ແຜ່ນດິນໄຫວຂະໜາດໃຫ່ຍໃນ Croatia ເຮັດໃຫ້ ຕຶກ ອາຄານ ຫຼາຍຫຼັງຫັກພັງ

ອີງຕາມແຫຼ່ງຂ່າວຈາກ Al Jazeera ແລະ RT ວັນທີ 30 ທັນວາລາຍງານວ່າ ໄດ້ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງຢູ່ທາງພາກກາງຂອງ Croatia, ຄວາມແຮງສັ່ນສະເທືອນວັດແທກໄດ້ 6,5 ຣິກເຕີ, ເຮັດໃຫ້ຕຶກ ອາຄານຫຼາຍຫຼັງຖືກຫັກພັງ. ສອງປະເທດຢູ່ໃກ້ຄຽງກັບ Croatia ເຊັ່ນ: Serbia ແລະ…

ແຈ້ງເຕືອນໄພອາກາດໜາວ ແຕ່ວັນທີ 31 ທັນວາ 2020 – 4 ມັງກອນ 2021

​ໃນ​ວັນ​ທີ 30 ທັນວາ​ນີ້, ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ແຈ້ງວ່າ: ເນື່ອງ​ຈາກ​ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ໜາວ​ເຢັນ​ທີ່​ມີ​ກຳລັງ​ແຮງ​ຈະ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​ລາວ ​ແລະ ສົມທົບ​ກັບ​ກະ​ແສ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ອອກສຽງ​ເໜືອ​ພັດ​ປົກ​ຄຸມ ​ເຊິ່ງຈະ​ເຮັດ​ໃຫ້​ອາກາດ​ໜາວ​ເຢັນ ​ແລະ ລົມ​ພັດ​ແຮງ​ໃນ​ແຕ່ລະ​ພາກ ​ແລະ ໜາວ​ເຢັນ​ຫລາຍ​ຢູ່​ແຂວງ​ພາກ​ເໜືອ​, ​ແຂວງ​ໄຊ​ສົມບນູ, ຫລັກ​ຊາວ ​ແລະ ​ເຂດ​ພູ​ພຽງ​ບໍລະ​ເວນ ​ໃນ​ໄລຍະ​ວັນ​ທີ…

ລັດຖະມົນຕີປ້ອງກັນປະເທດ ລັດເຊຍ ກ່າວປະນາມ ສະຫະລັດ ຢາກເປັນເຈົ້າໂລກ

ລາຍງານຈາກຕ່າງປະເທດວັນທີ 29 ທັນວານີ້ວ່າ ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Alexander Fomin  ກ່າວວ່າ: ລະຫະລັດ ອາເມລິກາ ກຳລັງປ່ຽນແປງ ນະໂຍບາຍຂອງຕົນ ເພື່ອສ້າງຄວາມວຸ້ນວາຍໃຫ້ກັບໂລກ, ຖອນຕົວອອກຈາກຂໍ້ຕົກລົງຄວບຄຸມອາວຸດ ເພື່ອຈຸດປະສົງຢາກເປັນເຈົ້າໂລກ. ທ່ານກ່າວຢໍ້າອີກວ່າ: “ສະຫະລັດ ອາເມລິການ ໄດ້ຜັກດັນນະໂຍບາຍ ເພື່ອສ້າງກຳລັງແຮງທາງທະຫານ…

ໂຄວິດ-19 ລະບາດຢ່າງຮ້າຍແຮງໃນໄທ ແຜ່ລາມໄປໃສ່ 38 ແຂວງ ແລ້ວ

ຈາກຈຸດລະບາດຄັ້ງໃຫ່ຍໃນຕະຫຼາດກູ້ງສົດ ໃນແຂວງ ສະໝຸດສາຄອນ, ປັດຈຸບັນໄດ້ແຜ່ລາມໄປເຖິງ 38 ແຂວງທົ່ວໄທແລ້ວ. ສູນຄວບຄຸມສະຖານະການໂຄວິດ-19(CCSA)  ຂອງໄທ ຍອມຮັບວ່າການລະບາດຄັ້ງນີ້ ແມ່ນຮ້າຍແຮງກວ່າ ຮອບທີ ໜຶ່ງ ໃນຕົ້ນປີນີ້. ໂຄສົກສູນຄວບຄຸມສະຖານະການໂຄວິດ-19 ທ່ານ ທະວີສິນ ວິຊານຸໂຍທິນ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອໃນປະເທດໄທ ໃນຂະນະນີ້ເພີ່ມຂຶ້ນຫຼາຍກວ່າ…

