ລາວ-ອາເມລິກາຫາລືການສົ່ງຄົນເຊື້ອຊາດລາວທີ່ຜິດກົດໝາຍກັບຄືນປະເທດ
ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດອາເມລິກາ, ວໍຊິງຕັນດີຊີ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບທ່ານນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວທີ່ເຮັດຜິດກົດໝາຍຢູ່ສະຫະລັດອາເມລິກາກັບຄືນ ສປປ ລາວ, ພ້ອມທັງຊອກຫາວິທີທາງອັນເໝາະສົມໃນການແກ້ໄຂບັນຫາດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ. …