ການໃຊ້ນໍ້າ-ໄຟຟ້າຢູ່ຫ້ອງການ-ສຳນັກງານ ທາງພາກລັດຄວນມີມາດຕະການເຄັ່ງຄັດ

ໃນທ່າມກາງຄວາມຝືດເຄືອງຂອງເສດຖະກິດກໍຄືງົບປະມານຂອງລັດນັ້ນ ການປະຢັດມັດທະຍັດ ຖືວ່າເປັນມາດຕະການທີ່ສຳຄັນ ແລະ ຈຳເປັນທີ່ເລີ່ມແຕ່ ການປະຢັດນໍ້າ-ປະຢັດໄຟ. “ຄົນທຸກແລ້ວບໍ່ປະຢັດ ບໍ່ມີທາງທີ່ຈະຮັ່ງ” ເປັນຄຳເວົ້າທີ່ຫຼາຍຄົນຍັງຈື່ງໄດ້ດີ ທີ່ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະໄໝວິສາມັນ ເທື່ອ 1 ຂອງສະພາແຫ່ງຊາດຊຸດ ທີ IX ເມື່ອບໍ່ດົນຜ່ານມາເຊິ່ງໃນນັ້ນມາດຕະການປະຢັດ…

ລັອກດາວພໍກະເທີນ ອາດຈະປະເຊີນກັບມະຫັນຕະໄພທີ່ແກ້ຍາກ

ໂດຍ: ມຶກບໍ່ແຫ້ງ ຜ່ານການຈັດຕັ້ງປະຕິບັດມາດຕະການການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ19 ຜ່ານມານີ້ຫຼາຍຄົນຍັງເຫັນວ່າພວກເຮົາອາດລະຫຼວມເກີນໄປ ແລະ ການເກີດກໍລະນີຊຸມຊົນມາສອງສາມມື້ຫຼັງນີ້ເຮັດໃຫ້ພວກເຮົາຕ້ອງສະດຸ້ງໄວວ່າການລັອກດາວພໍກະເທີນນັ້ນຈະເຮັດໃຫ້ພວກເຮົາປະເຊີນກັບອັນຕະລາຍຫຼາຍກວ່ານີ້. ພວກເຮົາກ້າວສູ່ເດືອນທີ 4 ຂອງການລັອກດາວເນື່ອງຈາກການການລະບາດຂອງພະຍາດໂຄວິດ-19 ຄັ້ງທີ່ສອງເຊິ່ງເລີ່ມແຕ່ວັນທີ 22 ເມສາ 2021 ເຊິ່ງເລີ່ມຈາກການລະບາດໃນຊຸມຊົນຢ່າງກວ້າງຂວາງແລ້ວກ້າວມາສູ່ຈຳນວນກໍລະນີທີ່ນຳເຂົ້າເປັນຫຼວງຫຼາຍໃນແຕ່ລະມື້ເຊິ່ງເຮັດໃຫ້ເພີ່ມຄວາມທ້າທາຍຂຶ້ນຕໍ່ຄວາມອາດສາມາດຂອງພວກເຮົາໃນການກັກກັນ, ການປິ່ນປົວ. ຜ່ານມາຫຼາຍຄົນຍັງຄິດວ່າການລັອກດາວນັ້ນພວກເຮົາເຮັດແບບໂຍະຍານເກີນໄປ, ມີລົດເຕັມທ້ອງຖະໜົນ, ຫ້າງຮ້ານມີຄົນແອອັດ,…

ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ

ໂດຍ: ມຶກບໍ່ແຫ້ງ ໃນສະພາບປົກກະຕິທີ່ບໍ່ມີການລະບາດຂອງພະຍາດຄືທຸກມື້ນີ້ນັ້ນ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວເຂົາເຈົ້າ ແລະປະເທດພວກເຮົາປີໜຶ່ງຫຼາຍຮ້ອຍລ້ານກີບ ແຕ່ເມື່ອ ການລະບາດຂອງພະຍາດໂຄວິດ 19 ແລ້ວເຮັດໃຫ້ບັນດາແຮງງານເຫຼົ່ານັ້ນຈຳຕ້ອງໄດ້ກັບບ້ານທັງມີຄວາມສ່ຽງຕິດເຊື້ອພະຍາດ ແລະ ທັງອຸກອັ່ງໃຈໃນການປະກອບອາຊີບໃໝ່. ການລະບາດຂອງພະຍາດໃນຮອບໃໝ່ນີ້ໄດ້ເຮັດຜູ້ຄົນວ່າງງານກວ່າ 3 ແສນຄົນເຊິ່ງ ແລະ 4 ແສນຄົນຖືກໂຈະວຽກ. ນອກນັ້ນ ຍັງຄາດການວ່າຢ່າງໜ້ອຍປະມານ 3-5%…

