ວັງວຽງເລັ່ງສໍາຫລວດພື້ນທີ່ເພື່ອພັດທະນາການທ່ອງທ່ຽວ

   ທ່ານເຈົ້າເມືອງວັງວຽງແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງວັງວຽງເປັນທີ່ສົນໃຈຂອງນັກລົງທຶນຕ່າງປະເທດຫລາຍສົມຄວນ ເພື່ອຢາກມາລົງທຶນພັດທະນາຂະແໜງການທ່ອງທ່ຽວຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງ, ຊຶ່ງປັດຈຸບັນ, ແມ່ນເມືອງພວມເລັ່ງສໍາຫລວດພື້ນທີ່ 22 ບ້ານຢູ່ຝາກນໍ້າຊອງເບື້ອງນັ້ນລວມມີເນື້ອທີ່ປະມານ 7.000 ກວ່າເຮັກຕາເພື່ອຮອງຮັບໃຫ້ແກ່ແຜນພັດທະນາເຂດໃໝ່ວັງວຽງໃນອານາຄົດ.   ທ່ານເຈົ້າເມືອງ ໃຫ້ຮູ້ວ່າ: ໂຄງການພັດທະນາເຂດໃໝ່ນີ້, ເປັນໂຄງການລະດັບຊາດ, ໂດຍລັດຖະບານໄດ້ຕົກລົງໃຫ້ບໍລິສັດ…

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊ່ວຍປັບປຸງຍົກລະດັບ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ

ພິທີວາງສີລາລຶກ ໂຄງການສ້ອມແປງ ແລະ ປັບປຸງ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ, ໄດ້ມີຂຶ້ນໃນວັນທີ 19 ມັງກອນນີ້, ທີ່ຫໍພິພິທະພັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີ ກຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ…

ວິ​ຕົກ​ຊາວບ້ານ​ຄໍ້​ກິນ​ອາ​ຫານ​ເປັນ​ພິດ 61 ຄົນ ມີ​ອານ​ການ​ເຈັບທ້ອງ ​ແລະ ປວດຮາກ

     ຫ້ອງການ​ສາທາລະນະ​ສຸກ​ເມືອງ​ຈຳ​ພອນ ​ແຂວງ​ສະຫວັນ​ນະ​ເຂດ ລາຍ​ງານ​ວ່າ: ​ເນື່ອງ​ຈາກ​ການ​ບໍລິ​ໂພ​ກຊີ້ນ​ງົວ​ເປັນ​ພິດ ​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ​ບ້ານ​ຄໍ້ ​ເຂດ​ຂາມ​ເຖົ້າ ​ເມືອງ​ຈຳ​ພອນຫລາຍ​ກວ່າ 60 ຄົນ ​ເຈັບທ້ອງ ​ແລະ ປວດຮາກ​ຢ່າງ​ຮຸນ​ແຮງ, ພາຍຫລັງ​ມີ​ຄຳ​ຈຳນວນ​ໜຶ່ງ​ໄດ້​ພາກັນ​ບໍລິ​ໂພ​ກຊີ້ນ​ງົວ​ທີ່​ຂ້າ​ໃນ​ງານ​ເຮັດ​ພິທີ​ຊາ​ປະ​ນາ​ກິດ​ສົບ​ຢູ່​ບ້ານ​ດັ່ງກ່າວ ​ໃນຕອນ​ແລງ​ຂອງ​ວັນ​ທີ 12 ມັງກອນ​ນີ້ ພໍ​ຮອດ​ທ່ຽງ​ຄືນ​ຂອງ​ມື້ດຽວ​ກັນ ​ໄດ້​ມີ​ປະຊາຊົນ 12…

ໂຄງການປັບປຸງ​ລະບົບຂົນ​ສົ່ງ​ ໃນ​ຕົວ​ເມືອງ ນະຄອນຫລວງ​ວຽງຈັນ ຈະ​​ໃຫ້ສຳ​ເລັດ​ໃນ​ປີ 2022

    ​ເມື່ອ​ບໍ່ດົນ​ມານີ້, ຫົວໜ້າ​ໂຄງການ​ຂົນ​ສົ່ງ​ແບບ​ຍືນ​ຍົງ​ໃນ​ຕົວ​ເມືອງຂອງ ນະຄອນຫລວງ​ວຽງຈັນ ​​ແຈ້ງ​ໃຫ້​ຮູ້ວ່າ: ປັດຈຸບັນ ການ​ດຳ​ເນີນ​ໂຄງການ​ປັບປຸງ​ລະບົບ​ຂົນ​ສົ່ງ​ແບບ​ຍືນ​ຍົງ ​ໃນ​ຕົວ​ເມືອງ ນະຄອນຫລວງ​ວຽງຈັນ ໂດຍ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ລະບົບ​ການບໍລິການ​ລົດ​ເມສາ​ທາ​ລະນະ ​ມີ​ຄຸນ​ນະພາ​ບດີ​ຂຶ້ນ, ຊຶ່ງ​ຈະ​ຕ້ອງ​ໄດ້ຈັດ​ສັນ​ລະບຽບການ​ສັນຈອນ, ການ​ຄຸ້ມ​ຄອງ​ບ່ອນ​ຈອດ​ລົດ ​ແລະ ນຳ​ໃຊ້​ລະບົບ​ການ​ຂຶ້ນທະບຽນຍານພາຫະນະ​ໃຫ້​ຮັດກຸມ,…

