ເຈົ້າໜ້າທີ່ຈັບເຄືອຂ່າຍຄ້າຢາເສບຕິດພ້ອມຂອງກາງຢາໄອ 99 ກິໂລ
ເຈົ້າຫນ້າທີ່ສະກັດກັ້ນ ແລະຕ້ານຢາເສບຕິດ ລາຍງານໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມານີ້, ເຈົ້າຫນ້າທີ່ຂອງຕົນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດເປັນຈໍານວນຫລາຍຢູ່ໃນເຂດບ້ານຫນອງພະຍາ, ເມືອງໄຊທານີນະ ຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມສືບຂ່າວພົບວ່າເປັນຄວາມຈິງແທ້ ແລະ ພົບເປົ້າຫມາຍນໍາໃຊ້ລົດໃຫຍ່ 2 ຄັນໄປຈອດຢູ່ເສັ້ນທາງຕັດໃຫມ່ໃກ້ກັບໂຮງຫມໍແມ່ແລະ ເດັກ ຈຶ່ງໄດ້ເຂົ້າກວດຄົ້ນລົດໃຫຍ່ທັງສອງຄັນພົບເຫັນຢາໄອຊຸກເຊື່ອງໄວ້ໃນລົດຈໍານວນ 99 ຫໍ່ ລວມມີນໍ້າຫນັກ 99ກິໂລ, ໂທລະສັບມືຖື 7…