ການສົ່ງເສີມຜະລິດພາຍໃນ ຄວນໄດ້ຮັບບຸລິມະສິດສູງສຸດ

ໂດຍ: ມຶກບໍ່ແຫ້ງ ການສົ່ງເສີມ ການຜະລິການຄ້າພາຍໃນປະເທດແມ່ນບູລິມະສິດໜຶ່ງຂອງລັດຖະບານແຕ່ເຖິງປານນັ້ນຜູ້ປະກອບການພາຍໃນຫຼາຍຂະແໜງການຍັງພົບອຸປະສັກໃນການດຳເນີນທຸລະກິດດ້ວຍຫຼາຍປັດໄຈໜຶ່ງໃນນັ້ນກໍແມ່ນການລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍນັ້ນເອງ. ພວກເຮົາມີນະໂຍບາຍສົ່ງເສີມການຜະລິດສິນຄ້າພາຍໃນແຕ່ການສົ່ງເສີມການຂາຍພາຍໃນພັດຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສິ່ງນີ້ ກໍຍ້ອນວ່າການລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍນັ້ນຍັງມີຢ່າງຫຼວງຫຼາຍມີທັງເຄື່ອງບໍລິໂພກ ແລະ ອຸປະໂພກເຮັດໃຫ້ ການຜະລິດພາຍໃນບໍ່ສາມາດແຂ່ງຂັນໄດ້ເທົ່າທີ່ຄວນ. ພືດຜັກ, ໝາກໄມ້ ແລະຜະລິດຕະພັນຊີ້ນທີ່ນຳເຂົ້າຢ່າງຜິດກົດໝາຍຈາກປະເທດອ້ອມຂ້າງເຮັດໃຫ້ ສິນຄ້າທີ່ຜະລິດພາຍໃນປະເທດບໍ່ສາມາດຂາຍໄດ້ ດ້ວຍລາຄາທີ່ເໝາະສົມ, ເພາະສະນັ້ນຈຶ່ງເຮັດໃຫ້ ການຈຳໜ່າຍຂອງປະຊາຊົນຜູ້ທີ່ມີຄວາມຸ່ງໝັ້ນໃນການຜະລິດນັ້ນບໍ່ໄດ້ດີເທົ່າທີ່ຄວນ. ນອກນັ້ນ, ການຫຼັ່ງໄຫຼແລະເຂົ້າມາປະເທດເຮົາເພື່ອປະກອບອາຊີບທີ່ສະຫງວນໄວ້ໃຫ້ຄົນລາວນັ້ນກໍເປັນຮູບແບບໜຶ່ງທີ່ເຮັດໃຫ້ ຄົນລາວຂາດໂອາກາດ…

ເມືອງບໍ່ແຕນ ໄດ້ຮັບຜົນກະທົບຈາກພະຍາດຜິວໜັງອັກເສບງົວ-ຄວາຍ 1.800 ກວ່າໂຕ

ຕາມການໃຫ້ຂໍ້ມູນຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງບໍ່ແຕນ ແຂວງໄຊຍະບູລີ ເລີ່ມແຕ່ກາງເດືອນ ເມສາ 2021 ຜ່ານມາ ໄດ້ເກີດການແຜ່ລະບາດຂອງພະຍາດສັດລ້ຽງ ປະເພດ ງົວ-ຄວາຍ ໂດຍມີການແຜ່ຂະຫຍາຍເປັນວົງກວ້າງຢ່າງວ່ອງໄວ ເປັນຕົ້ນແມ່ນບ້ານ ໂພນໄຊ, ບ້ານໃຫຍ່ນ້ຳພຸ ເຂດບ້ານບໍ່ແຕນ ແລະ ບ້ານອື່ນໆອີກ. ຈາກນັ້ນຫ້ອງການກະສິກຳເມືອງກໍໄດ້ສົ່ງພະນັກງານວິຊາການລົງກວດກາວິເຄາະຊອກຫາສາເຫດຂອງພະຍາດດັ້ງກ່າວແມ່ນ ພະຍາດຜິວໜັງອັກເສບ…