ຈັບ​ຕົວ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ໄດ້ 2 ຄົນ ພ້ອມ​ຂອງ​ກາງ​ຢາ​ບ້າ​ຈຳນວນ​ຫລາຍ

     ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫລວດ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປສກ ​ແຂວງ​ວຽງ​ຈັນ ສາມາດ​ຈັບ​ຕົວ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ເມືອງ​ໂພນ​ໂຮງ​ໄດ້ 2 ຄົນ​ຄື: ທ້າວ ມະ​ເລົາ ອາຍຸ 22 ປີ ຢູ່​ບ້ານ​ຫ້ວຍ​ສາລາ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ພ້ອມ​ຂອງ​ກາງ​ຢາ​ບ້າ 40…

ຈັບ​ຕົວ​ຜູ້​ຫລອກລວງເດັກຍິງ​ໄປຂົ່ມຂືນ

   ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫລວງ​ວຽງ​ຈັນ ສາມາດ​ຈັບ​ຕົວ​ທ້າວ ມິດ​ບັນ​ໄທ ອາຍຸ 36 ປີ ຢູ່​ບ້ານ​ນາ​ບຽນ ​ເມືອງ​ໄຊ​ເສດ​ຖາ ​ໃນ​ຂໍ້​ຫາ​ຫລອກ​ລວງ​ເດັກ​ຍິງ​ໄປ​ຂົ່ມຂືນ​ມາດໍາເນີນຄະດີຕາມລະບຽບກົດໝາຍ ໂດຍຄັ້ງຫລ້າສຸດໄດ້ກໍ່ເຫດຂົ່ມຂືນເດັກຍິງອາຍຸ 11 ປີຢູ່ເຂດປ່າບ້ານໃໝ່ເມືອງສີໂຄດຕະບອງເມື່ອກາງເດືອນທັນວາ 2018 ຜ່ານມາ.    ເຈົ້າໜ້າທີ່ເມືອງສີໂຄດຕະບອງ…

ເຈົ້າໜ້າທີ່​ເລັ່ງ​ແກ້​ບັນຫາການສັນຈອນ​ແອ​ອັດ​ຢູ່​ 4 ​ແຍກ​ໄຟ​ແດງໂຮງກາ​ຍະ​ສິນ

ພາຍຫລັງ​ທີ່​ມີປະຊາຊົນສ່ອງ​ແສງມາບັນຫາມາ​ຫາກ​ອງ ບກ ລາວ​ພັດທະ ນາ​ເຮົາ​ວ່າ: ປັດຈຸບັນການ​ສັນຈອນ​ໄປ-ມາ​​ໃນເສັ້ນທາງ 4 ​ແຍກ​ໄຟ​ແດງໂຮງກາ​ຍຍະ​ສິນ ໄປ​ຫາ 3 ​ແຍກ​ໄຟ​ແດງ​ສະຫວ່າງ-​ໂພນ​ຕ້ອງ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງຈັນ, ​ໃນ​ຊົ່ວ​ໂມງ​ເລັ່ງ​ດ່ວນ​ຂອງ​ທຸກໆມື້​​ແມ່ນ​ມີ​ຄວາມ​ແອ​ອັດຫລາຍ ບາງ​ມື້​ມີ​ລົດ​ຕິດ​ນັບ​ຫລາຍ​ຊົ່ວ​ໂມງ. ຕໍ່ສະບັບ​ດັ່ງກ່າວ​ນັກ​ຂ່າວ​ລາວ​ພັດທະນາ​ເຮົາ​ກໍ​ໄດ້​ລົງ​ໄປ​ສັງ​ເກດ​ຕົວ​ຈິງ. ​ເຈົ້າໜ້າທີ່​ຕໍາຫລວດ​ຈະລາຈອນ​ເມືອງ​ຈັນທະ​ບູລີ​​ໃຫ້​ຮູ້​ວ່າ: ສາ​ເຫດ​ທີ່​ເຮັດ​ໃຫ້ການ​ສັນຈອນ​​ໄປ-ມາຢູ່​ເຂດ​​ໄຟ​ແດງດັ່ງກ່າວ​ແອອັດ​ຍ້ອນວ່າ​ເປັນ​ເຂດ​ຈຸດ​ສຸມ, ມີ​ເສັ້ນທາງ​ທີ່​ຄັບ​ແຄບ ​ແລະ ມີ​ໄຟ​ແດງ​ຕິດ​ຈອດ​ໃກ້​ກັນ​ຫລາຍ​ແຫ່ງ​ຈຶ່ງ​ເຮັດ​ໃຫ້ສະພາບ​ແອ​ອັດ​ເກີດ​ຂຶ້ນ​ໃນ​ເວລາ​​ເລັ່ງ​ດ່ວນ…