ປະເທດອາຊຽນ ຟ້າວຟັ່ງ ແຂ່ງຂັນກັນຊື້ວັກຊີນຕ້ານ ໂຄວິດ-19

ຢູ່ຕໍ່ໜ້າສະຖານະການ ພະຍາດໂຄວິດ-19 ລະບາດ ທີ່ບໍ່ມີທ່າທີວ່າຈະຫຼຸດຜ່ອນລົງ, ບັນດາປະເທດໃນພາກພື້ນນີ້ຈຶ່ງຟ້າວຟັ່ງ ແຂ່ງຂັນກັນຊື້ວັກຊີນ ເພື່ອສັກໃຫ້ປະຊາຊົນຂອງຕົນໃນຕົ້ນປີ 2021 ທີ່ຈະມາເຖິງ. ປະເທດສິງກະໂປ: ຊື້ວັກຊີນຈາກບໍລິສັດ Pfizer ແລະ  BioNTech ຊຶ່ງຄາດວ່າຈະໄດ້ຈັດສົ່ງມາເຖິງສິງກະໂປໃນຕົ້ນເດືອນ ມັງກອນ 2021. ອິນໂດເນເຊຍ: ອິນໂດເນເຊຍມີຄວາມຮີບດ່ອນ ຕ້ອງການ…

ລັດຖະບານ ສ.ເກົາຫລີ ສັ່ງວັກຊີນເພີ່ມສຳລັບປະຊາກອນ 20 ລ້ານຄົນ ຫລັງຖືກວິຈານວ່າເຮັດວຽກຊັກຊ້າ

Moderna ​ເຊັນຂໍ້​ຕົກລົງ​ກັບ ສ.​ເກົາຫລີ ​ໃນ​ການ​ສົ່ງ​ມອບວັກ​ຊີ​ນ​ເພີ່ມ​ຂຶ້ນ ລວມ​ເລື່ອນ​ເວລາ​ໃຫ້​ໄວຂຶ້ນຈາກ​ທີ່​ກຳນົດ​ໄວ້​ໃນ​ໄຕ​ມາດ 3 ປີໜ້າ. ສຳນັກ​ຂ່າວ Yonhap ລາຍ​ງານ​ວ່າ: ລັດຖະບານ ສ.​ເກົາຫລີ ​ໄດ້​ເຊັນ​ຂໍ້​ຕົກລົງ​ກັບ Moderna ຜູ້​ພັດທະນາ​ວັກ​ຊີ​ນຂອງ​ອາ​ເມ​ລິ​ກາ ​ໃນ​ການ​ສັ່ງ​ຈອງ​ວັກ​ຊີ​ນປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ຕື່ມ ສໍາລັບ​ສັກ​ໃຫ້​ປະຊາກອນ 20 ລ້ານ​ຄົນ…

ກວດເຫັນລາຍຮັບ-ລາຍຈ່າຍນອກແຜນເກືອບ 30 ຕື້ກີບ

ຫົວໜ້າພະແນກການເງິນນະຄອນຫລວງວຽງຈັນ ໄດ້ຂຶ້ນຊີ້ແຈງຕໍ່ຄຳເຫັນເຈາະຈີ້ມຂອງອົງການກວດສອບປະຈຳພາກກາງ ແລະ ບັນດາຜູ້ແທນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນຫລາຍບັນຫາຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ 1 ໃນວັນທີ 29 ທັນວານີ້ ໂດຍສະເພາະກ່ຽວກັບລາຍຮັບ-ລາຍຈ່າຍນອກແຜນທີ່ກວດເຫັນ 28,77 ຕື້ກີບ ໃນນີ້ແກ້ໄຂແລ້ວ 7 ຕື້ກວ່າກີບ,…

ເຈົ້່າ​ໜ້າທີ່​ ປກສ​ ແຂວງອັດຕະປື​ ຈັບເປົ້າໝາຍຄ້າຂາຍຢາເສບຕິດ 4 ຄົນ ພ້ອມຂອງກາງ ຢາໄອສ໌ 43 ກິໂລກຣາມ

ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງອັດຕະປື  ໃຫ້ຮູ້ວ່າ: ເມື່ອຕອນບ່າຍວັນທີ 28 ທັນວາ 2020 ໄດ້ນຳຕົວຜູ້ຖືກຫາ ຈຳນວນ 4 ຄົນ, ຍິງ 2 ຄົນ ມາດຳເນີນການກວດຄົ້ນລົດ…

ແຂວງສະຫວັນນະເຂດປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ

ພິທີປະກາດຈົບຊັ້ນມັດທະຍົມສຶຫສາຕອນຕົ້ນບໍາລຸງທົ່ວແຂວງສະຫວັນນະເຂດ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 29 ທັນວານີ້ ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄູ-ອາຈານ, ຜູ້ບໍລິຫານການສຶກສາຂັ້ນຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ….

ສະຫະພັນຣັດເຊຍ ປະດັບຫຼຽນໄຊມິດຕະພາບໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ

ພິທີປະດັບຫຼຽນໄຊມິດຕະພາບຂອງສະຫະພັນຣັດເຊຍໃຫ້ແກ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຂຶ້ນໃນວັນທີ 29 ທັນວານີ້ ຢູ່ທີ່ສະຖານທູດສະຫະພັນຣັດເຊຍ ປະຈໍາລາວ, ໂດຍ ສະຫາຍ ກາລີນິນ ວາລາ ດີມີຣ ອານາເລຍວິກ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນຣັດເຊຍ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!