ນັບທັງທາງດ້ານບວກ ແລະ ດ້ານລົບມີດັ່ງນີ້: ອັນດັບ14. ເຄັຣດຕາ ທັນເບີກ(Greta Thunberg)  ສາວນ້ອຍ ສະວີເດັນ, ອາຍຸ…

ເຊກອງປະກາດເມືອງກະລຶມເປັນເມືອງຈົບຊັ້ນມັດ ທະຍົມສຶກສາຕອນຕົ້ນບຳລຸງ

       ພິທີປະກາດເມືອງກະລຶມ ແຂວງເຊກອງ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໄດ້ຈັດຂຶ້ນໃນວັນທີ 30 ທັນວານີ້ ທີ່ເມືອງດັ່ງກ່າວ, ​ໂດຍ​ການເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ​ແລະ…

ລັດຖະມົນຕີປກສເນັ້ນໃຫ້ແຂວງບໍລິຄໍາໄຊແກ້ໄຂປາກົດການຫຍໍ້ທໍ້ໃນກໍາລັງໃຫ້ໝົດໄປ

ໃນໂອກາດໂອ້ລົມພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າກອງບັນຊາການປກສແຂວງບໍລິຄໍາໄຊເມື່ອບໍ່ດົນມານີ້, ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເນັ້ນໃຫ້ຜູ້ຮັກສາການຫົວໜ້າກອງບັນຊາການຜູ້ໃໝ່ ແລະ ຄະນະສືບຕໍ່ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການແຂວງຈົ່ງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບພິຊອບ, ສິ່ງສໍາຄັນໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມລະບຽບກົດໝາຍ, ມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ພາຍໃນກໍາລັງໃຫ້ໝົດໄປ. ໂດຍສະເພາະຕ້ານ ແລະ ສະກັດກັ້ນບັນຫາການສໍ້ລາດບັງຫລວງ, ການສວຍໃຊ້ຕໍາແໜ່ງໜ້າທີ່ຂອງພະນັກງານເພື່ອຫາຜົນປະໂຫຍດສ່ວນຕົວແບບບໍ່ຊອບທໍາແລະຖ້າຫາກເກີດມີສະພາບບໍ່ດີດັ່ງກ່າວເກີດຂຶ້ນຢູ່ບ່ອນໃດ, ຂັ້ນໃດແມ່ນບ່ອນນັ້ນຕ້ອງຮັບພິຊອບແກ້ໄຂທັນທີ,…

ເລີ່ມປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າ

      ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ (ຄສກສ) ໄດ້ຈັດຂຶ້ນໃນວັນທີ 30 ທັນວານີ້ ທີ່ພະແນກກະສິກໍາ-ປ່າໄມ້ແຂວງເຊກອງ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ປະທານຊີ້ ນໍາໂຄງການດັ່ງກ່າວຂັ້ນແຂວງ ​ແລະ ມີຜູ້ປະສານງານໂຄງການຈາກ 5 ແຂວງຄື: ນະຄອນຫຼວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ,…

ໂຮງໝໍມະໂຫສົດ ພ້ອມປັບປຸງຕົນເອງ ເພື່ອການບໍລິການປິ່ນປົວທີ່ມີຄຸນນະພາບສູງ

ໃນໂອກາດພິທີມອບ-ຮັບ ສາລາພັກເຊົາພີ່ນ້ອງຄົນເຈັບຢູ່ທີ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ, ໃນວັນທີ 30 ທັນວາ ນີ້, ລະຫວ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາລັດຖະບານ, ອະດີດຮອງນາຍົກ ລັດຖະມົນຕີ, ປະທານຄະນະທີ່ປຶກສາ ສະໂມສອນກ໊ອບ ອາວຸໂສລາວ ແລະ ທ່ານ ບຸນກອງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!