ໂຄວິດມາແຮງ ຄ່າຄອງຊີບກໍແພງຂຶ້ນ

ໂດຍ: ມຶກບໍ່ແຫ້ງ ການລະບາດຂອງພະຍາດໂຄວິດ 19 ທີ ຍືດເຍື້ອນັ້ນ ມີສ່ວນເຮັດໃຫ້ ການຈໍລະຈອນສິນຄ້າບໍ່ໂລ່ງລຽນ, ລາຄາ ສິນຄ້າ ບໍລິໂພກ, ອຸປະໂພກ ແມ່ນມີທ່າອ່ຽງເພີ່ມຂຶ້ນ. ແນ່ນອນພວກເຮົາ ບໍ່ສາມາດໂທດໃຜໄດ້ຕໍ່ກັບການເກີດມາຂອງ ພະຍາດໂຄວິດ 19 ທີ່ກຳລັງ ສົ່ງຜົນກະທົບໄປທົ່ວໂລກ ທີ່ສປປລາວ…

ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫຼືອຄວາມພໍດີ

ຕະຫລອດໄລຍະຜ່ານມາ ຫລາຍທ່ານອາດຈະເຄີຍພົບບັນຫາຖືກສິນເຊື່ອໂທໃຫ້ຂໍ້ມູນກ່ຽວກັບການປ່ອຍເງິນກຸ້ ບາງຄົນພົບຫລາຍໆຄັ້ງຕໍ່ວັນ. ປະຊາຊົນຈຳນວນຫຼາຍຍັງສົນໃຈວ່າການໂທດັ່ງກ່າວທີ່ມາຈາກຫຼາຍບໍລິສັດບໍ່ເລືອກຍາມນັ້ນເໝາະສົມແລ້ວ ຫຼືບໍ່? ການໂທຖາມປະຊາຊົນ ເພື່ອສະເໜີເລື່ອງສິນເຊື່ອອາດສາມາດເຮັດໃຫ້ເຂົ້າເຖິງຂໍ້ມູນໄດ້ໂດຍກົງ ການເຂົ້າເຖິງສິນເຊື່ອນັ້ນ ກໍອາດເວົ້າໄດ້ວ່າ ເປັນນະໂຍບາຍການພັດທະນາໜຶ່ງຂອງລັດຖະບານທີ່ຈະຮັບປະກັນວ່າ ປະຊາຊົນສາມາດມີຊ່ອງທາງຫຼາຍຂຶ້ນ ໃນການເຂົ້າເຖິງແຫຼ່ງທຶນຕ່າງໆ ແລະ ໝູນໃຊ້ຫຼັກຊັບເປັນທຶນໃນຍາມຈຳເປັນເພື່ອແກ້ໄຂສະພາບຄ່ອງທາງການເງິນຂອງແຕ່ລະຄົນ. ຜ່ານມາ ພວກເຮົາກໍຮູ້ດີວ່າ ການເຂົ້າເຖິງສິນເຊື່ອຂອງຫຼາຍຄົນແມ່ນມີຄວາມຍຸ້ງຍາກ ເພາະຂາດຂໍ້ມູນ-ຂ່າວສານ ເພາະສະນັ້ນ, ການສະໜອງຂໍ້ມູນທາງດ້ານສິນເຊື່ອແມ່ນມີຄວາມສຳຄັນ…

ຢ່າທຸ່ມຄວາມຫວັງ ໃສ່ການຊື້ຫວຍ ເພາະເສັ້ນທາງຄົນລວຍບໍ່ແມ່ນການຖືກເລກ (ອາດຈະມີບໍ່ເຖິງ1%)

ໂດຍ: ມຶກບໍ່ແຫ້ງ ການໂຄສະນາຂາຍຫວຍທັງລາວ, ໄທ ແລະ​ ຫວຽດ ນັບມື້ນັບເຂັ້ມຂຸ້ນ ເຮັດໃຫ້ປະຊາຊົນ ຄົນລາວ ຫຼົງໃຫຼໄປນຳຍ້ອນຄວາມຢາກລວຍ ແຕ່ອາດຊິຊວຍກໍເປັນໄດ້. ການໂຄສະນາ ການຊື້ເລກ ຊື້ຫວຍນັບມື້ນັບເປັນວົງກວ້າງ ແລະ ເກີນຄວາມພໍດີ ໂດຍໄດ້ຊັກຊວນການຊື້ເລກຫຼາຍຊ່ອງທາງ ບໍ່ວ່າການໂຄສະນາທີ່ອ້າງເງິນລາງວັນເປັນຈຳນວນຫຼາຍຮ້ອຍລ້ານ ເຮັດໃຫ້ຫຼາຍຄົນຫຼົງໃຫຼໃນຄວາມຢາກລວຍທາງລັດນີ້ຈົນມືນຫູມືນຕາບໍ່ຂຶ້ນ,​ ການໂຄສະນາຂາຍໄດ້ເປີດເຊັນ…