ແຂວງຄໍາມ່ວນ ເກີດການລະບາດພະຍາດອັກເສບຜິວໜັງງົວ-ຄວາຍ ກວດພົບຕິດເຊື້ອແລ້ວ 6.000 ກວ່າໂຕ

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: ການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ ຢູ່ແຂວງຄໍາມ່ວນແມ່ນມີການລະບາດຫຼາຍ, ຕິດຕໍ່ກັນໄດ້ງ່າຍ ແລະ ແພ່ລາມອອກເປັນບໍລິເວນກວ້າງຢ່າງໄວ ຊຶ່ງສະພາບການລະບາດດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນພຶດສະພາ 2021 ເປັນຕົ້ນມາ ກວດພົບເຊື້ອທີ່ເມືອງເຊບັ້ງໄຟ. ມາຮອດປັດຈຸບັນການລະບາດຂອງພະຍາດໄດ້ແພ່ລາມກວມເອົາ 8…

ກຸ່ມກະເສດທີ່ລ້ຽງງົວປະສົບບັນຫາງົວພະຍາດຜິວໜັງ Lumpy skin ທາງການເລັ່ງເກັບກຳຂໍ້ມູນ ແລະ ແກ້ໄຂ

ອີງຕາມການສອບຖາມຂໍ້ມູນຫົວໜ້າກົມ ລ້ຽງສັດ ແລະ ການປະມົງ ວັນທີ 26 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ປັດຈຸບັນ ພົບການລະບາດ ຂອງ Lumpy skin disease ຫລື ພະຍາດຜົວໜັງງົວຈາກເຊື້ອໄວຣັສ ຢູ່ຫລາຍແຂວງໃນລາວເຊັ່ນ ສະຫວັນນະເຂດ, ບໍລິຄຳໄຊ,…

ປີ 2021 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ມີແຜນປູກໄມ້ເກືອບ 40.000 ເຮັກຕາ

ໃນວັນທີ 19 ພຶດສະພານີ້, ທ່ານ ເພັດ ພົມພິທັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫລງຂ່າວ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ຈະມາເຖິງນີ້ວ່າ: ເພື່ອຜັນຂະຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ…

ວິທີປູກກະລ່ຳແບບງ່າຍໆ

ກະລ່ຳປີ ເປັນຜັກສວນຄົວອີກຊະນິດໜຶ່ງ ທີ່ມີຊັບພະຄຸນຊ່ວຍເສີມສ້າງ ພູມຄຸ້ມກັນຂອງຮ່າງກາຍ, ບຳລຸງຜິວ ແລະ  ຊ່ວຍຫລຸດຜ່ອນຄວາມຄາຍຄຽດດັ່ງນັ້ນຈິ່ງເປັນຜົນດີໃຫ້ແກ່ກການປູກກະລ່ຳປີເພື່ອການບໍລິ​ໂພກດ້ວຍວິທີແບບງ່າຍໆຄື:   * ການກຽມດິນ: ຕ້ອງນຳເອົາດິນໄປຕາກແດດກ່ອນປະມານ 5-7 ມື້ ຫລັງຈາກນັ້ນກໍເອົາໄປປະສົມກັບປຸ໋ຍຄອກຫລືປຸ໋ຍໝັກ. ຂຸດຂຸມເພື່ອກຽມການປູກ ແລ້ວນຳເມັດທີ່ເຮົາກຽມໄວ້ໃສ່ລົງໄປ. ພໍຮອດ 4-6 ອາທິດ ເມື່ອຕົ້ນກະລໍ່າປີທີ່ເລີ່ມເປັນເບ້ຍນ້ອຍແລ້ວເຮົາຈະນຳຕົ້ນກະລ່ຳ…