ກຳປູເຈຍ-ມຽນມາ ຮ້ອງຮຽນ EU ກັບມາເກັບພາສີເຂົ້າອີກ

     ກຳປູ​ເຈຍ ​ແລະ ມຽນມາ ຮ້ອງ​ຮຽນຄະນະ​ກຳມາ​ທິການ​ເອີຣົບ ໜ່ວຍ​ງານ​ບໍລິຫານ​ຂອງ​ສະຫະພາບ​ເອີຣົບ (EU) ທີ່​ກັບ​ມາ​ເກັບ​ພາສີ​ເຂົ້າຂອງ​ທັງ​ສອງ​ປະ​ເທດ​ອີກ.      EU ​ເກັບ​ພາສີ​ເຂົ້າຈ້າວ​ນຳ​ເຂົ້າຈາກ​ກຳປູ​ເຈຍ ​ແລະ ມຽນມາ​ສູງ​ສຸດ ​ໂຕ​ນລະ 175 ​ເອີ​ໂຣ ​ເປັນ​ເວລາ​ສາມ​ປີ​ອີກ ຕາມ​ທີ່​ອີ​ຕາ​ລີ​ຮ້ອງ​ຮຽນ​ວ່າ​ເຂົ້ານຳ​ເຂົ້າລາຄາ​ຖືກ​ເຮັດ​ໃຫ້​ກະສິກອນ​ອີ​ຕາ​ລີ​ເດືອດຮ້ອນ​ໜັກ. EU ລະບຸ​ວ່າ:…

ຄົນລວຍທີ່ສຸດ 26 ຄົນມີຊັບສິນ ເທົ່າຄົນທຸກເຄິ່ງໂລກລວມກັນ

      ອອກ​ແຟມ ອົງ​ກອນ​ການ​ກຸສົນ​ອັງກິດ ​ເປີດ​ເຜີຍ​ວ່າ: ຄົນ​ລວຍ​ທີ່​ສຸດ​ໃນ​ໂລກ 26 ຄົນ ມີ​ຊັບ​ສິນ​ເທົ່າ​ກັບ​ຄົນ​ທຸກ​ເຄິ່ງ​ໂລກ​ມີ​ລວມກັນ ຂໍ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​​ເລັ່ງຂຶ້ນພາສີ​ຄົນ​ລວນ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ເຫລື້ອມລ້ຳທີ່​ເພີ່ມ​ຂຶ້ນ.       ອອກ​ແຟມ ​ເຜີ​ຍ​ແຜ່​ລາຍ​ງານ​ສະບັບ​ໃໝ່​ກ່ອນ​ຈະ​ມີ​ກອງ​ປະຊຸມ​ເສດຖະກິດ​ໂລກ ຫລື ​ເວິ​ລອີ​ໂຄ​ໂນ​ມິກຟໍຣຳ ຢູ່​ເມືອງ​ດາວ​ອສ ຂອງ​ສະ​ວິດ ລະຫວ່າງ​ວັນ​ທີ 22-25  ມັງກອນ​ນີ້​ວ່າ:…

ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ

     ຂໍ້​ມູນ​ທາງ​ການ​ຈີນ​ລະບຸ​ວ່າ: ອັດຕາ​ການ​ເຕີບ​ໃຫຍ່​ທາງ​ເສດຖະກິດ​ຈີນ​ປີ 2018 ຂະຫຍາຍຕົວ​ຊ້າ​ທີ່​ສຸດ​ໃນ​ຮອບ​​ເກືອບ 3 ທົດ​ສະ​ວັດ ​ໂດຍ​ສະ​ເພາະ​ໃນ​ໄຕ​ມາດ​ສຸດ​ທ້າຍ. ຂະນະ​ທີ່​ຈີນ​ພະຍາຍາມ​​ແກ້​ໄຂ​ບັນຫາ​ໜີ້​ມະຫາສານ ​ແລະ ສົງຄາມ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ.       ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ ລາຍ​ງານ​ວ່າ: ​ເສດຖະກິດ​ຈີນ​ເຕີບ​ໃຫຍ່ 6,6% ​ສູງກ​ວ່າ​ທີ່​ທາງ​ການ​ຕັ້ງ​ເປົ້າໝາຍ​ໄວ້​ 6,5% ​ແລະ ກົງ​ກັບ​ນັກວິ​ເຄາະ​ຄາດ​ຄະ​ເນ​ໄວ້,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!