ປູກຕົ້ນໄມ້ ໃຫ້ໃສ່ໃຈຄຸນນະພາບ ບໍ່ແມ່ນສ້າງພາບແຕ່ບໍ່ມີຜົນຕອບຮັບທີ່ດີ

ໂດຍ: ມຶກບໍ່ແຫ້ງ ວັນປູກຕົ້ນໄມ້ແຫ່ງຊາດຜ່ານມາ ພໍດີຄົບເດືອນ ແຕ່ທີ່ສິ່ງບອກເຕືອນພວກເຮົາໃນແຕ່ລະປີກໍຄື ເຮົາຊິເອົາແຕ່ ປະລິມານບໍ່ ຫຼື ເນັ້ນຄຸນນະພາບ. ໃນປີນີ້ ກະຊວງກະສິກຳ ແລະປ່າໄມ້ ໄດ້ປະກາດ ໃນເດືອນພຶດສະພາ ວ່າ ໃນປີ 2021 ນີ້ ລັດຖະບານ ຈະປູກໄມ້ໃຫ້ໄດ້…

ຈາກລັອກດາວຍາວກ້າວສູ່ຄ່າໄຟແພງ

ໂດຍ: ມຶກບໍ່ແຫ້ງ ການລັອກດາວ ຍ້ອນການລະບາດໃນຊຸມຊົນຂອງພະຍາດໂຄວິດ-19 ແກ່ຍາວກວ່າ 2 ເດືອນໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ມີຊີວິດທີ່ຟືດເຄືອງຂຶ້ນ ບວກໃສ່ບັນຫາຄ່າໄຟສູງກວ່າປົກກະຕິ ນັ້ນຍິ່ງສ້າງຄວາມລຳບາກໃຈບໍ່ໜ້ອຍຕໍ່ປະຊາຊົນໃນວົງກວ້າງ. ການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້ນັບແຕ່ຫຼັງປີໃໝ່ລາວ ພສ. 2564 ມາຮອດວັນທີ 28 ມິຖຸນາ ນັ້ນບໍ່ມີທ່າທີ່ຈະຢຸດເຫຼືອສູນໄດ້ເທື່ອ ເຖິງວ່າຈຳນວນຂອງຜູ້ຕິດເຊື້ອໄດ້ຫຼຸດລົງ ໃນລະດັບທີ່ແນ່ນອນ…

ຜູ້ຕິດໂຄວິດ 19 ບໍ່ແມ່ນເປົ້າຂອງຄວາມກຽດຊັງ ແລະ ຈຳແນກ

ໂດຍ: ມຶກບໍ່ແຫ້ງ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ມີຜູ້ຄົນຕິດເຊື້ອພະຍາດຫຼາຍຂຶ້ນນັບມື້ນັ້ນ, ຄວາມກຽດຊັງ ແລະ ຈຳແນກຕໍ່ຜູ້ຕິດເຊື້ອນັ້ນ ໄດ້ລະບາດໃນສັງຄົມເຮົາເຊັ່ນກັນ ເຊິ່ງເປັນເລື່ອງໜ້າເສົ້າໃນສັງຄົມ. ເມື່ອກາງເດືອນພຶດສະພາ ທີ່ຜ່ານມາ ພວກເຮົາອາດໄດ້ຍິນ ຂ່າວ ຂອງ ທ່ານ ນຽມ ໃສສູນທອນ ປະຊາຊົນ ບ້ານ…

ລັອກດາວ ຍັງຈະຍືດເຍື້ອ ຖ້າບໍ່ເຊື່ອຟັງ

ລັດຖະບານໄດ້ຂະຫຍາຍເວລາການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ອອກໄປອີກ ຈົນຮອດວັນທີ 4 ກໍລະກົດ 2021 ເຊິ່ງ ເປັນອີກໜຶ່ງຮອບທີ່ຫຼາຍຄົນບໍ່ ປາຖະໜາ ແຕ່ນີ້ແມ່ນຄວາມຈຳເປັນຖ້າຍັງບໍ່ປະຕິບັດຕາມມາດຕະການຢ່າງເຄັ່ງຄັດ. ການແຜ່ລະບາດຂອງພະຍາດໂຄວິດ 19 ໃນຊຸມຊົນ ຂອງ ສປປລາວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນໄດ້ເຮັດໃຫ້ມີການລັອກດາວເປັນເວລາ 2…