ກອງປະຊຸມສະພາຂໍໃຫ້ເລັ່ງລັດແກ້ໄຂບັນຫາຂອງຊາດ
ໂດຍ: ທິດກ່ຳ ດັ່ງທີ່ຮູ້ນຳກັນແລ້ວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາຮອດວາລະສຸດທ້າຍແລ້ວ, ໃນໂອກາດກອງປະຊຸມຄັ້ງນີ້, ສັງເກດເຫັນໄດ້ວ່າມີອັນກ້າວໜ້າພັດທະນາດີຂຶ້ນຫລາຍເທົ່າ, ສິ່ງທີ່ໂດດເດັ່ນທີ່ສຸດ ກໍແມ່ນການປະກອບຄຳເຫັນຂອງບັນດາຜູ້ແທນແຕ່ລະເຂດເລືອກຕັ້ງ ມີລັກສະນະກົງໄປກົງມາ, ມີການສະເໜີໃນທຸກໆບັນຫາທີ່ຕ້ອງໄດ້ແກະໄງ້ອອກມາເວົ້າວ່າໃຫ້ມີການແກ້ໄຂບຸກທະລຸຢ່າງຈິງຈັງ ແລະ ເປັນຮູບປະທຳດີຂຶ້ນ. ບັນຫາພົ້ນເດັ່ນທີ່ບັນດາຜູ້ແທນໄດ້ຍົກມາເປັນປະເດັນຫລັກໆກໍແມ່ນເລື່ອງທີ່ດິນ, ເລື່ອງຂອດພະນັກງານລັດສໍ້ລາດບັງຫລວງ, ເລື່ອງການເກັບລາຍຮັບບໍ່ໄດ້ຕາມແຜນຍ້ອນຫລາຍສາເຫດ, ເລື່ອງໜີ້ສິນ,…