ຊາວກະສິກອນເມືອງເມິງ ສຳເລັດການປັກດຳເຂົ້ານາແຊງແລ້ວ

ທ່ານ ຄຳ​ພູ​ວັນ ພີ​ນິດ ຫົວໜ້າ ​ໜ່ວຍ​ງານ​ປູກຝັງ ແລະ ຄຸ້ມ​ຄອງ​ພັດທະນາ​ທີ່​ດິນ​ກະສິກຳ​ກ່າວ​ວ່າ: ການ​ເຮັດ​ນາແຊງຂອງ ​ຊາວ​ກະສິກອນ​ເມືອງ​ເມິງ​ ແຂວງບໍ່ແກ້ວ ​ປີ 2021 ນີ້​ແມ່​ນຫລຸດ​ລົງ​ຫລາຍ, ເນື່ອງ​ຈາກ​ວ່າ​ພວກ​ເຂົາເຈົ້າ​ຫັນ​ໄປ​ປູກ​ພືດ​ແນວ​ອື່ນເປັນຕົ້ນ ໝາກອຶ, ໝາກໂມ ແລະ ພືດ​ຜັກ​ຕ່າງໆ​ທຽບໃສ່​ປີຜ່ານມາ​ແມ່ນ​ຫລຸດ​ລົງ 20 ກວ່າ​ເຮັກຕາ,…

ແຂວງເຊກອງ ສໍາຫຼວດສະຖິຕິກະສິກຳສໍາເລັດແລ້ວ 94%

ໃນວັນທີ 10 ທັນວານີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຄະນະຊີ້ນໍາການສໍາຫຼວດສະຖິຕິກະສິກຳລະດັບຊາດ ແລະທ່ານ ບຸນມີ ວິໄລຈິດ ຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ ພ້ອມຄະນະ ໄດ້ລົງຕິດຕາມ, ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດການເດີນສໍາຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍໄດ້ຮັບຟັງການລາຍງານເຖິງຜົນການຈັດຕັ້ງປະຕິບັດການສໍາຫຼວດຢູ່ແຂວງເຊກອງ…

ແຂວງໄຊສົມບູນ ເປີດຕະຫລາດນັດ ຊື້-ຂາຍ ສິນຄ້າກະສິກຳສະອາດ

ໃນວັນທີ 13 ພະຈິກນີ້, ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ເປີດຕະຫລາດນັດ ຊື້-ຂາຍ ສິນຄ້າກະສິກຳສະອາດ ຢູ່ຕະຫລາດແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ. ໃນພິທີທ່ານຮອງເຈົ້າແຂວງ ໄດ້ມີຄຳເຫັນວ່າ: ການເປີດຕະຫລາດນັດກະສິກຳສະອາດຄັ້ງນີ້ຊຶ່ງເປັນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ເກີດມີສິນຄ້າກະສິກຳທີ່ຫລາກຫລາຍ ໂດຍສະເພາະ ແມ່ນກະສິກຳສະອາດ ອັນເປັນທີ່ຕ້ອງການບໍລິໂພກຂອງສັງຄົມ…

ການເກັບກູ້ຜົນຜະລິດລະດູຝົນ ຂອງເມືອງໄຊສະຖານຈະສໍາເລັດໃນທ້າຍເດືອນທັນວານີ້

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໃຫ້ຮູວ່າ: ການເກັບກູ້ຜົນຜະລິດລະດູຝົນໃນເມືອງຂອງຕົນມາຮອດປັດຈຸບັນສຳເລັດແລ້ວປະມານ 30% ໃນເນື້ອທີ່ເກັບກ່ຽວທັງໝົດ 145 ເຮັກຕາ, ສະເພາະເນື້ອທີ່ເຂົ້າໄຮ່ມີຫລາຍກວ່າ 2.790 ເຮັກຕາ ໄດ້ສຳເລັດການເກັບກ່ຽວແລ້ວ 15%, ພືດຜັກຕ່າງໆການເກັບກ່ຽວສໍາເລັດແລ້ວ 90% ໃນເນື້ອທີ່ທັງໝົດ 42,87,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!